spot_img
Homeຂ່າວພາຍ​ໃນ“ຟລອຍດ໌” ປະກາດສະຫຼະແຊ້ມໝົດ ຫຼັງຖືກກະແສຖະຫຼົ່ມ ຜົນການຕັດສິນ

“ຟລອຍດ໌” ປະກາດສະຫຼະແຊ້ມໝົດ ຫຼັງຖືກກະແສຖະຫຼົ່ມ ຜົນການຕັດສິນ

Published on

ຟລອຍດ໌ ເມເວດເທີ ຈູເນຍ ຍອດນັກຊົກອາເມລິກາ ທີ່ຫາກໍຊະນະຄະແນນ ແມນນີ່ ປາກຽວ ຈາກຟີລິບປິນ ໃນເຊົ້າຂອງວັນທີ 3 ພຶດສະພາ 2015 ບໍ່ທໍ່ໃດຊົ່ວໂມງ ໄດ້ອອກມາປະກາດສະຫຼະເຂັມຂັດ ທຸກເສັ້ນ ແລະຈະຂຶ້ນຊົກຄັ້ງສຸດທ້າຍ ໂດຍບໍ່ຕ້ອງອີງແຊ້ມໂລກສະຖາບັນໃດ ໃນເດືອນກັນຍາທີ່ຈະມາເຖິງນີ້.
ຫຼັງຈາກເມເວດເທີ ຊະນະຄະແນນປາກຽວ ຢ່າງເປັນເອກະສານ 118-110, 116-112 ແລະ 116-112 ເຮັດໃຫ້ໄດ້ຄອງເຂັມຂັດແຊ້ມໂລກ ລຸ້ນເວລເຕີເວດ 3 ສະຖາບັນ ທັ້ງສະມາຄົມມວຍໂລກ (WBA) ແລະເດິຣິງ (THE RING) ພ້ອມເພິ່ມສະຖິຕິຊະນະລວດ 48 ຄັ້ງ ບໍ່ມີເສຍ ແຖມຍັງມີລຸ້ນເຮັດສະຖິຕິຊະນະ 49 ຄັ້ງ ທຽບເທົ່າກັບ ຣັອກກີ້ ມາເຊຍໂນ່ ຕຳນານມວຍໂລກອະດີດແຊ້ມ ລຸ້ນເຮວີ່ເວດຜູ້ລ່ວງລັບ.
ແນວໃດກໍຕາມ ຫຼັງການຊົກບໍທັນຮອດມື້ ເມເວດເທີ ຊາວອາເມລິກາ ໄວ 38 ປີ ອອກມາປະກາດຢືນຢັນຊັອກໂລກວ່າ ຕົນຈະສະຫຼະສາຍແອວແຊ້ມໂລກທຸກເສັ້ນ ຢ່າງບໍ່ອາໄລອາວອນ ໂດຍເຂົາບອກວ່າ “ນັກຊົກຄົນອື່ນຈຳເປັນຕ້ອງໄດ້ຮັບໂອກາດ ຂ້ອຍບໍ່ແມ່ນຈອມໂລບ ມັນເຖິງເວລາແລ້ວ ທີ່ຈະເປີດທາງໃຫ້ນັກຊົກຄົນອື່ນ ຕໍ່ສູ້ເພື່ອສາຍແອວແຊ້ມປ້ຽນກັນແດ່” ຟລອຍດ໌ ຍັງລະບຸອີກວ່າ ຄັ້ງສຸດທ້າຍໃນເດືອນກັນຍາ ບໍ່ວ່າຈະຊົກກັບໃຜກໍຕາມ ຈະບໍ່ແມ່ນການຊົກທີ່ເດິມພັນແຊ້ມອີກຕໍ່ໄປ.

laopost.com

ສ່ວນເບື້ອງຫຼັງການຊົກຄັ້ງນີ້ ເປັນທີ່ເປີດເຜີຍທາງທະວິດເຕີ ຂອງ ປາໂກ້ ຟຣານຊິສໂກ້ ວັລຄາເຊລ ປະທານໃຫຍ່ອົງກອນມວຍໂລກ (WBO) ເຊິ່ງປາກຽວເປັນແຊ້ມກ່ອນການຊົກ ອອກມາເຜີຍວ່າ ການຊົກຄັ້ງນີ້ ເປັນທີ່ຕົກລົງກ່ອນໜ້າແລ້ວ ກໍລະນີຫາກຟລອຍດ໌ ເປັນຜູ້ຊະນະ ແຊ້ມໂລກ WBO ຈະວ່າງລົງ ນັ້ນໝາຍເຖິງເສິກຄັ້ງນີ້ ບໍ່ໄດ້ມີການຮັບຮອງຈາກຝັ່ງຂອງ ອົງກອນມວຍໂລກຕາມທີ່ເປັນຂ່າວ ແຕ່ຢ່າງໃດ.
ຂະນະດຽວກັນ ຫຼາຍກະແສຍັງຄົງວິພາກວິຈານ ເຖິງການຕັດສິນວ່າ ຂ້ອນຂ້າງຂັດກັບສາຍຕາ ເນື່ອງຈາກກຳມະການນັ້ນ ເປັນຄະນະຂອງ WBC ທັງຊຸດ ທັງນີ້ໃນອະດີດປປາກຽວກໍເຄີຍມີ ບັນຫາສ່ວນຕົວມາຕັ້ງແຕ່ຍຸກ ໂຮເຊ່ ສຸໄລມານ ປະທານໃຫຍ່ ຜູ້ລ່ວງລັບອີກດ້ວຍ ກ່ຽວກັບເລື່ອງການບໍ່ຍອມຈ່າຍຄ່າ ແຊງຊັ່ນຢ້ອນຫຼັງໃຫ້ສະພາມວຍໂລກ ເຊິ່ງອາດຈະເປັນສາເຫດ ໃຫ້ຟລອຍດ໌ ເປັນຜູ້ຊະນະໃຈກຳມະການ ຂາດລອຍດັ່ງກ່າວ.
ດ້ານອະດີດແຊ້ມໂລກຄົນດັງ ລຸ້ນເຮຟວີ່ເວດ ຄື ໄມຄ໌ ໄທສັນ ເຜີຍວ່າ ການຊົກຂອງມວຍຄູ່ນີ້ ຊ່າງໜ້າຜິດຫວັງ ຜົນຄະແນນທີ່ອອກມາບໍ່ຄວນ ຈະຫ່າງກັນຫຼາຍປານນັ້ນ ນັບວ່າບໍ່ຄຸ້ມຄ່າກັບການລໍຄອຍ ມາດົນເຖິງ 5 ປີ.

ແມນນີ່ປາກຽວ
ແມນນີ່ປາກຽວ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...