spot_img
HomeBaby-ແມ່ແລະເດັກ5ອາຫານທີ່ຄວນຫລີກລ້ຽງສຳລັບຄົນຖືພາ

5ອາຫານທີ່ຄວນຫລີກລ້ຽງສຳລັບຄົນຖືພາ

Published on

mom

ອາຫານ5ຊະນິດ​ນີ້​ຄົນ​ຖືພາ​ທຸກ​ທ່ານ​ຄວນ​ຫລີກ​ລ້ຽງເພາະ​ຈະ​ເຮັດໃຫ້​ເກີດ​ຜົນ​ເສຍຈົນ​ເດັກນ້ອຍ​ຫລື​ໂຕ​ອ່ອນ​ໃນ​ມົດລູກ​ຂອງ​ທ່ານຜິດ​ປົກກະຕິ​ໄດ້

1.ປູ

ປູ​ຈັດ​ເປັນ​ອາຫານ​ທີ່​ມີ​ປະໂຫຍດ​ໃນ​ການ​ຊ່ວຍ​ກະຕຸ້ນ​ລະບົບ​ໄຫລ​ວຽນ​ເລືອດ​ແລະ​ຊ່ວຍຫ​ລຸດ​ພາ​ວະ​ເລືອດ​ໄຫລ​ຊ້າຢ່າງໃດ​ກໍ​ຕາມ​ການ​ກະຕຸ້ນ​ລະບົບ​ໄຫລ​ວຽນ​ເລືອດ​ສາມາດ​ທຳລາຍ​ລະບົບ​ສຸຂະພາບ​ຂອງ​ເດັກນ້ອຍ​ຫລື​ໂຕອ່ອນ​ໃນ​ມົດລູກ​ຢ່າງ​ຮຸນແຮງ​ໄດ້ດັ່ງ​ນັ້ນ​ຄົນ​ຖືພາ​ຄວນ​ຫລີກລ້ຽງ​ອາຫານ​ຊະນິດ​ນີ້​

2.ໄຂ່​ລວກໄຂ່​ບໍ່​ສຸກ​ເຕັມທີ່

ໄຂ່​ທີ່​ບໍ່​ສຸກ​ເຕັມ​ທີ່​ອາດ​ມີsalmonellaຫລື​ແບກ​ທີ​ເຣຍ​ທີ່​ເຮັດໃຫ້​ເກີດ​ອາການ​ໄຂ້​ແລະ​ພະຍາດ​ໃນ​ທາງເດີນ​ອາຫານ​ເຈືອ​ປົນ​ຢູ່ຍິ່ງ​ກັບ​ຄົນ​ຖືພາ​ກໍ​ອາດ​ເຮັດໃຫ້​ຮາກ​ແລະ​ຖອກທ້ອງ​ໄດ້ດັ່ງ​ນັ້ນຖ້າ​ຖືພາ​ຢູ່ຖ້າ​ຈະ​ກິນ​ໄຂ່​ກໍ​ໃຫ້​ແນ່​ໃຈ​ວ່າ​ປຸງ​ຈົນ​ສຸກ100%ແລ້ວ​

3.ອາຫານ​ທະ​ເລອົບຄວນ

ທັງ​ອາຫານ​ທະ​ເລອົບຄວນ​ແລະ​ອາຫານ​ທະ​ເລ​ແຊ່​ແຂງ​ລ້ວນ​ເປັນ​ອາຫານ​ທີ່​ຄວນ​ຫລີກ​ລ້ຽງ​ສຳລັບ​ຄົນ​ຖືພາເພາະ​ອາຫານ​ຊະນິດ​ນີ້​ອາດ​ມີ​ແບກ​ທີ​ເຣຍຊື່​ວ່າListeriaຊຶ່ງ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ລຸລູກ​ໄດ້​ເຈືອ​ປົນ​ຢູ່ໂດຍListeriaສາມາດ​ເຂົ້າໄປ​ໃນ​ແຮ່ແລະ​ເຮັດໃຫ້​ເດັກນ້ອຍ​ຕິດ​ເຊື້ອຫລື​ເກີດ​ພາ​ວະ​ເລືອດ​ເປັນ​ພິດ​ໄດ້ຖ້າ​ຢາກ​ກິນໃຫ້​ເລືອກ​ກິນ​ອາຫານ​ທະ​ເລ​ແບບ​ປຸງ​ສຸກ​ເຕັມ​ທີ່​ຈະ​ປອດ​ໄພ​ກວ່າ​

4.ຊອຟຊີດ(ຊີດ​ນຸ້ມ)

ເຊັ່ນ​ດຽວ​ກັບ​ອາຫານ​ທະ​ເລອົບຄວັນຊອ​ຟ​ຊີດຫລື​ຊີດ​ນຸ້ມອາດ​ມີ​ແບກ​ທີ​ເຣຍຊື່​ວ່າListeriaຊຶ່ງ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ລຸລູກ​ໄດ້​ເຈືອ​ປົນ​ຢູ່ໂດຍListeriaສາມາດ​ເຂົ້າໄປ​ໃນ​ແຮ່ແລະ​ເຮັດໃຫ້​ເດັກນ້ອຍ​ຕິດ​ເຊື້ອຫລື​ເກີດ​ພາ​ວະ​ເລືອດ​ເປັນ​ພິດ​ໄດ້ດັ່ງ​ນັ້ນ​ຄົນ​ຖືພາ​ຈຶ່ງ​ຄວນ​ຫລີກ​ລ້ຽງ​ຊີດ​ຊະນິດ​ນຸ້ມ​ທັງ​ຫລາຍເຊັ່ນ:Brie,Camembert,Roquefort,Feta,Gorgonzolaໄປ​ຈົນ​ເຖິງ​ຊີດ​ແບບ​ແມັກ​ຊິ​ໂກນໍາອີກ

5.ເຂົ້າ​ບາ​ເລ​ເມັດ​ກົມ​ນ້ອຍ

Pearl barleyຫລືເຂົ້າ​ບາ​ເລ​ທີ່​ຖືກ​ສີ​ເປັນ​ເມັດ​ກົມ​ນ້ອຍ​ໆນັ້ນ​ມີ​ສ່ວນ​ຊ່ວຍ​ກະຕຸ້ນ​ການເຮັດວຽກງານ​ຂອງ​ກ້າມ​ຊີ້ນມົດລູກທັງ​ຍັງມີ​ສ່ວນ​ເຮັດໃຫ້​ມົດລູກ​ຫົດ​ໂຕດັ່ງ​ນັ້ນ​ຖ້າຜູ້ຍິງ​ຖືພາ​ກິນ​ອາຫານ​ຊະນິດ​ນີ້​ກໍ​ອາດ​ສົ່ງ​ຜົນ​ເສຍ​ຕໍ່​ເດັກນ້ອຍ​ໃນ​ມົດລູກໄດ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...