Homeຂ່າວພາຍ​ໃນລັດກຽມປ່ອຍງົບ 96 ຕື້ກີບ ແກ່ SME ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ລັດກຽມປ່ອຍງົບ 96 ຕື້ກີບ ແກ່ SME ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

Published on

20150424123354

ເພື່ອ​ເປັນ​ການ​ສ້າງ​ຄວາມເຂັ້ມແຂງ​ທາງ​ດ້ານ​ເສດຖະກິດຢ່າງ​ຕໍ່​ເນື່ອງ ທະນາຄານ​ໂລກ ສະ​ຖາ​ບັນ​ການ​ເງິນ ແລະ ທະ​ນາຄານ​ທຸລະ​ກິດ ​ໄດ້​ວາງ​ງົບປະມານ 96 ຕື້​ກີບ ກຽມ​ສະໜອງ​ສິນ​ເຊື່ອ ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ (SME) ໃນ​ສົກ​ປີ 2014-2015 ຈຳນວນ​ເມັດ​ເງິນດັ່ງກ່າວ ຈະ​ຊ່ວຍ​ເຮັດ​ໃຫ້​ສະພາບການ​ຄ້າ ການ​ລົງທຶນ ຂອງ​ນັກ​ທຸລະ​ກິດ​ລາວ ​ໃຫ້​ມີ​ສະພາບ​ຄ່ອງຕົວ​ສ້າງ​ຄວາມ​ເຂັ້ມ​ໃຫ້​ກັບ​ຕົນເອງ​ຮອງ​ຮັບ AEC ທ້າຍ​ປີ 2015.

ກອງ​ປະຊຸມ​ເຜີຍແຜ່​ກ່ຽວ​ກັບ “ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ຂອງ​ວິ​ສາຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ສຳລັບ​ໂຄງການ​ສະໜອງ​ສິນ​ເຊື່ອ ໂດຍ​ຜ່ານທະນາຄານ​ທຸລະ​ກິດ” ໄດ້​ຈັດ​ຂຶ້ນ​ວັນ​ທີ 24 ເມສາ 2015 ທີ່​ໂຮງແຮມ​ລາວ​ພລາ​ຊາ ເປັນ​ປະທານ​ຂອງ​ທ່ານ ສົມ​ດີ ອິນ​ມີ​ໄຊ ຫົວໜ້າ​ກົມ​ສົ່ງເສີມ​ນັກທຸລະກິດຂະໜາດ​ນ້ອຍ ແລະ ກາງ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ມີ​ຜູ້ຕາງໜ້າ​ຈາກ​ທະນາຄານໂລກ ທະນາຄານ​ແຫ່ງ ​ສປປ ລາວ ທະນາຄານ​ທຸລະ​ກິດ ພ້ອມດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.

ທ່ານ ສົມ​ດີ ອິນ​ມີ​ໄຊ ໄດ້​ກ່າວ​ວ່າ: ພາຍຫຼັງ​ທີ່​ໄດ້​ບັນລຸສັນຍາ​ກູ້​ຢືມ​ເງິນ​ຈາກ​ທະນາຄານໂລກ ​ຈຳນວນ 96 ຕື້​ກີບ ໃນ​ມໍ່ໆນີ້​ ທາງ​ກົມ​ສົ່ງເສີມ SME ກຽມຈະ​ປ່ອຍ​ເງິນ​ຈຳນວນ​ດັ່ງກ່າວ​ ໃຫ້ກັບ​ບັນດາ​ນັກທຸລະກິດ ​ເພື່ອ​ນຳໄປລົງທຶນ​ເຂົ້າ​ໃນ​ກິດຈະກຳ​ຕ່າງໆ ໃຫ້​ເກີດ​ປະໂຫຍດ​ທີ່​ຈະ​ເປັນ​ການສ້າງ​ຄວາມ​ເຂັ້ມແຂງ​ ທາງ​ດ້ານເສດຖະກິດ​ຂອງ​ປະເທດ ​ໃຫ້​ມີຄວາມ​ເຕີບ​ໂຕ ສິນ​ເຊື່ອ​ຈຳນວນດັ່ງ​ກ່າວ ​ເປັນ​ສິນ​ເຊື່ອ​ໄລຍະ​ຍາວ ທີ່​ມີ​ອັດຕາ​ດອກ​ເບ້ຍ​ທີ່​ເໝາະ​ສົມ ແຕ່​ຍັງ​ບໍ່​ມີ​ລາຍ​ລະອຽດ​ຊັດ​ເຈນເຖິງ​ອັດຕາ​ດອກ​ເບ້ຍ.

ປັດຈຸບັນ ການ​ເຂົ້າ​ຫາ​ແຫຼ່ງທຶນ​ຍັງ​ເປັນ​ໜຶ່ງ​ ອຸປະສັກ​ຕົ້ນຕໍຂອງ​ການ​ເລີ່ມ​ຕົ້ນ ແລະ ຂະຫຍາຍ​ຕົວ​ຂອງ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ຕາມການ​ສຳ​ຫຼວດ​ຂອງ​ທະນາຄານໂລກ ໃນ​ປີ 2012 ເຫັນ​ໄດ້​ວ່າ ມີພຽງ 24,7% ຂອງ​ວິ​ສາ​ຫະ​ກິດ ທີ່​ໄດ້​ຈົດ​ທະບຽນ​ໄດ້​ຮັບ​ເງິນ​ກູ້ຈາກ​ທະນາຄານ ແລະ ວິ​ສາ​ຫະກິດ​ຂະໜາດ​ກາງ ມີ​ພຽງ​ແຕ່ 46,7% ເນື່ອງ​ຈາກ​ເງື່ອນໄຂ ໃນ​ການ​ປ່ອຍ​ກູ້​ເງິນ​ແມ່ນ​ຕ້ອງການ​ຫຼັກ​ຊັບ​ຄ້ຳປະກັນ ແລະ ຫຼັກ​ຊັບ​ຄ້ຳປະກັນ​ຕ້ອງ​ມີ​ມູນ​ຄ່າ 3 ເທົ່າ​ຂອງ​ວົງ​ເງິນ​ທີ່​ຈະ​ກູ້ສິນ​ເຊື່ອ ທີ່​ທະນາຄານ​ປ່ອຍ​ກູ້​ໃຫ້ SME ສ່ວນ​ຫຼາຍ​ແມ່ນ​ເປັນ​ໄລຍະ​ສັ້ນ ເນື່ອງ​ຈາກ​ແຫຼ່ງ​ທຶນ​ຂອງ​ທະ​ນາຄານ​ ແມ່ນ​ໄດ້​ມາ​ຈາກ​ການ​ລະດົມ​ເງິນ​ຝາກ​ໄລຍະ​ສັ້ນ​ ທີ່​ມີ​ໄລຍະເວລາ​ພຽງ​ແຕ່ 1-3 ປີ.

ໂຄງການ​ສະໜອງ​ສິນ​ເຊື່ອ ໂດຍ​ຜ່ານ​ທະນາຄານ​ທຸລະ​ກິດ​ຄັ້ງນີ້​ປະກອບ​ມີ: ການ​ສະໜອງ​ສິນເຊື່ອ​ ຜ່ານ​ລະບົບ​ທະນາຄານ​ທຸລະກິດ ເຊິ່ງ​ມີ​ເປົ້າ​ໝາຍ​ໃນ​ການຊ່ວຍ​ໃຫ້ SME ເຂົ້າ​ເຖິງ​ແຫຼ່ງ​ທຶນໄດ້​ຫຼາຍ​ຂຶ້ນ ໂດຍ​ສະເພາະແມ່ນ ປະເພດ​ທຶນ​ໄລຍະ​ຍາວ ການ​ຄ້ຳປະກັນ​ສິນ​ເຊື່ອ​ ແມ່ນ​ວຽກ​ງານ​ທີ່​ມີ​ເປົ້າ​ໝາຍ​ໃນ​ການ​ຊ່ວຍ​ຫຼຸດຜ່ອນຄວາມ​ສ່ຽງ ແລະ ຄວາມ​ເສຍຫາຍ (ໜີ້​ເສຍ) ທີ່​ອາດ​ເກີດ​ຂຶ້ນ ໃນ​ການ​ປ່ອຍ​ກູ້​ໃຫ້​ແກ່ SME ຂອງ​ທະນາຄານ​ທີ່​ເຂົ້າ​ຮ່ວມ​ໂຄງການ ຄຽງ​ຄູ່​ກັນ​ນັ້ນ ​ກໍ່​ເປັນ​ການສ້າງ​ເງື່ອນໄຂ​ໃຫ້​ບັນດາ​ຫົວໜ່ວຍທຸລະ​ກິດ ​ທີ່​ບໍ່​ມີ​ຫຼັກ​ຊັບ​ຄ້ຳປະກັນ​ທີ່ພຽງພໍ​ສາມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນໄດ້ ​ໂດຍ​ຜ່ານ​ກົນ​ໄກ​ດັ່ງກ່າວ ແລະ ໜ້າ​ວຽກ​ສຸດ​ທ້າຍ​ເປັນ​ການ​ສ້າງຄວາມ​ເຂັ້ມແຂງ​ດ້ານ​ວິຊາ​ການ ໃຫ້​ແກ່​ໜ່ວຍ​ງານ​ຂອງ​ກົມ​ສົ່ງເສີມ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ທະນາຄານ​ທຸລະ​ກິດ ແລະ SME ເອງ.

ໄລຍະ​ຜ່ານ​ມາ​ກົມ​ສົ່ງເສີມວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ໄດ້​ສະໜອງ​ສິນ​ເຊື່ອ​ໃຫ້ SME ໂດຍ​ຜ່ານ​ທະນາຄານ​ພັດທະ​ນາ​ລາວ​ແລ້ວ ຈຳນວນ 14 ຕື້ກີບ ແຕ່​ກໍ່​ຍັງ​ບໍ່​ພຽງພໍ​ກັບ​ຄວາມຕ້ອງການ ​ໃນ​ການ​ຂະຫຍາຍ​ທຸລະ​ກິດ​ຂອງ SME ຄາດ​ວ່າ​ສິນເຊື່ອ​ໄດ້​ມາ​ໃໝ່ ​ທີ່​ກຽມ​ຈະ​ປ່ອຍ​ນີ້ ຈະ​ເຮັດ​ໃຫ້​ບັນດາ​ຜູ້​ປະກອບ​ການ ນຳໄປ​ໃຊ້​ເຂົ້າ​ໃນ​ການ​ລົງທຶນ​ທີ່​ຈະ​ເປັນ​ການ​ສ້າງ​ຄວາມ​ເຂັ້ມແຂງ ຮອງ​ຮັບ AEC ທັງ​ເປັນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະຊາຊົນ ​ຢູ່​ບໍລິເວນ​ທີ່​ມີ​ການ​ລົງທຶນ​ນຳດ້ວຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...