Homeຂ່າວພາຍ​ໃນສະໂມສອນໄອດີຊີຈໍາປາສັກຢູໄນເຕັດບຸກມາຊະນະສະໂມສອນເອສຣາເຖິງຖິ່ນ 4-1

ສະໂມສອນໄອດີຊີຈໍາປາສັກຢູໄນເຕັດບຸກມາຊະນະສະໂມສອນເອສຣາເຖິງຖິ່ນ 4-1

Published on

ການແຂ່ງຂັນລາວພຣີເມຍລີກ 2015 ໃນອາທິດນີ້ ກ້າວເຂົ້າສູ່ອາທິດທີ 10 ຂອງການແຂ່ງຂັນ ເຊິ່ງແຂ່ງຂັນໃນວັນເສົາ 9 ພຶດສະພາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16

11082384_1604380849779434_4284670957524191207_o

ສະໂມສອນ ເອສຣາ ທີມອັນດັບ 10 ຂອງຕາຕະລາງຄະແນນ ເປີດບ້ານຕ້ອນຮັບທີມອັນດັບສຸດທ້າຍ ສະໂມສອນ ໄອດີຊີ ຈໍາປາສັກ ຢູໄນເຕັດ .
ການແຂ່ງຂັນໃນນັດນີ້ ເຈົ້າຖິ່ນ ເອສຣາ ຂາດນັກເຕະຕົວຫລັກ ເຖິງ 2 ຄົນເນື່ອງຈາກຕິດໂທດຫ້າມແຂ່ງຂັນ ຄື : ທັດສະຍາ ພຸດທະວົງ ແລະ JAEPIL SHIN ນັກເຕະ ສ.ເກົາຫລີ . ຂະນະທີ່ ທີມ ມາຢາມ ໄອດີຊີ ຈໍາປາສັກ ຢູໄນເຕັດ ຍັງຂາດ ສັງວອນ ພິມມະເສນ ແລະ ອຸດົມສິດ ສິງລາດສົມບູນ.
ເລີ່ມເກມໄດ້ພຽງ 2 ນາທີ ໄອດີຊີ ຈໍາປາສັກ ຢູໄນເຕັດ ໄດ້ປະຕູຂຶ້ນ
ນໍາຢ່າງໄວວາຈາກ AMIDU SESAY ຊາວ SIERRA LEONE .
ຫລັງຈາກເສຍປະຕູເກມສ່ວນໃຫຍ່ກໍຕົກເປັນຂອງ ເອສຣາ ແຕ່ກໍບໍ່ຜ່ານມືຂອງ PHAN TROUNG AN ຜູ້ຮັກສາປະຕູ ໄອດີຊີຈໍາປາສັກ ຢູໄນເຕັດ . ຈົບເຄິ່ງເວລາທໍາອິດ ໄອດີຊີ ຈໍາປາສັກ ຢູໄນເຕັດ ນໍາ ເອສຣາ 1-0 .

11206812_1604397233111129_4370374575688100481_o

ເລີ່ມເກມເຄິ່ງເວລາທີ 2 ໄອດີຊີຈໍາປາສັກ ມາໄດ້ປະຕູຈາກລູກຍິງໄກຂອງ ພອນເພັດ ສີຫາບຸດ ອະດີດນັກກິລາຟຸດຊໍທີມຊາດລາວ .
ໃນນາທີ 73 AMIDU SESAY ມາຍິງປະຕູທີ 2 ໃຫ້ກັບໂຕເອງໃນນັດນີ້ເຮັດໃຫ້ ໄອດີຊີ ຈໍາປາສັກ ຢູໄນເຕັດ ຂຶ້ນນໍາ ເອສຣາ 3-0 .
ຖັດມານາທີ 75 ເອສຣາ ໄດ້ປະຕູຕີ່ໄຂ່ແຕກຈາກ ການສະກັດບານ ເຂົ້າປະຕູຕົວເອງຂອງ ບໍ່ກີ້ ພາບຸນມີ .
ໄລຍະທົດເວລາບາດເຈັບໄອດີຊີ ຈໍາປາສັກ ຢູໄນເຕັດ ມາໄດ້ປະຕູຂຶ້ນນໍາ 4-1 ຈາກ PATTRICK ONYEAGHALA ກອງຫນ້າ ຊາວໄນຈີເຣຍ . ຈົບເກມ ໄອດີຊີ ຈໍາປາສັກ ຢູໄນເຕັດ ບຸກມາຊະນະ ເອສຣາ ເຖິງຖິ່ນ 4-1 ພ້ອມແຊງ ເອສຣາ ຂຶ້ນມາຢູ່ອັນດັບ 10 . ຫລັງຈາກລົງສະຫນາມ 7 ນັດ ມີ 6 ຄະແນນ . ຂະນະ ທີ່ ເອສຣາ ລົງສະຫນາມ 8 ນັດ ມີ 4 ຄະແນນ .
ສໍາລັບນັດຕໍ່ໄປ ສະໂມສອນ ໄອດີຊີ ຈໍາປາສັກ ຈະອອກມາຢາມ
ສະໂມສອນ ເອັສເຮັສບີ ວຽງຈັນ ໃນວັນທີ 16 ພຶດສະພາ ແຂ່ງຂັນໃນເວລາ 17:00

Credit: Lao Premier league

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...