Homeຂ່າວພາຍ​ໃນຍ້ອງຍໍຜູ້ມີຜົນງານເສີມຂະຫຍາຍສາຍພົວພັນ ສປປ ລາວ-ສ.ເກົາຫຼີ

ຍ້ອງຍໍຜູ້ມີຜົນງານເສີມຂະຫຍາຍສາຍພົວພັນ ສປປ ລາວ-ສ.ເກົາຫຼີ

Published on

ຍ້ອງຍໍຜູ້ມີຜົນງານເສີມຂະຫຍາຍສາຍພົວພັນ ສປປ ລາວ-ສ.ເກົາຫຼີ

 

ພິທີປະດັບຫຼຽນກາມິດຕະພາບ (CROSS OF FRIENDSHIP) ໃຫ້ທ່ານ ສຈ.ດຣ. ກິມ ກວານ ຊາງ ປະທານຄະນະບໍລິ
ຫານງານສູນກາງໂທລະພາບລັດຖະບານແຫ່ງ ສ.ເກົາຫຼີ ແລະ ທ່ານ ສຈ.ດຣ. ນາງ ຢູ ຮຽນ ສຸກ ປະທານສະມາຄົມສິລະປິນ
ມວນຊົນແຫ່ງ ສ.ເກົາຫຼີ ໄດ້ມີຂຶ້ນວັນທີ 1 ມີນາ 2013 ຢູ່ສະພາແຫ່ງຊາດ ໂດຍໃຫ້ກຽດປະດັບຫຼຽນຄັ້ງນີ້ໂດຍທ່ານ ສົມພັນ
ແພງຄຳມີ ຮອງປະທານສະພາແຫ່ງຊາດ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຈ.ດຣ. ກິມ ກວານ ຊາງ ແລະ ທ່ານ ສຈ.ດຣ. ນາງ ຢູ ຮຽນ ສຸກ ເປັນຜູ້ທີ່ມີຜົນງານຄຸນງາມຄວາມດີ ປະກອບສວນ
ຊ່ວຍເຫຼືອທາງດ້ານອຸປະກອນໃຫ້ແກ່ສະພາແຫ່ງຊາດ ສປປ ລາວ ເຊິ່ງແມ່ນລົດຖ່າຍທອດໂທລະພາບ ພ້ອມດ້ວຍອຸປະກອນວິຊາ
ສະເພາະ ໃນວັນທີ 6 ກຸມພາ 2013 ທີ່ຜ່ານມາ ລວມມູນຄ່າ 1.450.000 ໂດລາສະຫະລັດ ຫຼື ປະມານ 11.600.000.000
ກີບ ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ
ສປປ ລາວ ກັບ ສ.ເກົາຫຼີ ສະນັ້ນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈຶ່ງໄດ້ອອກດຳລັດວ່າດ້ວຍການປະດັບຫຼຽນກາມິດຕະ
ພາບໃຫ້ສອງທ່ານດັ່ງກ່າວ ແລະ ມອບໃຫ້ສະພາແຫ່ງຊາດ ເປັນຜູ້ຈັດຕັ້ງປະຕິບັດປະດັບຫຼຽນໃຫ້ຢ່າງສົມກຽດ.
ໂອກາດດຽວກັນນີ້ ທັງສອງຝ່າຍ ສປປ ລາວ-ສ.ເກົາຫຼີ ຍັງໄດ້ມີການພົບປະ ແລະ ສົນທະນາກ່ຽວກັບການຊ່ວຍເຫຼືອກູ້ຢືມເງິນ
ເພື່ອລົງທຶນສ້າງເຄືອຂ່າຍລະບົບໄອທີຂອງສະພາແຫ່ງຊາດແບບອອນໄລທົ່ວປະເທດ ປຶກສາຫາລືກ່ຽວກັບໂຄງສ້າງຂອງຕຶກຫໍສະ
ພາຫຼັງໃໝ່ ເພື່ອໃຫ້ແທດເໝາະກັບການຕິດຕັ້ງອຸປະກອນລະບົບໄອທີ ລວມເຖິງການຈະໃຫ້ການຊ່ວຍເຫຼືອສ້າງໂຮງຮຽນປະຖົມຢູ່
ຖ້ຳລານາຄຳ ເມືອງວຽງທອງ ແຂວງຫົວພັນ ເພື່ອເປັນຂອງຂວັນແກ່ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ປຶກສາຫາ
ລືກ່ຽວກັບການຈະນຳເອົາສິລະປິນພື້ນເມືອງ ສ.ເກົາຫຼີ ມາສະແດງຢູ່ ສປປ ລາວ ໃນໂອກາດປີໃໝ່ລາວ ໃນເດືອນເມສາ 2013
ອີກດ້ວຍ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...