Homeຂ່າວພາຍ​ໃນກະຊວງແຮງງານ ຈະກວດກາການປັບຂຶ້ນ ຄ່າແຮງງານຂັ້ນຕ່ຳ

ກະຊວງແຮງງານ ຈະກວດກາການປັບຂຶ້ນ ຄ່າແຮງງານຂັ້ນຕ່ຳ

Published on

IMG_3375

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ ຮູ້ເມື່ອບໍ່ດົນນີ້ວ່າ: ເພື່ອເປັນການຊຸກຍູ້ບັນດາຜູ້ປະກອບການໃນທົ່ວປະເທດຈັດຕັ້ງ ປະຕິບັດການປັບຂຶ້ນເງິນ ແຮງງານ ຂັ້ນຕ່ຳຈາກ 626.000 ກີບມາ ເປັນ 900.000 ກີບຕໍ່ຄົນຕໍ່ເດືອນ, ຕາມແຈ້ງການຂອງກະຊວງ ແຮງງານ ແລະ ສະຫວັດ ດີການສັງຄົມທີ່ມີຜົນບັງຄັບໃຊ້ແຕ່ວັນທີ 1 ເມສາ 2015 ເປັນຕົ້ນໄປໃຫ້ມີຜົນສັກສິດ ແລະ ເອກະພາບກັນນັ້ນ, ພວກເຮົາຈະໄດ້ສົ່ງພະນັກງານໃນ ຂະແໜງກ່ຽວຂ້ອງລົງກວດກາການປະຕິບັດແຈ້ງການດັ່ງກ່າວນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ, ເຊິ່ງເປົ້າໝາຍກວດກາຕົ້ນຕໍກໍແມ່ນຢູ່ຕາມຫົວໜ່ວຍການຜະລິດ ແລະ ບໍລິການທີ່ນຳໃຊ້ແຮງ ງານຈຳນວນຫລາຍເຊັ່ນ: ໂຮງຈັກໂຮງງານ, ຮ້ານອາຫານ ແລະ ອື່ນໆ ແລະ ຜ່ານການຕິດຕາມການ
ເບີກຈ່າຍເງິນແຮງງານໃຫ້ພະນັກງານ ແລະ ກຳມະກອນໃນເດືອນເມສາຜ່ານມານີ້, ຊຶ່ງເປັນເດືອນທຳ ອິດຂອງການເລີ່ມຕົ້ນຈັດຕັ້ງປະຕິບັດແຈ້ງການດັ່ງກ່າວກໍເຫັນ ວ່າມີຫລາຍຫົວໜ່ວຍການຜະລິດ ແລະ ບໍລິການແມ່ນໄດ້ຈັດຕັ້ງປະຕິບັດການຂຶ້ນຄ່າແຮງງານຂັ້ນຕ່ຳຄືດັ່ງກ່າວແລ້ວ ແລະ ມີບໍ່ເທົ່າໃດແຫ່ງທີ່ໄດ້ຂໍເລື່ອນເວລາການຈັດຕັ້ງປະຕິບັດ, ເນື່ອງຈາກຕ້ອງມີການປັບປຸງລະ ບົບການ ເງິນໃຫ້ສອດຄ່ອງ, ແຕ່ຈະບໍ່ໃຫ້ກາຍເດືອນສິງຫານີ້ເພື່ອຈະໄດ້ລາຍງານຜົນການກວດກາ ການປະ ຕິບັດໃຫ້ລັດຖະບານຮັບຊາບ.

ທ່ານຫົວໜ້າກົມຄຸ້ມຄອງແຮງງານ ກ່າວວ່າ: ຄ່າແຮງງານຂັ້ນຕ່ຳແມ່ນຄິດໄລ່ຈາກລາຍຈ່າຍຈຳເປັນພື້ນຖານເຊັ່ນ: ເຂົ້າ, ປາ, ຊີ້ນ, ໄຟຟ້າ, ນ້ຳປະປາເຫລົ່ານີ້ເປັນຕົ້ນ, ແຕ່ບໍ່ໄດ້ຄິດໄລ່ເພື່ອການທ້ອນເງິນ ຫລື ຊື້ຊັບສົມບັດທີ່ມີມູນຄ່າສູງ ແລະ ສ່ວນຫລາຍຜູ້ທີ່ໄດ້ຮັບເງິນແຮງງານຂັ້ນຕ່ຳແມ່ນກຳມະກອນເຮັດວຽກໃນຫົວໜ່ວຍການຜະລິດ ແລະ ການບໍລິການທີ່ບໍ່ມີສີມື ແລະ ບໍ່ມີວຸດທິດ້ານວິຊາຊີບຕ່າງໆ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...