Homeຂ່າວພາຍ​ໃນສິງເຄີ່ງທີມປະກາດທີມດີເດັ່ນPFAໃນປີ2015

ສິງເຄີ່ງທີມປະກາດທີມດີເດັ່ນPFAໃນປີ2015

Published on

ສະມາຄົມບານເຕະອາຊີບຂອງອັງກິດຫຼືPFAປະກາດລາຍຊື່ທີມດີເດັ່ນປະຈຳປີ 2015 ອອກມາແລ້ວເຊີ່ງຜູ້ຫຼີ້ນຂອງເຊວຊີຕິດ 6 ຄົນນຳກັນ

11594

ເອດອງ ຮາຊາ ປີກຕົວເກັ່ງຂອງເຊວຊີ ຄວງດິເອໂກ ຄອດສ໌ຕ້າ ພ້ອມກັບເພື່ອນຮ່ວມທີມອີກ 4 ຄົນໄດ້ແກ່ ເນມັນຢ່າ ມາຕິດ, ຈອນ ເທີຣີ່ ແລະ ບຣານິດສ໌ລາບຟ໌ ອິວາໂນວິດຊ໌ ຕິດທີມດີເດັ່ນໃນ PFA ໃນປີນີ້

ນອກຈາກ 6 ຜູ້ຫຼີ້ນຂອງເຊວຊີແລ້ວຜູ້ຮັກສາປະຕູຕົກເປັນຂອງ ດາວິດ ເດ ເກອາ ສ່ວນແຜງຫຼັງທີ່ເຫຼືອແມ່ນ ໄຣອັນ ເບີທຣານ ຜູ້ຫຼີ້ນຂອງເຊວຊີອີກຄົນໜື່ງຖືກປ່ອຍຕົວໃຫ້ ເຊົາແຮມຕັນຢືມຕົວຢູ່

ແດນກາງຝັ່ງຂວາເປັນຂອງດາວເຕະ ອາເລັກຊິດສ໌ ຊານເຊັດຊ໌ ຂອງອາເຊນອນ ແລະ ຟິລິບເປ້ ຄູຕິນໂຢ່ ດາວເຕະຂອງລິເວີພູ ຢູ່ກາງແລະກອງໜ້າອີກຄົນໜື່ງໄດ້ແກ່ ແຮຣີ່ ເຄນ ກອງໜ້າມາແຮງຂອງສະເປີທີ່ຍິງໄປແລ້ວ 20 ປະຕູໃນພຣີເມຍລີກ

ສຳລັບລາງວັນນີ້ມາຈາກການໂຫວດຂອງນັກເຕະເອງ ສ່ວນນັກເຕະດີເດັ່ນແຫ່ງປີແລະດາວເດັ່ນແຫ່ງປີແມ່ນຈະມີການປະກາດອີກຄັ້ງໃນງານສະຫຼອງຂອງ PFA

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...