spot_img
Homeຂ່າວຕ່າງປະເທດພໍ່​ຕູ້​ຊາວ​ເນ​ປານ ອາ​ຍູ 101 ປີ ລອດ​ຕາຍ​ປາ​ຕິ​ຫານ ຫລັງ​ຕິດ​ຢູ່​ກ້ອງ​ເຮືອນ​ດົນ​ເຖິງ 7 ມື້!

ພໍ່​ຕູ້​ຊາວ​ເນ​ປານ ອາ​ຍູ 101 ປີ ລອດ​ຕາຍ​ປາ​ຕິ​ຫານ ຫລັງ​ຕິດ​ຢູ່​ກ້ອງ​ເຮືອນ​ດົນ​ເຖິງ 7 ມື້!

Published on

EyWwB5WU57MYnKOuFtKhBGm9ho7bSOsv00YI65tFgtmpAUAn4WSy6F

ເຈົ້າ​ໜ້າ​ທີ່​ກູ້​ໄພ​ເນ​ປານ ສາ​ມາດ​ຊ່ວຍ​ເຫລືອ​ພໍ່​ຕູ້ ຟັນ​ຊູ ຕາ​ມັງ ອາ​ຍຸ 101 ປີ ລອດ​ຊີ​ວິດ​ໃນ​ຂະ​ນະທີ່​ຕິດ​ຢູ່​ກ້ອງ​ຊາກ​ຫັກ​ພັງ​ຂອງ​ອາ​ຄານ​ບ້ານ​ເຮືອນ ນັບ​ຕັ້ງ​ແຕ່​ມື້​ເກີດ​ແຜ່ນ​ດິນ​ໄຫວ​ເປັນ​ຕົ້ນ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ກູ້​ໄພ​ສາ​ມາດ​ຊ່ວຍ​ເຫລືອ ພໍ່​ຕູ້ ຟັນຊູ ຕາ​ມັງ ອາ​ຍຸ 101 ປີ ອອກ​ມາ​ຈາກ​ຊາກ​ເຮືອນ​ຂອງ​ລາວ ໃນ​ເຂດນູ​ວາ​ໂກດ ຫ່າງ​ຈາກ​ນະ​ຄອນ​ຫລວງ​ກາດ​ມັນ​ດຸ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ປະ​ມານ 80 ກິ​ໂລ​ແມັດ ໃນ​ມື້​ວັນ​ເສົາ (2 ພຶດ​ສະ​ພາ) ທີ່​ຜ່ານ​ມາ ຫລັງ​ຈາກ​ທີ່​ພໍ່​ຕູ້ ຕ້ອງ​ຖືກ​ຝັງ​ທັງ​ເປັນ​ຢູ່​ກ້ອງ​ຊາກ​ເຮືອນ​ດົນ​ເຖິງ 7 ມື້ ນັບ​ຕັ້ງ​ແຕ່​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 7.8 ແມັກ​ນິ​ຈູດ ຕັ້ງ​ແຕ່​ມື້​ວັນ​ທີ 25 ເມ​ສາ​ເປັນ​ຕົ້ນ​ມາ.

ທ່ານ ອະ​ຣຸນ ກຸ​ມານ ສິງ ເຈົ້າ​ໜ໊າ​ທີ່​ຕຳ​ຫລວດ​ທ້ອ​ງ​ຖິ່ນ​ລະ​ບຸ​ວ່າ ພໍ່​ຕູ້ ຟັນ​ຊູ ຕາ​ມັງ ໄດ້​ຮັບ​ບາດ​ເຈັບ​ພຽງ​ເລັກ​ໜ້ອຍ ບໍ​ລິ​ເວນ​ຂໍ້​ຕີນ ແລະ ມື​ເທົ່າ​ນັ້ນ ໂດຍ​ປັດ​ຈຸ​ບັນ​ລາວ​ໄດ້​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ໝໍ​ປະ​ຈຳ​ເຂດ​ແລ້ວ ແລະ ມີ​ອາ​ການ​ປົກ​ກະ​ຕິ​ດີ.

 

 

ບົດຄວາມຫຼ້າສຸດ

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...