Homeຂ່າວພາຍ​ໃນຜີຈ່າຍບໍ່ອັ້ນຈ່າຍ200,000ປອນດ໌ຕໍ່ອາທິດມັດໃຈເດເກອາ

ຜີຈ່າຍບໍ່ອັ້ນຈ່າຍ200,000ປອນດ໌ຕໍ່ອາທິດມັດໃຈເດເກອາ

Published on

Manchester United v Aston Villa - Barclays Premier League

ແມນເຊັດເຕີ ຢູໄນເຕັດ ສະໂມສອນຂວັນໃຈມະຫາຊົນແຫ່ງເກະອັງກິດ ສະເໜີຄ່າຈ້າງ 200,000 ປອນດ໌ ຫຼື ປະມານ 240 ລ້ານກີບຕໍ່ອາທິດ ເຊີ່ງເປັນສະຖິຕິຜູ້ຮັກສາປະຕູລາຍໄດ້ແພງທີ່ສຸດຂອງໂລກມັດໃຈ ດາວິດ ເດ ເກອາ ຜູ້ຮັກສາປະຕູຊາວສະເປນຮັບໃຊ້ຕົ້ນສັງກັດຕໍ່ໄປ

ເປັນກະແສທີ່ ເດ ເກອາ ຈະກັບໄປເຝົ້າເສົາໃນບ້ານເກີດຮ່ວມທັບກັບ ເຣອັນ ມາດຣິດ ມະຫາອຳນາດແຫ່ງ ລາລີກາ ໃນຊັມເມີປີ 2016 ການເຈລະຈາຍັງຄົງຕໍ່ຍາວມາເຖິງປະຈຸບັນ ໃນຂະນະທີ່ ຫຼຸຍ ຟັນເກົາ ໄດ້ຍອມຮັບວ່າ ແມນຢູ ຍິນດີມອບຄ່າເມື່ອຍມູນຄ່າມະຫາສານ ດຶງຕົວປັກຫຼັກທີ່ ໂອນ ແທຣບຟອດ

ສັນຍາໃໝ່ຂອງ ຜີສາດແດງ ດຳນົດເງື່ອນໄຂຈ່າຍຄ່າແຮງ 180,000 ປອນດ໌ ຫຼື ປະມານ 216 ລ້ານກີບແພງກວ່າຜູ້ຮັກສາປະຕູແຖວໜ້າຂອງໂລກເຊັ່ນ: ໂຈ ຮາດ ຂອງແມນຊິຕີ, ຈິອັນລຸຍຈິ ບັບຟອນ ຂອງຢູເວນຕຸດ, ມານູເອວ ນອຍເອີ ຂອງບາເຢີນ ແລະ ອີເຄ ຄາຊິຢາດສ໌ ຂອງເຣອັນມາດຣິດ

ຈອມໜຽວໄວ 24 ປີ ເອົາຊະນະດ້ານການປັບຕົວ ນັບຕັ້ງແຕ່ຍ້າຍຈາກ ແອັດ ມາດຣິດ ຄ່າຕົວ 17,8 ລ້ານປອນດ໌ ເມື່ອປີ 2011 ໂຊຟອມໂດດເດັ່ຮຕະຫຼອດລະດູການ 2014-2015

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...