Homeຂ່າວພາຍ​ໃນຈະສ້າງຕາຂ່າຍໄຟຟ້າເຂົ້າ 32 ບ້ານແຂວງອຸດົມໄຊ

ຈະສ້າງຕາຂ່າຍໄຟຟ້າເຂົ້າ 32 ບ້ານແຂວງອຸດົມໄຊ

Published on

ดาวน์โหลด (1)

ພິ­ທີ​ເຊັນ​ສັນ­ຍາ​ໂຄງ­ການ​ກໍ່ສ້າງ​ຕາ​ຂ່າຍ​ໄຟ­ຟ້າ 22 ກິ​ໂລ​ໂວນ, 0,4 ກິ​ໂລ​ໂວນ ແລະ ຕິດ​ຕັ້ງ​ຫມໍ້ແປງ​ເຂົ້າ 32 ບ້ານ​ທີ່​ຂຶ້ນ​ກັບ​ເມືອງໄຊ ແລະ ເມືອງ​ປາກ​ແບງ ແຂວງ​ອຸ​ໄຊ​ລະ­ຫວ່າງ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່ ກັບ​ບໍ­ລິ­ສັດ​ໂຊກ​ໄຊ​ກໍ່­ສ້າງຄົບ​ວົງ​ຈອນ ຈຳ­ກັດ​ຜູ້​ດຽວ ໄດ້​ຈັດຂຶ້ນ ເມື່ອ​ທ້າຍ​ອາ­ທິດ​ຜ່ານ​ມາ​ທີ່​ພະແນກ​ແຜນ­ການ ແລະ ການ​ລົງ­ທຶນແຂວງ.

ໂຄງ­ການ​ກໍ່­ສ້າງ​ຕາ​ຂ່າຍ​ແຮງດັນ​ກາງ 22 ກິ​ໂລ​ໂວນ, ແຮງຕ່ຳ 0,4 ກິ​ໂລ​ໂວນ ແລະ ຕິດ​ຕັ້ງຫມໍ້​ແປງ​ເຂົ້າ 32 ບ້ານ ໃນ​ນີ້ ຢູ່​ເມືອງ​ໄຊ ມີ 14 ບ້ານ ແລະ ເມືອງ​ປາກ​ແບງ​ຈຳ­ນວນ 18 ບ້ານ, ປະ­ກອບ​ດ້ວຍ​ບັນ­ດາ​ຫນ້າວຽກ​ຕ່າງໆ​ທີ່​ຜູ້​ຮັບ​ເຫມົາ​ຈະຕ້ອງ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ສັນຍາ ແລະ ປະ­ຕິ­ບັດ​ຕາມ​ແບບ​ການກໍ່­ສ້າງ​ທີ່​ໄດ້​ຮັບ­ຮອງ ເຊິ່ງ​ປະກອບ​ມີ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ຕາຂ່າຍ​ໄຟ­ຟ້າ​ແຮງ​ດັນ 22 ກິ​ໂລໂວນ ລວມ​ທັງ​ຫມົດ 205 ກິ​ໂລແມັດ​ກວ່າ, ກໍ່­ສ້າງ ແລະ ຕິດ​ຕັ້ງຕາ​ຂ່າຍ​ໄຟ­ຟ້າ​ແຮງ​ດັນ​ຕ່ຳ 0,4 ກິ​ໂລ​ໂວນ, ຍາວ 46,3 ກິ​ໂລແມັດ, ຕິດ​ຕັ້ງ​ຫມໍ້​ແປງ​ໄຟ­ຟ້າ 32 ຊຸດ ຕິດ​ຕັ້ງ​ຫມໍ້​ແປງ​ຂະ­ຫນາດ 50 KVA ຈຳ­ນວນ 27 ຊຸດ, ຫມໍ້​ແປງ​ຂະ­ຫນາດ 30 KVA 5 ຊຸດ, ລວມ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງຫມົດ 81,93 ຕື້​ກວ່າ​ກີບ, ໂດຍແມ່ນ​ບໍ­ລິ­ສັດ​ເປັນ​ຜູ້​ລົງ­ທຶນ​ກ່ອນໃນ​ກຳ­ນົດ 2 ປີ ໃຫ້​ສຳ­ເລັດ​ນັບແຕ່​ມື້​ລົງ​ນາມ​ເຊັນ​ສັນ­ຍາ​ເປັນ­ຕົ້ນໄປ ພ້ອມ​ນີ້ ຜູ້​ຮັບ​ເຫມົາ​ກໍ່­ສ້າງ​ຈະຕ້ອງ​ຮັບ­ປະ­ກັນ​ທາງ​ດ້ານ​ຄຸນ​ນະພາບ, ເຕັກ­ນິກ​ໃຫ້​ແກ່​ເຈົ້າ​ຂອງໂຄງ­ການ​ຫລັງ​ຈາກ​ການ​ກວດກາ ແລະ ມອບ​ຮັບ​ໂຄງ­ການ​ພາຍໃນ​ກຳ­ນົດ.

ຮ່ວມ​ລົງ​ນາມ​ເຊັນ​ສັນ­ຍາຕາງ­ຫນ້າ​ເຈົ້າ​ຂອງ​ໂຄງ­ການ ໂດຍ​ແມ່ນທ່ານ ຫຸມ­ແພງ ມິງ​ບຸບຜາ ຫົວ­ຫນ້າ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່​ແຂວງ​ອຸ­ດົມ​ໄຊຝ່າຍ ບໍ­ລິ­ສັດ​ໂດຍ​ແມ່ນ ທ່ານ ໂສ­ດາ​ໄຊ ດວງ​ມະ­ນີ ອຳ­ນວຍ​ການ​ບໍ­ລິ­ສັດ ໂຊກ​ໄຊ​ກໍ່­ສ້າງ​ຄົບ​ວົງ​ຈອນ ຈຳກັດ​ຜູ້​ດຽວ ໂດຍ​ມີ​ການ​ນຳ​ຂັ້ນແຂວງ, ເມືອງ, ຫົວ­ຫນ້າ, ຮອງຫົວ­ຫນ້າ​ພະ­ແນກ­ການ, ຫ້ອງການ, ທີ່​ກ່ຽວ­ຂ້ອງ​ພ້ອມ​ດ້ວຍພະ­ນັກ­ງານ-ວິ­ຊາ​ການ​ເຂົ້າຮ່ວມ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...