spot_img
Homeຂ່າວພາຍ​ໃນສົມພໍ ຜົນການຊົກຈຶ່ງອອກແບບນັ້ນ

ສົມພໍ ຜົນການຊົກຈຶ່ງອອກແບບນັ້ນ

Published on

ຈົບລົງໄປມື້ວານນີ້ ກັບເສິກກຳປັ້ນສະທ້ານໂລກາ ລະຫວ່າງປາກຽວ ແລະຟລອຍດ໌ ເມເວດເທີ ຢ່າງທີ່ຮູ້ກັນວ່າຜົນການຕັດສິນນັ້ນ ຂ້າງຜິດກັບຄວາມຄາດໝາຍຂອງຜູ້ຊົມ ແຕ່ເຮົາກໍລອງມາເບິ່ງນຳກັນແຕ່ລະຍົກ ກຳມະການໄດ້ໃຫ້ຄະແນນຈັ່ງໃດແດ່:

FLOYD MAYWEATHER ຊະນະ MANNY PACQUIAO
FLOYD MAYWEATHER ຊະນະ MANNY PACQUIAO

ນີ້ຄືໃບຄະແນນ ຂອງກຳມະການ ຜູ້ໃຫ້ຄະແນນທັງ 3 ຄົນ ມາເບິ່ງນຳກັນວ່າແຕ່ລະຍົກເປັນຈັ່ງໃດ?

ເລິ່ມຈາກຊ້າຍສຸດເປັນໃບໃຫ້ຄະແນນ ຂອງ ເກລັນ ເຟລແມນ (ຄົນສະຫະລັດ) ທີ່ຄະແນນລວມໃຫ້ຟລອຍດ໌ ຊະນະ ປາກຽວ 116-112

ສ່ວນເຄິ່ງກາງ ເປັນຂອງ ເບິຟ ເຄລມອງ (ຄົນສະຫະລັດ) ໃຫ້ຟລອຍດ໌ ຊະນະ 116-112 ແລະ ເດຟ ມໍເຣດຕິ (ຄົນສະຫະລັດ) ໃຫ້ຟລອຍດ໌ ຊະນະຂາດລອຍ 118-110

ເຊິ່ງຈະເຫັນໄດ້ວ່າຄະແນນນັ້ນ ກຳມະການໃຫ້ຟລອຍດ໌ຊະນະຂາດເລີຍ ແຕ່ເໜືອສິ່ງອື່ນໃດກໍບໍ່ເທົ່າ ຖ້າທ່ານໄດ້ຮູ້ລາຍໄດ້ຂອງສອງຄົນນີ້ ແລ້ວຈະຕົກໃຈ ວ່າເປັນຫຍັງການຊົກຈຶ່ງໄດ້ຍືດເຍື້ອ ຫຼືອາດຈະມີຫຍັງແອບແຝງ

ໂດຍເງິນຄ່າຊົກຢູ່ທີ່ 300 ລ້ານໂດລ່າສະຫະລັດ ໂດຍແບ່ງເປັນ 60/40 ໃຫ້ຟລອຍດ໌ 60 ແລະ ປາກຽວ 40 ແຕ່ຕ້ອງຊົກໃຫ້ຄົບ 12 ຍົກເທົານັ້ນ ຈຶ່ງຈະໄດ້ແບບນີ້. ເພາະຄ່າເມື່ອຍຈະຈ່າຍເງິນຕາມຍົກ ທີ່ໄດ້ຊົກກັນນັ້ນເອງ ຖ້າຊົກກັນດົນກໍຍິ່ງໄດ້ຫຼາຍ ເພາະນີ້ຄືທຸລະກິດ ການຊົກຫຼາຍຍົກກໍຈະເຮັດໃຫ້ມີໂອກາດ ຂາຍໂຄສະນາຫຼາຍຂຶ້ນນັ້ນເອງ.

ແລ້ວເຮົາມາເບິ່ງນຳກັນເບິ່ງວ່າ ຖ້າແບບນີ້ໃນແຕ່ລະຍົກໃຜຈະໄດ້ເງິນ ເທົ່າໃດກັນແທ້? ຟລອຍດ໌ ຈະໄດ້ຮັບຄ່າເມື່ອຍ $4,994,681 ຕໍ່ນາທີ ສ່ວນປາກຽວກໍຈະໄດ້ຮັບຄ່າເມື່ອຍ $3,329,787 ຕໍ່ນາທີ

ດັ່ງຕາຕະລາງຂ້າງລຸ່ມນີ້ ຈະເປັນການບອກວ່າ ແຕ່ລະຍົກໃຜໄດ້ເງິນເທົ່າໃດ ກໍລອງເອົາ 8,000(ກີບ) ໄປຄູນໃສ່ເບິ່ງເດີ

FLOYD MAYWEATHER ຊະນະ MANNY PACQUIAO
FLOYD MAYWEATHER ຊະນະ MANNY PACQUIAO

ເຫັນແບບນີ້ແລ້ວ ກໍເຂົ້າໃຈແລ້ວແມ່ນບໍວ່າ ເປັນຫຍັງເກມຈຶ່ງຍືດເຍື້ອແລະສົງໄສ ບໍ່ມີໃຜດອກທີ່ຈະໂງ່ຮີບຮ້ອນໃຫ້ການຊົກຈົບໄວ ເພາະເງິນເທົ່ານັ້ນ. ແລະກໍເຊື່ອວ່າຄູ່ນີ້ຈະຕ້ອງມີແມັດອີກແນ່ນອນ ແລະທັງສອງກໍໂກຍເງິນແລ້ວລວຍບໍ່ເຊົາ…

ບົດຄວາມຫຼ້າສຸດ

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...