Homeຂ່າວພາຍ​ໃນປືນໃຫຍ່ຖືເຄັດລັບໃສ່ຊຸດເຫຼືອງ-ຟ້າເພື່ອແຊ້ມFA

ປືນໃຫຍ່ຖືເຄັດລັບໃສ່ຊຸດເຫຼືອງ-ຟ້າເພື່ອແຊ້ມFA

Published on

558000004886001

ອາເຊນອນ ສະໂມສອນຊື່ດັງແຫ່ງເກະອັງກິດ ຢືດຖືເຄັດລັບຕາມຂໍ້ມູນທາງປະຫວັດສາດ ກຽມໃສ່ຊຸດເຫຼືອງ-ຟ້າ ພົບກັບ ແອດສ໌ຕັນ ວິນລ່າ ປ້ອງກັນແຊ້ມການແຂ່ງຂັນ ເອັບເອ ຄັບ ໃນວັນເສົາ ພຶດສະພານີ້

ທີມຂອງ ທິມ ເຊີວູດ ຊະນະການສ່ຽງການໂຍນຫຼຽນ ເຊີ່ງຈະເປັນເລືອກຢູນິຟອມໃຊ້ສີເລືອດໝູຟ້າ (ທີມເຈົ້າບ້ານ)ລົງສູ່ສະໜາມ ເວມບຼີ ຕະຫຼອດປີ 2014-2015

ແຕ່ວ່າ ທີມຂອງ ອາແຊນ ເວນເກີ ບໍ່ມີອາການຕື່ນຕົກໃຈ ເນື່ອງຈາກສະຖິຕິລະບຸຍັກໃຫຍ່ລອນດອນເໜືອ ຈັບຖ້ວຍບານທີ່ເກົ່າແກ່ທີ່ສຸດໃນໂລກ 3 ຈາກ 5 ຄັ້ງເມື່ອໃສ່ຊຸດທີມເຢືອນ ສີເຫຼືອງ-ຟ້າ ເຮັດໃຫ້ແຟນບານເຊື່ອໝັ້ນ ທີມຮັກຈະຄວ້າແຊ້ມສະໃໝທີ 12 ( ສູງສຸດຕະຫຼອດການ ) ຫຼາຍກວ່າແມນຢູ ( 11 ສະໃໝ)

ທີມ ປືນໃຫຍ່ ໃສ່ຊຸດເຫຼືອງຄັັ້ງສຸດທ້າຍ ຮອບຊິງຊະນະເລີດປີ 1980 ເສຍໃຫ້ແກ່ ເວດສ໌ແຮມ ແບຫວຸດຫວິດ 0-1 ແຕ່ກ່ອນໜ້ານັ້ນ 1 ລະດູການ ( 1978-79 ) ປືນໃຫຍ່ ເຄຍບຽດຊະນະ ແມນຢູ 3-2 ລວມເຖິງປີ 1950 ແລະ 1971 ທີ່ປາບ ລິເວີພູ 2-0 ແລະ 2-1 ຕາມລຳດັບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...