Homeຂ່າວພາຍ​ໃນບາຊາເຈລະຈາສັນຍາໃໝ່ອັນເວດສ໌ແລ້ວ

ບາຊາເຈລະຈາສັນຍາໃໝ່ອັນເວດສ໌ແລ້ວ

Published on

11685

ແຟນບາຊາກຽມໂຮໄດ້ແລ້ວເມື່ອລ່າສຸດປະທານສະໂມສອນໄດ້ອອກມາຢືນຢັນຈັດການຕໍ່ສັນຍາສະບັບໃໝ່ໃຫ້ກັບ “ແດນນຽວ ອັນເວດສ໌” ແບັກຕົວເກັ່ງຂອງທີມຫຼັງກ່ອນໜ້ານີ້ຈຳອຳລາທີມໃນຊີຊັນນີ້
ໂດຍກ່ອນໜ້ານີ້ກອງຫຼັງຊາວເບຣຊິນກຽມທີ່ຈະອຳລາທີມໃນຊັມເມີນີ້ແລ້ວ ຈົນເຮັດໃຫ້ທີມໃຫຍ່ໆຫຼາຍທີມຢາກໄດ້ຕົວໄປຮ່ວມທີມ
ແຕ່ລ່າສຸດເບີ່ງຄືວ່າທຸກຢ່າງຈະບໍ່ເປັນຢ່າງທີ່ຄິດເມື່ອທາງດ້ານ ໂຈເຊບ ບາໂຕເມວ ປະທານສະໂມສອນຂອງທີມ ບາເຊໂລນາ ໄດ້ຈັດການເຈລະຈາສັນຍາສະບັບໃໝ່ໃຫ້ກັບ ອັນເວດສ໌ເປັນທີ່ຮຽບຮ້ອຍແລ້ວ
“ອັນເວດສ໌ຈະໄດ້ຢູ່ກັບບາເຊໂລນາຕໍ່ໄປ ພວກເຮົາໄດ້ເຈລະຈາກັບຕົວແແທນຂອງລາວກ່ຽວກັບການຕໍ່ສັນຍາສະບັບໃໝ່ ແລະ ກໍ່ເຊື່ອວ່າລາວກໍ່ພ້ອມທີ່ຈະຢູ່ກັບສະໂມສອນຕໍ່ໄປເຊັ່ນກັນ” ປະທານສະໂມສອນກ່າວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...