Homeຂ່າວພາຍ​ໃນເຊດສ໌!ຍົກໃຫ້ເຮຍມູເໜືອກວ່າໂຄ໊ດຊ໌ທຸກຄົນທີ່ຜ່ານມາ

ເຊດສ໌!ຍົກໃຫ້ເຮຍມູເໜືອກວ່າໂຄ໊ດຊ໌ທຸກຄົນທີ່ຜ່ານມາ

Published on

ເຊດສ໌ ຟາເບກັດສ໌ ກອງກາງຂອງທີມ ເຊວຊີອອກມາຍ້ອງນາຍໃຫຍ່ ໂຈເຊ ໂມຣິນໂຢ ວ່າຄືສຸດຍອດຂອງໂຄ໊ດຊ໌ທີ່ເກັ່ງທີ່ສຸດເທົ່າທີ່ເຄີຍຮ່ວມງານມາທັງຊີວິດ ຫຼັງຈາກທີ່ພາທີມຄວ້າດັບເບີນແຊ້ມໃນປີນີ້

11684

ໂດຍ ຟາເບກັດສ໌ ເປີດເຜີຍວ່າ ມູຣິນໂຢເປັນເທຣນເນີທີ່ມີປະສົບການແລະເປັນຄົນທີ່ກະຫາຍໄຊຊະນະຈົນພາໃຫ້ທີມ ເຊວຊີປະສົບຜົນສຳເລັດໄດ້ຈົນທຸກມື້ນີ້
“ມູຣິນໂຢເປັນຄົນທີ່ຮັກໄຊຊະນະຂ້ອຍບໍ່ຢາກທີ່ຈະເວົ້າເຖິງໂຄ໊ດຊ໌ທີ່ເຄີຍຮ່ວມງານດອກວ່າເປັນແນວໃດ ແຕ່ ມູຣິນໂຢມີຄວາມສາມາດເໜືອກວ່າທຸກຄົນທີ່ເຄີຍຮ່ວມງານມາທັງໝົດ”
“ລາວເປັນຄົນທີ່ມີຄວາມແຂງແກ່ນແລະສະແດງໃຫ້ເຫັນເຖິງຄວາມຕ້ອງການໃນໄຊຊະນະຢູ່ຕະຫຼອດບໍ່ວ່າຈະລົງແຂ່ງຂັນຫຼືເຝິກຊອມ ລາວຮຽນຮູ້ນັກເຕະໄດ້ໝົດທຸກຄົນແລະສາມາດດຶງຄວາມສາມາດຂອງແຕ່ລະຄົນອອກມາໄດ້ສຳເລັດ”

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...