spot_img
Homeຂ່າວພາຍ​ໃນກົມຊົນລະປະທານເລ່ງ 2 ເມືອງ ແຂວງຄຳມ່ວນສ້ອມແປງຄອງເຫມືອງທີ່ຊຸດໂຊມ

ກົມຊົນລະປະທານເລ່ງ 2 ເມືອງ ແຂວງຄຳມ່ວນສ້ອມແປງຄອງເຫມືອງທີ່ຊຸດໂຊມ

Published on

ກົມ​ຊົນ­ລະ­ປະ­ທານ​ກະ­ຊວງ​ກະສິ​ກຳ-ປ່າ­ໄມ້ ລົງ​ຊຸກ­ຍູ້​ກວດ­ກາ​ລະ­ບົບຫົວ​ງານ ແລະ ຄອງ­ເຫມືອງ​ທີ່​ເກົ່າ​ແກ່ຊຸດ­ໂຊມ​ຢູ່​ເມືອງ​ຫນອງ​ບົກ ແລະ ເຊ​ບັ້ງໄຟ ແຂວງ​ຄຳ​ມ່ວນ ເພື່ອ​ຮອງ​ຮັບ​ການຜະ­ລິດ​ລະ­ດູ­ແລ້ງ ພ້ອມ​ສ້ອມ­ແປງ​ຄືນ ໃຫ້​ຮັບ­ປະ­ກັນ​ການ​ສະ­ຫນອງ​ນ້ຳ​ເຂົ້ານາ­ແຊງ​ທີ່​ກຳ­ລັງ​ຈະ​ອອກ​ຮວງ.

ໃນ​ລະ­ຫວ່າງ​ວັນ​ທີ 3-4 ມີ­ນາ 2013 ຜ່ານ​ມາ​ນີ້ ທ່ານ ໄມ​ກອງ ພອນ​ພົມ​ມະ​ວົງ ຫົວ­ຫນ້າ​ກົມ​ຊົນ​ລະ​ປະທານ​ກະ­ຊວງ​ກະ­ສິ­ກຳ-ປ່າ­ໄມ້ ໄດ້​ລົງເຄື່ອນ​ໄຫວເຮັດ​ວຽກ​ຢູ່​ແຂວງ​ຄຳ​ມ່ວນ ໂດຍ​ມີທ່ານ ບຸນ​ຈັນ ໄຊ​ປັນ­ຍາ ຮອງຫົວ­ຫນ້າ​ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້ແຂວງ ພ້ອມ​ດ້ວຍ​ພະ­ນັກ­ງານ​ວິ­ຊາການ​ກ່ຽວ­ຂ້ອງ.

ໂອ­ກາດ​ດັ່ງ­ກ່າວ​ທ່ານ​ຫົວ­ຫນ້າກົມ​ຊົນ­ລະ­ປະ­ທານ​ໄດ້​ຮັບ​ຟັງ​ການລາຍ​ງານ​ສະ­ພາບ​ຂອງ​ການ​ຜະ­ລິດ​ລະດູ​ແລ້ງ 2012-2013 ແລະ ການ​ສະຫນອງ​ນ້ຳ​ລະ­ບົບ​ຫົວ​ງານ​ຄອງເຫມືອງ​ຢູ່​ເມືອງ​ຫນອງ​ບົກ​ດ້ານ​ການຜະ­ລິດ​ລະ­ດູ­ແລ້ງ​ປີ​ນີ້ ເມືອງ​ຫນອງ​ບົກ ສາ­ມາດ​ຜະ­ລິດເຂົ້າ­ນາ­ແຊງ​ໄດ້ 2 ພັນ​ເຮັກ­ຕາ, ຕາມ​ແຜນ­ການ​ທີ່​ຄາດ​ໄວ້ 2,5 ພັນ​ເຮັກ­ຕາ, ໃນ​ນັ້ນ ພືດ​ລະ­ດູ­ແລ້ງ 780 ເຮັກ­ຕາ ພ້ອມ​ທັງ​ໄດ້​ກວດກາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ຂອງການ​ສ້ອມ­ແປງ​ລະ­ບົບ​ຊົນ​ລະປະ­ທານ ເພື່ອ​ສະ­ຫນອງ​ນ້ຳ​ໃຫ້ແກ່​ການ​ຜະ­ລິດ​ນາ­ແຊງ ແລະ ປູກ​ພືດ​ຢູ່​ບ້ານ​ຊຽງ​ຫວາງ ແລະ ບ້ານ​ກຸດ​ຈັບ-ສອງ​ເຫມືອງ ເຊິ່ງ​ໂຄງ­ການ​ນີ້​ແມ່ນ​ເປັນ​ການຊ່ວຍ­ເຫລືອ​ລ້າ​ຈາກ​ລັດ­ຖະ­ບານ ສສ ຫວຽດ­ນາມໃນ​ເນື້ອ­ທີ່ 1.600 ເຮັກ­ຕາ, ມູນ​ຄ່າ​ປະ­ທານ 5 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ໂຄງ­ການ​ຊົນ­ລະ­ປະ­ທານ​ດັ່ງກ່າວ​ນີ້​ ຈະ​ຂະ­ຫຍາຍ​ເນື້ອ­ທີ່​ທຳການ​ຜະ­ລິດ​ໃຫ້​ໄດ້ 120 ເຮັກ­ຕາ, ໂຄງ­ການ​ຢູ່​ບ້ານ​ຫາດ​ຊາຍ​ຟອງຕາມ​ແຜນ​ຈະ​ຂະ­ຫຍາຍ​ລະ­ບົບຄອງ­ເຫມືອງ ເພື່ອ​ສົ່ງ​ນ້ຳ​ຫົດເນື້ອ­ທີ່​ໃຫ້​ໄດ້ 120 ເຮັກ­ຕາ, ໂຄງ­ການ​ຊົນ­ລະ­ປະ­ທານ​ບ້ານຫາດ​ຊຽງ​ດີ, ຈະ​ຂະ­ຫຍາຍ​ຕື່ມລະ­ບົບ​ຄອງ­ເຫມືອງ​ຕື່ມ ເພື່ອ​ສະຫນອງ​ນ້ຳ​ຫົດ​ເນື້ອ­ທີ່ 100 ເຮັກ ຕາ, ສ່ວນ​ຢູ່​ໂຄງ­ການ​ຊົນ​ລະ​ປະທານ​ບ້ານ​ຜັກ​ອີ່​ຕູ່, ບ້ານ​ນາມປະ­ຈຸ​ບັນ ລະ­ບົບ​ຊົນ­ລະ­ປະ­ທານ, ຫົວ​ງານ​ຈັກ­ສູບ­ນ້ຳ​ໃຊ້​ດ້ວຍ​ໄຟຟ້າບໍ່​ສາ­ມາດ​ສະ­ຫນອງ​ນ້ຳ​ຫົດຕົ້ນ​ເຂົ້າ​ທີ່​ປັກ​ດຳ​ໄດ້ ເນື່ອງ​ຈາກໂຄງ­ການ​ນີ້​ໄດ້​ເລີ່ມ​ກໍ່­ສ້າງ​ແຕ່​ປີ 1994-1995 ເຊິ່ງ​ວິ­ຊາ​ການກຳ­ລັງ​ເລ່ງ​ສ້ອມ­ແປງ ແລະ ກວດ­ກາ​ຄືນ ເພື່ອ​ຮັບ­ປະ­ກັນ​ໃຫ້ແກ່​ການ​ສະ­ຫນອງ​ນ້ຳ​ລ້ຽງ​ຕົ້ນເຂົ້າ, ສ່ວນ​ບ້ານ​ນາ​ໃຕ້​ມີ​ເນື້ອ­ທີ່ນາ­ປີ 143,29 ເຮັກ­ຕາ, ນາ ແຊງ 110,95 ເຮັກ­ຕາ, ໂຄງການ​ຊົນ­ລະ­ປະ­ທານບ້ານ​ບຶງສານ​ທ່າ ເມືອງ​ເຊ​ບັ້ງ­ໄຟມີ​ເນື້ອທີ່​ຫົດ 40 ເຮັກ­ຕາ, ເປັນ​ໂຄງການ​ທີ່​ໃຊ້​ດ້ວຍ​ໄຟ­ຟ້າ.

ໂອ­ກາດ​ນີ້, ທ່ານ​ຫົວ­ຫນ້າກົມ​ຊົນ­ລະ­ປະ­ທານ​ໄດ້​ກວດ­ກາເບິ່ງ​ໂຄງ­ການ​ກໍ່­ສ້າງ​ປະ­ຕູ​ນ້ຳແບບ​ປິດ​ເປີດ ປະ­ຈຸ​ບັນ​ໄດ້​ລົງ­ມືສຳ​ຫລວດ ແລະ ກໍ່­ສ້າງ​ແລ້ວເຊັ່ນ: ຫ້ວຍ​ຫວາຍ, ຫ້ວຍ​ສາຍຝາຍ, ຫ້ວຍ​ປາ­ກ່າ, ເຊິ່ງ​ຄາດ​ວ່າຈະ​ໃຫ້​ສຳ­ເລັດ​ໃນ​ປີ 2013 ໂດຍທຶນ​ຂອງ​ລັດ­ຖະ­ບານ​ມູນ​ຄ່າ 90 ຕື້​ກວ່າ​ກີບ. ໂຄງ­ການ​ພັດ­ທະ­ນາທົ່ງ​ຮາບ​ເຊ​ບັ້ງ­ໄຟ ແຂວງ​ຄຳມ່ວນ.ພ້ອມ​ທັງ​ໃຫ້​ຟື້ນ​ຟູ​ລະ­ບົບຄອງ­ເຫມືອງ​ຊົນ­ລະ­ປະ­ທານປ່ຽນ​ຄອງ​ດິນ​ມາ​ເປັນ​ຄອງ​ດິນ­ຈີ່ ໃນ​ໂຄງ­ການ​ວັງ​ວຽງ​ພິ-ຍາງ​ຄຳ ແລະ ຫາດ​ຄຳ​ຮຽງ ໂດຍ​ແມ່ນ​ບໍ​ລິສັດເພັດ​ຖາ­ວອນ​ເຄ­ຫາ​ຂົວ-ທາງ ແລະ ຊົນ­ລະ­ປະ­ທານ ກຳ­ລັງ​ລົງມື​ດຳ­ເນີນ​ການ​ກໍ່­ສ້າງ​ມີ​ທັງ​ຫມົດ 37 ເສັ້ນ, ຍາວ 25.236 ແມັດ, ປະ­ຈຸ​ບັນ​ສຳ­ເລັດ​ແລ້ວ 66% ສ່ວນ​ໂຄງ­ການ​ຍາງ​ຄຳ​ມີ 3 ເສັ້ນ, ຍາວ 2.600 ແມັດ, ສຳເລັດ​ແລ້ວ 90% ໂຄງ­ການ​ຫາດ ຄຳ​ຮຽງ 1 ມີ 4 ເສັ້ນ, ຍາວ 4.260 ແມັດ, ສຳ­ເລັດ 42% ຫາດ​ຄຳ​ຮຽງ 2 ມີ 2 ເສັ້ນ, ຍາວ 2.800 ແມັດ ຫາ­ກໍ່​ຄືບ​ຫນ້າພຽງ 2% ຄາດ​ວ່າ­ການ​ກໍ່­ສ້າງລະ­ບົບ​ຄອງ­ເຫມືອງ​ຊົນ​ລະ​ປະທານ ເຊິ່ງ​ປ່ຽນ​ຈາກ​ຄອງ​ດິນ​ມາເປັນ​ຄອງ​ດິນ­ຈີ່​ຢູ່ 3 ໂຄງ­ການດັ່ງ­ກ່າວ​ນີ້ ຈະ​ສຳ­ເລັດ​ກ່ອນ​ລະ­ດູ ຝົນ​ຈະ​ມາ​ເຖິງ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...