Homeຂ່າວພາຍ​ໃນປືນຍິງສິງບໍ່ເຂົ້າ 0-0

ປືນຍິງສິງບໍ່ເຂົ້າ 0-0

Published on

ເຊວຊີຂໍອີກພຽງ 6 ຄະແນນກໍ່ຈະຄວ້າແຊ້ມໃນລີກໃນລະດູການນີ້ໄປຄອງທັນທີ ຫຼັງຈາກທີ່ສະເໝີ ອາເຊນອນ 0-0

11593

ເລີ່ມເກມມາ 15 ນາທີ ເຊວຊີເກືອບໄດ້ປະຕູກກ່ອນຈັງຫວະທີ່ ອິວາໂນວິດສົ່ງບານຍາວໃຫ້ ອອດສ໌ກາ ຫຼຸດໄປໜ້າປະຕູດີດບານຂ້າມຕົວ ອອດສ໌ປີນ່າ ກຳລັງຈະເຂົ້າປະຕູ ແຕ່ ເບເຢຣິນ ໂໝ່ງອອກຫຼັງໄປ

ນາທີ 23 ເຈົ້າບ້ານສຽວວາບ ເມື່ອ ເຊດສ໌ ຟາເບກາດສ໌ ຖືກ ຊານຕິ ກາຊໍລ່າ ສະກັດລົ້ມໃນເຂດໂທດແຕ່ ໄມເຄິນ ໂອລິເວີ ຕາໄວກ່ອນແຈກໃບເຫຼືອງໃຫ້ ຟາເບກາດສ໌ ຂໍ້ຫາເຈດຕະນາລົ້ມ

ນາທີ 33 ອາເຊນອນນ່າຈະໄດ້ຈຸດໂທດຈາກ ເອັກຕໍ ເບເຢຣິນ ສົ່ງໃຫ້ ຊານຕິ ກາຊໍລ່າ ຍິງໄປຖືກແຂນ ແກຣີ່ ເຄຮິວ ແຕ່ໄມເຄີນ ໂອລິເວີ ປ່ອຍໃຫ້ຫຼີ້ນຕໍ່

ນາທີ 37 ເຊວຊີມີລຸ້ນຈາກການຍິງຂອງ ຣາມິເຣດສ໌ແຕ່ກໍ່ບໍ່ຜ່ານມື ດາວິດ ອອດສ໌ປິນ່າ ຄວ້າບານໄວ້ໄດ້

ຈາກນັ້ນກໍ່ຍັງເຮັດຫຍັງກັນບໍ່ໄດ້ 45 ນາທີທຳອິດ ອາເຊນອນກັບເຊວຊີສະເໝີກັນຢູ່ 0-0

ກັບມາໃນເຄີ່ງເວລາທີ 2 ນາທີ 56 ເອດອງ ຮາຊາ ໄດ້ໂອກາດຍິງແຕ່ຂ້າມຄານໄປແບບບໍ່ມີລຸ້ນ

ນາທີ 68 ເຊວຊີເຄຼຍຟຣີຄິກຂອງອາເຊນອນບໍ່ຜ່ານບານເດັ້ງໄປເຂົ້າທາງ ແພຣ໌ ແມເຕຊັກເກີ ກ່ອນທີ່ຈະພາດຍິງອອກຫຼັງໄປແບບໜ້າເສຍດາຍ

ຊ່ວງທ້າຍເກມທັງສອງທີມຍັງເຮັດຫຍັງກັນບໍ່ໄດ້ຈົບເກມ 90 ນາທີ ອາເຊນອນເປີດບ້ານສະເໝີເຊວຊີ 0-0 ແບ່ງທີມລະແຕ້ມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...