ທອບຟີ່ສີຟ້າ ເອັບເວີຕັນ ທີມດັງຈາກພຣີເມຍ ລີກ ອັງກິດ ຕົກເປັນຂ່າວວ່າກຽມວາແຜນດືງຕົວ ຈອນນີ ອີແວນ ກອງຫຼັງ ຜີສາດແດງ ແມນຯ ຢູໄນເຕັດ ຄູ່ແຂ່ງຮ່ວມລີກໄປເສີມແນວຮັບໃນຊັມເມີນີ້ຈາກການລາຍງານຂ່າວຂອງສື່ເມື່ອວັນສຸກທີ 1 ພຶດສະພາທີ່ຜ່ານມາ
ເຊັນເຕີແບັກທີມຊາດໄອແລນເໜືອອາຍຸ 27 ປີ ເປັນດັກສ້າງຂອງ ຜີສາດແດງ ກ້າວຂື້ນມາຫຼີ້ນໃນທີມຊຸດໃຫຍ່ເມື່ອປີ 2006 ໃນລະດູການນີ້ບໍ່ສາມາດຢຶດຕຳແໜ່ງຕົວຈິງໄດ້ລົງສະໜາມໄປພຽງ 10 ນັດເທົ່ານັ້ນຈື່ງມີຂ່າວວ່າ ຜີສາດແດງ ກໍ່ພ້ອມທີ່ຈະປ່ອຍຕົວອອກໄປຖ້າໄດ້ຄ່າຕົວວ 10 ລ້ານປອນດ໌ຫຼືປະມານ 110 ຕື້ກີບ