Homeຂ່າວພາຍ​ໃນຫົງກູ້ໜ້າສົ່ງສະເຕລີງລົງ!ແຕ່QPRໜີຕາຍຕົກຊັ້ນ

ຫົງກູ້ໜ້າສົ່ງສະເຕລີງລົງ!ແຕ່QPRໜີຕາຍຕົກຊັ້ນ

Published on

ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ລະດູການ 2014/2015 ນັດທີ 35 ປະຈຳວັນເສົາທີ 2 ພຶດສະພາ 2015 ມີລົງສະໜາມເຕະກັນ 7 ຄູ່ດັ່ງນີ້: ເລດສ໌ເຕີ Vs ນິວຄາດເຊີນ, ລິເວີພູ Vs ຄວີນສະປາກ, ແອດສ໌ຕັນວິນລາ Vs ເອັບເວີຕັນ, ຊັນເດີແລນ Vs ເຊົາແຮມຕັນ, ສະວອນຊີ Vs ສະໂຕ໊ກ, ເວດສ໌ແຮມ Vs ເບີນລີ່, ແມນຢູ Vs ເວດສ໌ບອມວິດຊ໌

06044

ລິເວີພູ: ຮອງແຊ້ມເກົ່າປີກາຍ ທີມອັນດັບທີ 5 ຂອງຕາຕະລາງມີ 58 ຄະແນນຈາກ 34 ນັດ ຫາກໍ່ຊະນະນັດດຽວຈາກເກມໃນລີກ 5 ນັດຫຼັງສຸດ ໃນນັດລ່າສຸດໄປແພ້ ຮັນຊິຕີ 0-1 ເຮັດໃຫ້ບໍ່ຊະນະໃຜໃນ 3 ເກມລວມທຸກລາຍການນັດນີ້ຫຼີ້ນໃນຖີ່ນໂຕເອງ ເບຣນແດນ ຣ໊ອກເຈີສ໌ ເປົ້າໝາຍດຽວຄືຊະນະເພື່ອຄອງອັນດັບ 5 ຕໍ່ໄປ

ຄວີນສະປາກ ເຣນເຈີ ອັນດັບທີ 19 ມີ 27 ຄະແນນຈາກ 34 ນັດ ຫາກໍ່ຊະນະເກມດຽວຈາກໃນລີກ 5 ນັດຫຼັງສຸດເຊັ່ນກັນເກມລ່າສຸດສະເໝີ ເວດສ໌ແຮມ 0-0 ນັດນີ້ອອກມາເຢືອນ ຄຣິດສ໌ ແຣມຊີ່ ຕ້ອງການເກັບຄະແນນເພື່ອໜີຈາກການຕົກຊັ້ນ ແຕ່ໂອກາດຢາກທີ່ຈະຊະນະຫົງ

ສະໜາມ: ແອນຟິວ
ບັນຈຸຜູ້ຊົມໄດ້: 45,362 ບ່ອນນັ່ງ
ຜູ້ຕັດສິນ: ມາຕິນ ແອັດກິນສັນ
ເວລາເຕະ: 21:00 ນາທີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...