Home​ຂ່າວບັນເທິງMary Berry ປ້າອາຍຸ 80 ທີ່ຕິດອັນດັບຜູ້ຍິງເຊັກຊີ່ທີ່ສຸດຂອງ FHM

Mary Berry ປ້າອາຍຸ 80 ທີ່ຕິດອັນດັບຜູ້ຍິງເຊັກຊີ່ທີ່ສຸດຂອງ FHM

Published on

Mary-Berry-Main-600x399

ແບບ​ນີ້​ແຫລະ​ທີ່​ເອີ້ນວ່າ​ງາມ​ແບບ​ມີ​ຄຸນຄ່າMary Berryສາວ​ງາມ​ອາຍຸ80ປີຜູ້​ດຳ​ເນີນ​ລາຍ​ການ​ໂທລະພາບ,ນັກ​ຂຽນແລະເປັນຄູ​ທາງ​ດ້ານ​ການເຮັດ​ເຄັກ​ແລະ​ອາຫານນາງ​ໄດ້​ສ້າງ​ຄວາມ​ປະ​ຫລາດ​ໃຈ​ໃຫ້​ກັບຄົນ​ທົ່ວ​ໂລກ​ດ້ວຍ​ການຕິດ​ອັນ​ດັບ​ຜູ້ຍິງ​ທີ່​ເຊັກ​ຊີ່​ທີ່ສຸດ 100ອັນ​ດັບຂອງ​ວາລະສານ​ຊື່​ດັ່ງ​ຢ່າງFHM

ແມ​ລີ ເບີລີ ​ປ້າ​ອາຍຸ80ມີ​ຊື່​ສຽງ​ດ້ານ​ການເຮັດ​ອາຫານໂດ​ຍອາ​ດີດ​ນາງ​ໄດ້​ໄປ​​ຮຽນ​ວິ​ຊາ​ການເຮັດ​ອາຫານ​ທີ່​ສະ​ຖາ​ບັນເລີກໍດອງເບ​ລທີ່​ປະເທດ​ຝຣັ່ງ​ແລະ​ໄດ້​ຂຽນ​ຫນັງສື​ກ່ຽວກັບ​ອາຫານ​ຫລວງຫລາຍໂດຍ​ຫົວທຳອິດ​ທີ່​ນາງ​ຂຽນ​ຄືThe Hamlyn All Colour Cookbookໃນ​ປີ1970ແລະ​ໄດ້​ເຮັດ​ລາຍ​ການ​ວິທະ​ຍຸລວມ​ທັງ​ເປັນ​ກຳມະການ​ຕັດ​ສິນ​ໃນ​ລາຍ​ການ​ໂທລະພາບຊື່​ດັງThe Great British Bake Off ທາງ​ຊ່ອງbbc ນໍາອີກ​​

ບໍ່​ເຊື່ອ​ກໍ​ຕ້ອງ​ເຊື່ອ​ວ່າ​ຕອນ​ນີ້​ຄະ​ແນນ​ຂອງ​ປ້າ​ແມ​ລີແຊງໜ້າJennifer Lopezມາ​ແລ້ວ ເພາະ​ຄົົນທີ່​ໂຫວດ​ນາງ​ກໍ​ອາດຈະ​ໂຫວດ​ເອົາ​ຕະຫລົກ​ຫລາຍກວ່າແຕ່​ຕໍ່​ມາ​ກໍ​ມີ​ຄົນ​ໂຫວດ​ໃຫ້​ນາງ​ຫລາຍ​ຂຶ້ນ​ເລື່ອ​ຍໆ​ຈົນ​ຄະ​ແນນ​ຂອງ​ນາງ​ສູງ​ຫລາຍ​ພັນ​ຄະ​ແນນ​ແລ້ວ!

ງານ​ນີ້​ກໍ​ຄົງ​ຕ້ອງ​ຖ້າລຸ້ນ​ຢ່າງ​ເປັນ​ທາງ​ການ​ປາຍ​ເດືອນ

Mary-Berry-2-399x600

 

Mary-Berry-1-600x399

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...