spot_img
Homeຂ່າວພາຍ​ໃນ ດັດຊະນີຄວາມສຸກ ລາວອັນອັບ 99 ສະວິສອັນດັບ 1

 ດັດຊະນີຄວາມສຸກ ລາວອັນອັບ 99 ສະວິສອັນດັບ 1

Published on

0000ebb8_medium

ອົງການສະຫະປະຊາຊາດເປີດເຜີຍ ລາຍງານດັດຊະນີຄວາມສຸກພົນລະເມືອງໂລກ ປະຈຳປີນີ້ ສະວິດເຊີແລນຄອງອັນດັບ 1 ສຸກທີ່ສຸດ ຕາມມາດ້ວຍອີກຫຼາຍປະເທດໃນເອີຣົບ ຂະນະທີ່ປະເທດລາວເຮົາຢູ່ອັນດັບ 99 ໃນ 158 ປະເທດ.

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 23 ເມສາ 2015 ວ່າ ສະຫະປະຊາຊາດ ແລະເຄືອຂ່າຍການແກ້ໄຂບັນຫາ ເພື່ອການພັດທະນາຢ່າງຍືນຍົງ (Sustainable Development Solutions Network) ເປີດເຜີຍລາຍງານຄວາມສຸກ ຂອງປະຊາກອນໂລກປະຈຳປີນີ້ “ເວີລ ແຮບປີ້ເນສ ຣີພອຕ 2015” ຈາກການປະເມີນຜົນໃນ 158 ປະເທດທົ່ວໂລກ ປາກົດວ່າ 10 ອັນດັບທຳອິດຕົກເປັນຂອງ ສະວິດເຊີແລນ, ໄອຊ໌ແລນ, ເດນມາກ, ນໍເວ, ແຄນາດາ, ຟິນແລນ, ເນເທີແລນ, ສະວີເດນ, ນິວຊີແລນ ແລະອອສເຕຣເລຍ ຕາມລຳດັບ ໂດຍດິນແດນແຖບສະແກນດິເນເວຍ ໃນອະນຸພູມິພາກເອີຣົບເໜືອທັງ 5 ປະເທດ ລວມຢູ່ນີ້ນຳ ເວົ້າໄດ້ວ່າເປັນກຸ່ມປະເທດທີີມີຄວາມສຸກ ທີ່ສຸດໃນໂລກ.

ສ່ວນມະຫາອຳນາດຄືສະຫະລັດອາເມລິກາ ຕາມມາໃນລຳດັບທີ 15 ແລະອັງກິດໃນລຳດັບທີ 21 ທັງສອງລ້ວນແຕ່ເປັນຮອງ ອິສຣາເອລແລະເມັກຊິໂກ ຣັດເຊຍຢູ່ອັນດັບທີ 64 ອ້າຍໃຫຍ່ຈີນຢູ່ທີ່ 84. ສູງສຸດໃນກຸ່ມປະເທດອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ຂອງເຮົາຄື ສິງກະໂປ ຢູ່ອັນດັບທີ 24 ຮອງລົງມາແມ່ນໄທອັນດັບ 34, ມາເລເຊຍ 61, ອິນໂດເນເຊຍ 74, ຫວຽດນາມ 75, ຟີລິບປິນ 90, ລາວ 99, ມຽນມາ 129, ກຳປູເຈຍ 145 ສ່ວນບຣູໄນ ບໍ່ປາກົດຂໍ້ມູນໃນລາຍງານດັ່ງກ່າວ.

ສ່ວນ 10 ອັນດັບລາກທ້າຍໄດ້ແກ່ ຊາດ, ກິນີ, ໄອວໍຣີໂຄສ, ບູກິນາຟາໂຊ, ອັຟການິສຖານ, ຣະວັນດາ, ເນບິນ, ຊີເຣຍ, ບຸຣຸນດີ ແລະໂຕໂກ ສ່ວນຫຼາຍຢູ່ໃນທະວີບແອຟຟຣິກາ.

ລາຍງານນີ້ຈັດທຳເປັນຄັ້ງທີ 3 ຖັດຈາກປີ 2012 ແລະ 2013 ໂດຍປະເມີນຈາກໂຕເລກຜະລິດຕະພັນລວມຕໍ່ຫົວຄົນ ການມີອາຍຸຍືນຢ່າງສຸຂະພາບດີ ການເກື້ອກູນຫຼືແຮງສະໜັບສະໜູນທາງສັງຄົມ ເສລີພາບໃນການເລືອກດຳເນີນຊີວິດ ການປອດໄພຄຸກຄາມຂອງການສໍ້ລາດບັງຫຼວງ ແລະການປະສົບພົບພໍ້ກັບນ້ຳໃຈໃນສັງຄົມ ໂດຍທ່ານ ເຈຟຟຣີ ແຊັກ ປະທານເຄືອຂ່າຍ ແລະຜູ້ຊ່ຽວຊານດ້ານເສດຖະສາດ ຈາກມະຫາວິທະຍາໄລ ໂຄລຳເບຍຂອງສະຫະລັດ ກ່າວວ່າ ລາຍງານດັ່ງກ່າວນີ້ ສະແດງໃຫ້ເຫັນວ່າ ຄວາມສຸກຂອງປະຊາຊົນປະກອບຂຶ້ນ ຈາກປັດໄຈຫຼາຍຢ່າງລວມກັນ ບໍ່ແມ່ນພຽງໂຕເລກທາງເສດຖະກິດເທົ່ານັ້ນ ແຕ່ລວມທັງຄວາມເປັນທຳ ຄວາມຊື່ສັດ ຄວາມໄວ້ວາງໃຈ ແລະການມີສຸຂະພາບທີ່ດີ.

ສັງຄົມທີ່ແຂງແຮງແລະຕົ້ນທຶນທາງສະຖາບັນ ມີຜົນຢ່າງຍິ່ງ ທັດສະນະຄະຕິທີ່ດີທີ່ເລິ່ມກໍ່ໂຕຂຶ້ນຕັ້ງແຕ່ໄວເດັກ ເປັນຮາກຖານທີ່ນຳໄປສູ່ການເປັນຜູ້ໃຫຍ່ ທີ່ມີຄວາມສຸກ ດັ່ງນັ້ນ, ການລົງທຶນແຕ່ທຳອິດ ໂດຍໃຫ້ຄວາມສຳຄັນກັບຄຸນນະພາບຊີວິດ ຂອງພົນລະເມືອງໂຕນ້ອຍໆ ຈະເຮັດໃຫ້ພວກເຂົາເຕີບໂຕໄປເປັນບຸກຄົນ ທີ່ມີເສລີພາບທາງຄວາມຄິດ ມີຄຸນນະພາບ ແລະມີຄວາມສຸກ ເຊິ່ງເປັນວັດຖຸດິບສຳຄັນໃນການພັດທະນາຊາດ ໂດຍໜຶ່ງໃນຈຸດມຸ່ງໝາຍຂອງການຈັດທຳລາຍງານນີ້ ຄືການກະຕຸ້ນໃຫ້ພາກລັດໃນທຸກລະດັບ ໃຊ້ເປັນຂໍ້ມູນປະກອບການພິຈາລະນາ ເພື່ອນຳໄປສູ່ການພັດທະນາຄວາມສຸກ ຂອງປະຊາກອນໃນປະເທດຂອງຕົນ.

ຂໍ້ມູນເພິ່ມເຕີມ: http://worldhappiness.report/

 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...