spot_img
Homeຂ່າວພາຍ​ໃນເມົາຈົນຂາດສະຕິ ດັບຊີວິດຫມູ່

ເມົາຈົນຂາດສະຕິ ດັບຊີວິດຫມູ່

Published on

ເມົາຈົນຂາດສະຕິ ດັບຊີວິດຫມູ່

 

ການ​ພົບ​ປະ​ສ້າງ­ສັນ​ຊຸມ​ແຊວເປັນ​ສິ່ງ​ທີ່​ດີ​ຖ້າ​ດື່ມ​ພໍ­ປະ­ມານ​ກໍ່​ພາ­ໃຫ້ມ່ວນ­ຊື່ນ​ແລະ​ເກີດ​ມິດ­ຕະ­ພາບ​ແຕ່ການ​ດື່ມ​ສິ່ງ​ມຶນ­ເມົາ​ເກີນ​ຂອບ​ເຂດ ກໍ່​ຈະ​ເຮັດ​ໃຫ້​ຄົນ​ເຮົາ​ຂາດ​ສະ­ຕິ ເຊິ່ງບັນ­ຫາ​ແບບ​ນີ້​ປາ­ກົດ​ມີ​ໃຫ້​ເຫັນ​ຢູ່​ໃນສັງ­ຄົມ​ເປັນ​ປະ­ຈຳ, ດັ່ງ​ກໍ­ລະ­ນີ​ທ້າວ ປອນ ອາ­ຍຸ 42 ປີ, ກຳ­ມະ­ກອນ ບ້ານ​ຫນອງ​ແຕ່ງເມືອງ​ສີ​ໂຄດ​ຕະ­ບອງ​ນະ­ຄອນຫລວງ​ວຽງ​ຈັນ​ເມົາ​ແລ້ວ​ຂາດ ສະ­ຕິ​ທຳ­ຮ້າຍ​ຮ່າງ­ກາຍ​ຜູ້​ອື່ນຈົນ​ເສຍ​ຊີ­ວິດ, ເຫດ­ການ​ນີ້​ເກີດຂຶ້ນ​ໃນ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່ 2013, ທີ່​ບ້ານໂນນ​ບໍ່​ແກ້ວ ເມືອງ​ໄຊ​ທາ­ນີ ນະຄອນ​ຫລວງ​ວຽງ​ຈັນ.

ເຈົ້າ​ຫນ້າ­ທີ່ ປສກ ເມືອງ​ໄຊທາ­ນີ​ໃຫ້​ຮູ້​ວ່າ: ຜູ້​ເຄາະ​ຮ້າຍ​ລາຍນີ້ ຊື່​ທ້າວ ຈັນ ອາ­ຍຸ 38 ປີ, ມາ​ພັກ​ເຊົ່າ​ຢູ່​ບ້ານ​ໂນນ​ບໍ່​ແກ້ວ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫລວງວຽງ​ຈັນ, ໃນ​ມື້​ເກີດ​ເຫດຜູ້​ຖືກຫາ​ກັບ ທ້າວ ຈັນ ໄດ້​ພາ­ກັນ​ຊຸມແຊວ​ຢູ່​ເຮືອນ​ຂອງ ທ້າວ ໄຊ­ໂຍ ອາ­ຍຸ 56 ປີ, ໂດຍ​ພາ­ກັນ​ນັ່ງ​ດື່ມເຫລົ້າ​ແຕ່ 7:00 ໂມງ​ເຊົ້າ​ຈົນຮອດ 10:00 ໂມງ. ຈາກ​ນັ້ນ, ຫມູ່​ຂອງ ທ້າວ ໄຊ­ໂຍ ຢູ່​ບ້ານດຽວ​ກັນ​ກໍ່​ໄດ້​ມາ​ດື່ມ​ນຳ, ພໍ­ດີເຫລົ້າ​ຫມົດ​ຜູ້​ຖືກ​ຫາ­ກໍ່​ເອົາ​ເງິນ ຈຳ­ນວນ 20.000 ກີບ​ໃຫ້​ຫມູ່ ທ້າວ ໄຊ­ໂຍ ໄປ​ຊື້​ເຫລົ້າ​ຂາວ ແລະ ຂອງ​ແກ້ມ​ມາ​ຕື່ມ​ອີກ, ຈາກນັ້ນ, ພວກ​ກ່ຽວ​ກໍ່​ໄດ້​ລົມ​ກັນສ່ວນ​ທ້າວ ຈັນ ຮູ້­ສຶກ​ເມົາ​ແຮງ​ກໍ່ເຂົ້າ​ໄປ​ນອນ​ແຕ່​ນອນ​ບໍ່​ຫລັບ, ໃນ​ຂະ­ນະ​ນັ້ນ, ທ້າວ ປອນ ກໍ່​ເວົ້າໄປ​ຮອດ​ຜູ້​ສາວ​ຂອງທ້າວ ຈັນ ຈິ່ງ​ເຮັດ​ໃຫ້​ຜູ້­ກ່ຽວ​ບໍ່​ພໍ­ໃຈ ແລະ ຈັບ​ໄມ້­ຄ້ອນ​ມາ​ຟາດ​ຫົວ ທ້າວ ປອນ ຈົນ​ນອນ​ຫມົດ​ສະ­ຕິ​ພໍ​ຕື່ນຂຶ້ນ​ມາ​ໄດ້​ແນມ​ເຫັນ ທ້າວ ຈັນ ກຳ­ລັງ​ຈະ​ຕີ ທ້າວ ໄຊ­ໂຍ ຈິ່ງ​ລຸກຂຶ້ນ​ເອົາ​ກຳ­ປັ້ນ​ຕີ​ຫນ້າ​ຂອງ ທ້າວ ຈັນ ລົ້ມ​ລົງ­ພື້ນ​ເຮືອນ​ແລ້ວ​ເຕະຫນຶ່ງ​ບາດ ແລະ ຕີນ​ຢັນ​ອີກ 2 ບາດ ເຮັດ​ໃຫ້​ຕົກ​ເຮືອນ​ແລ້ວ​ນຳລົງ​ມາ​ເຕະ ທ້າວ ຈັນ ຕື່ມ​ອີກ 2 ບາດ ຈົນ​ຜູ້­ກ່ຽວ​ຫມົດ​ສະ­ຕິ. ຈາກ​ນັ້ນ, ການ­ຈັດ­ຕັ້ງ​ບ້ານ​ກໍ່​ໄດ້ນຳ​ຕົວ ທ້າວ ຈັນ ສົ່ງ​ໂຮງ­ຫມໍ ທ່າ​ງ່ອນ ແຕ່​ຜູ້­ກ່ຽວ​ໄດ້​ເສຍ​ຊີ­ວິດໃນ​ເວ­ລາ​ຕໍ່​ມາ ແລະ ສົ່ງ​ໂຕ ທ້າວ ປອນ ໃຫ້​ເຈົ້າ​ຫນ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ​ດຳ­ເນີນ​ຄະ­ດີ​ໃນ​ຂໍ້ຫາ​ທຳ­ຮ້າຍ​ຮ່າງ­ກາຍ​ຜູ້​ອື່ນ​ຈົນ ເສຍ​ຊີ­ວິດ.

ຄະ­ດີ​ນີ້, ກໍ່​ເປັນ​ສິ່ງ​ເຕືອນ­ໃຈປະ­ຊາ­ຊົນ​ທຸກໆ​ຄົນ​ຕ້ອງ​ມີ​ສະ­ຕິ ແລະ ກໍ່​ຕ້ອງ​ຄິດ​ງຳ​ກ່ອນ​ຈະ​ເວົ້າສິ່ງ​ໃດ​ສິ່ງ​ຫນຶ່ງ​ອອກ​ມາ ເພື່ອ​ຈະບໍ່​ກະ­ທົບ​ຕໍ່​ຈິດ­ໃຈ​ຂອງ​ຄົນ​ອື່ນ. ແຕ່​ສິ່ງ​ສຳ­ຄັນ​ບໍ່​ຄວນ​ໃຊ້​ກຳ­ລັງໃນ​ການ​ຕັດ­ສິນ​ບັນ­ຫາ​ເພາະ​ການໃຊ້​ກຳ­ລັງ​ໄປ​ໃນ​ທາງ​ທີ່​ຜິດ​ກໍ່​ເປັນການ​ສ້າງ​ຄວາມ​ບໍ່​ສະ­ຫງົບ​ໃຫ້ສັງ­ຄົມ, ການ​ກະ­ທຳ​ດັ່ງ­ກ່າວ​ເຖິງຈະ​ເປັນ​ການ​ເຈ­ຕະ­ນາ ຫລື ບໍ່ ເຈ­ຕະ­ນາ​ກໍ່​ຖື​ວ່າ​ເປັນ​ການ​ກະທຳ​ທີ່​ຜິດ​ຕໍ່​ກົດ­ຫມາຍ. ປະ­ຈຸ​ບັນ ກອງ​ບັນ­ຊາ​ການ ປກສ ເມືອງໄຊ​ທາ­ນີ​ພວມ​ສະ­ຫລຸບ​ສຳ­ນວນຄະ­ດີ​ສົ່ງ​ໃຫ້​ໄອ​ຍະ​ການ​ສັ່ງ​ຟ້ອງສານ​ຕັດ­ສິນ​ຕາມ​ກົດ­ຫມາຍ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...