Homeຂ່າວພາຍ​ໃນຝ່າຍຈັດການບໍ່ຮັບປະກັນນາດາວຈະຢູ່ມື1ເຟຣນ

ຝ່າຍຈັດການບໍ່ຮັບປະກັນນາດາວຈະຢູ່ມື1ເຟຣນ

Published on

ກິວເບີດ ເຊີນ ປະທານຝ່າຍການຈັດການແຂ່ງຂນເທນນິດ ແກຣນ ສະແລັມ ເຟຣນຊ໌ ໂອເພນ ທີ່ຝຣັ່ງ ເປີດເຜີຍຈະບໍ່ມີການພິຈາລະນາຍົກຕຳແໜ່ງມືວາງອັນດັບ 1 ຂອງລາຍການໃຫ້ກັບ ຣາຟາເອວ ນາດາວ ເຈົ້າພໍ່ຂອດດິນ ຈາກສະເປນ ຫຼັງຈາກເບີ່ງຟອມຊ່ວງຫຼັງເຖິງວ່າເປັນແຊ້ມເກົ່າ 9 ສະໃໝກໍຕາມ

558000004954601

ນາດາວ ປະຈຸບັນຕົກມາຢູ່ອັນດັບທີ 4 ຂອງໂລກມີໂອກາດຫຼຸດຈາກທ໊ອບໂຟຂອງ ເອທີພີ ແຣງກີ້ງ ຖ້າຫາກວ່າບໍ່ສາມາດປ້ອງກັນແຕ້ມລາຍການໃຫຍ່ ມາດຣິດ ມາດສ໌ເຕີ ທີ່ບ້ານເກີດຫຼືເຂົ້າຮອບຊິງຊະນະເລີດ ໂຣມ ມາດສ໌ເຕີ ທີ່ອີຕາລີ ແລະນັ້ນກໍ່ຈະສົ່ງຜົນກະທົບຕໍ່ມືວາງອັນດັບທີ່ ໂຣລັງ ກາລອດສ໌ນຳອີກ

ຕາມທຳນຽມຝ່າຍຈັດການແຂ່ງຂັນຈະມີຂໍ້ຍົກເວັ້ນພິເສດໃຫ້ຜູ້ຫຼີ້ນບາງລາຍໄດ້ເປັນມືວາງສູງໆຫາກວ່າໂຊຟອມໄດ້ດີໃນປີທີ່ຜ່ານມາ ເຖິງຢ່າງໃດກໍ່ຕາມ ກິວເບີດ ເຊີນ ປະທານຜູ້ຈັດ ແກຣນ ສະແລັມ ຂອດດິນ ເປີດເຜີຍຈະບໍ່ມີສິດທິພິເສດໃຫ້ກັບ ເອວ ມາທາດໍ ແລະຈະຈັດມືວາງໂດຍອ້າງອີງຈາກອັນດັບໂລກເທົ່ານັ້ນ

ເຊີນ ເປີດເຜີຍກັບ ເລີ ກິບ ສື່ຝຣັ່ງກ່ອນທົວນາເມນເປີດສາກ 24 ພຶດສະພານີ້ວ່າ ພວກເຮົາຄິດເຖິງເລື່ອງນີ້ສະເໝີ ທີ່ຜ່ານມາພວກເຮົາບໍ່ມີຄຳຖາມໃດໆກ່ຽວກັບແຊ້ມຢ່າງທີ່ເຂົາໄດ້ສະແດງຄວາມໂດດເດັ່ນອອກມາຕະຫຼອດ 10 ປີຂອງລາຍການນີ້ໂດຍພາດແຊ້ມໄປພຽງຄັ້ງດຽວ ແຕ່ວ່າສະຖານະການມັນປ່ຽນໄປແລ້ວ

“ປີ 2013 ລາວລົງແຂ່ງທັງທີ່ມີອາການບາດເຈັບແຕ່ທຸກມື້ນີ້ຈະເຫັນໄດ້ວ່າການຫຼີ້ນຂອງລາວເລີ່ມຕົກລົງໄປແລ້ວລາວບໍ່ໄດ້ເປັນອຸປະສັກຂອງພວກເຮົາແຕ່ກໍ່ຄິດແລ້ວວ່າຈະມີການປັບອັນດັບມືວາງໃຫ້ລາວເປັນຕົວເຕັງໃນລາຍການນີ້” ເຊີນກ່າວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...