Homeຂ່າວພາຍ​ໃນດຣ໊ອກບາຄິດຈະຍ້າຍນຳແຣມພາດໄປນິວຢອກ

ດຣ໊ອກບາຄິດຈະຍ້າຍນຳແຣມພາດໄປນິວຢອກ

Published on

11645

ເມື່ອວັນສຸກທີ 1 ພຶດສະພາທີ່ຜ່ານມາ ສື່ອັງກິດລາຍງານວ່າ ດິດິເຍ ດຣ໊ອກບາ ກອງໜ້າຊາວໄອວໍຣີໂຄດຂອງ ເຊວຊີ ມະຫາເສດຖີແຫ່ງພຣີເມຍ ລີກ ອັງກິດ ກຽມເກັບກະເປົ໋າຍ້າຍໄປນຳ ແຟຣງ ແຣມພາດ ໄປຫຼີ້ນໃຫ້ນິວຢອກ ຊິຕີ ເອັບຊີ ທີມນ້ອງໃໝ່ແຫ່ງເມຈີ ລີກ ຊ໊ອກເກີ ສະຫະລັດອາເມລິກາ ຫຼັງຈົບລະດູການນີ້

ດາວຍິງເລືອດຊ້າງດຳອາຍຸ 37 ປີ ເຄີຍຍ້າຍອອກຈາກທີມໄປຢູ່ກັບ ຊຽງໄຮ້ ເສີນຫົວ ເມື່ອປີ 2012 ກ່ອນທີ່ຈະຍ້າຍກັບມາຢູ່ກັບ ເຊວຊີ ອີກຮອບໜື່ງເຊີ່ງສັນຍາປະຈຸບັນຄົງຈະໝົດຫຼັງຈາກຈົບລະດູການນີ້ ແຕ່ຍັງບໍ່ຢືນຢັນວ່າຈະແຂວນສະຕັນໃນຊັມເມີນີ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...