Homeຂ່າວພາຍ​ໃນຣູນນີ່ລົງ!ຜີບຸກໜັກຫວັງຄືນສັດທາ

ຣູນນີ່ລົງ!ຜີບຸກໜັກຫວັງຄືນສັດທາ

Published on

ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ລະດູການ 2014/2015 ນັດທີ 35 ປະຈຳວັນເສົາທີ 2 ພຶດສະພາ 2015 ມີລົງສະໜາມເຕະກັນ 7 ຄູ່ດັ່ງນີ້: ເລດສ໌ເຕີ Vs ນິວຄາດເຊີນ, ລິເວີພູ Vs ຄວີນສະປາກ, ແອດສ໌ຕັນວິນລາ Vs ເອັບເວີຕັນ, ຊັນເດີແລນ Vs ເຊົາແຮມຕັນ, ສະວອນຊີ Vs ສະໂຕ໊ກ, ເວດສ໌ແຮມ Vs ເບີນລີ່, ແມນຢູ Vs ເວດສ໌ບອມວິດຊ໌

06043

ແມນເຊັດເຕີ ຢູໄນເຕັດ ທີມອັນດັບທີ 4 ມີ 65 ຄະແນນຈາກ 34 ນັດຊະນະ 3 ນັດຈາກເກມໃນລີກ 5 ນັດຫຼັງສຸດ ໃນເກມທີ່ໄປແພ້ໃຫ້ ເອັບເວີຕັນ 0-3 ເປັນການແພ້ 2 ນັດຕໍ່ກັນ ນັດນີ້ກັບມາຫຼີ້ນໃນບ້ານຂອງໂຕເອງ ຫຼຸຍ ຟັນເກົາ ຫວັງຈະຊະນະຢ່າງດຽວເທົ່ານັ້ນເພື່ອລຸ້ນຂື້ນໄປເອົາຕຳແໜ່ງຮອງຈ່າຝູງອີກຄັ້ງໜື່ງ

ເວດສ໌ບອມວິດຊ໌ ທີມອັນດັບທີ 13 ມີ 37 ຄະແນນຈາກ 34 ນັດຫາກໍ່ຊະນະນັດດຽວຈາກເກມໃນລີກ 5 ນັດຫຼັງສຸດ ລ່າສຸດໄປສະເໝີ ລິເວີພູ 0-0 ເຮັດໃຫ້ບໍ່ແພ້ມາ 2 ເກມແລ້ວ ນັດອອກໄປເຢືອນ ໂທນີ ພູລິດສ໌ ພົບງານໜັກແນ່ນອນ ຜົນທີ່ສະເໝີໜ້າຈະເຮັດໃຫ້ແຟນບານພໍໃຈຢູ່ບໍ່ໜ້ອຍ

ສະໜາມ: ໂອນແທຣບຟອດ
ບັນຈຸຜູ້ຊົມໄດ້: 76,212 ບ່ອນນັ່ງ
ຜູ້ຕັດສິນ: ແອນໂທນີ ເທເລີ
ເວລາເຕະ: 23:30 ນາທີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...