spot_img
Homeຂ່າວຕ່າງປະເທດເນ​ປານ ພົບ​ອະ​ໄວ​ຍະ​ວະ​ມະ​ນຸດ ກະ​ຈາຍ​ທົ່ວ​ເປີ້ນ​ພູໜ່ວຍ​ໜຶ່ງ ຄາດ​ມີ​ຜູ້​ຖືກ​ຝັງ​ກ່​ວາ 300 ຄົນ!

ເນ​ປານ ພົບ​ອະ​ໄວ​ຍະ​ວະ​ມະ​ນຸດ ກະ​ຈາຍ​ທົ່ວ​ເປີ້ນ​ພູໜ່ວຍ​ໜຶ່ງ ຄາດ​ມີ​ຜູ້​ຖືກ​ຝັງ​ກ່​ວາ 300 ຄົນ!

Published on

558000005419803

ເຈົ້າ​ໜ້າ​ທີ່​ກູ້​ໄພ​ເນ​ປານ ພົບ​ອະ​ໄວ​ຍະ​ວະ​ມະ​ນຸດ​ກະ​ຈາຍ​ຕາມ​ເປີ້ນ​ພູໜ່ວຍ​ໜຶ່ງ ໂດຍ​ເຊື່ອ​ວ່າ​ອາດ​ມີ​ຄົນ​ຖືກ​ຝັງ​ຕິດ​ຢູ່​​ກ້ອງ​ດິນ​ຕົມ ຈາກ​ຫິ​ມະ​ທີ່​ຖະ​ຫລົ່ມ​ລົງ​ມາ ຫລັງ​ເຫດ​ແຜ່ນ​ດິນ​ໄຫວ​ ຫລາຍ​ກ່​ວາ 300 ຄົນ ໂດຍ​ສ່ວນ​ໃຫຍ່​ແມ່ນ​ຊາວ​ຕ່າງ​ປະ​ເທດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 8 ພຶດ​ສະ​ພາ​ນີ້​ວ່າ ໜ່ວຍ​ກູ້​ໄພ​ເນ​ປານ ໄດ້​ພົບ​ຊິ້ນ​ສ່ວນ​ອະ​ໄວ​ຍະ​ວະ​ມະ​ນຸດ ໃນ​ພື້ນ​ທີ່​ບ້ານ​ລັງ​ຕັງ ຫ່າງ​ຈາກ​ນະ​ຄອນ​ຫລວງ​ກາດ​ມັນ​ດຸ ໄປ​ທາງ​ທິດ​ເໜືອ​ປະ​ມານ 60 ກິ​ໂລ​ແມັດ ເຊິ່ງ​ເປັນ​ເສັ້ນ​ທາງ​ທ່ອງ​ທ່ຽວ​ປີນ​ພູ​ຍອດ​ນິ​ຍົມ​ຂອງ​ຊາວ​ຕາ​ເວັນ​ຕົກ, ກ່ອນ​ໜ້າ​ນີ້ ເຈົ້າ​ໜ້າ​ທີ່​ຄາດ​ວ່າ​ຈະ​ມີ​ຜູ້​ຄົນ​ປະ​ມານ 120 ຄົນ ຖືກ​ຝັງ​ຢູ່​ໃນ​ພື້ນ​ທີ່​ດັ່ງ​ກ່າວ ໂດຍ​ໃນ​ວັນ​ເສົາ (2 ພຶດ​ສະ​ພາ) ແລະ ວັນ​ອາ​ທິດ (3 ພຶດ​ສະ​ພາ) ທີ່​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່​ສາ​ມາດ​ກູ້​ຮ່າງ​ຜູ້​ເສຍ​ຊີ​ວິດ​ຂຶ້ນ​ມາ​ໄດ້​ແລ້ວ ປະ​ມານ 100 ສົບ.

ລ່າ​ສຸດ​ໃນ​ມື້​ວັນ​ພະ​ຫັດ​ທີ 7 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່​ໄດ້​ຄາດ​ການ​ໃໝ່​ວ່າ ຜູ້​ເສຍ​ຊີ​ວິດ​ອາ​ດ​ສູງ​ເຖິງ 300 ຄົນ ເຊິ່ງໃນ​ນັ້ນ​ເປັນ​ຊາວ​ຕ່າງ​ປະ​ເທດ 110 ຄົນ ໂດຍ​ພວກ​ເຂົາ​ລະ​ບຸ​ວ່າ ໄດ້​ພົບ​ຊິ້ນ​ສ່ວນ​ອະ​ໄວ​ຍະ​ວະ​ມະ​ນຸດ ບໍ່​ວ່າ​ຈະ​ເປັນ​ແຂນ, ຂາ ແລະ ຊິ້ນ​ສ່ວນ​ຊີ້ນ​ໜັງ​ ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ພື້ນ​ທີ່.

ດ້ານ​ລັດ​ຖະ​ບານ​ເນ​ປານ ໄດ້​ເປີດ​ເຜີຍ​ຂໍ້​ມູນ​ລ່າ​ສຸດ​ລະ​ບຸ​ວ່າ ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ ເມື່ອ​ວັນ​ທີ 25 ເມ​ສາ​ຜ່ານ​ມາ​ນີ້ ແມ່ນ​ຢູ່​ທີ່ 7,759 ຄົນ ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກ່​ວາ 16,000 ຄົນ.

558000005419802

558000005419801

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...