spot_img
Homeຊີວິດແລະຄວາມຮັກ20 ຂໍ້ຄິດທີ່ຄວນຮູ້ກ່ອນອາຍຸ 30

20 ຂໍ້ຄິດທີ່ຄວນຮູ້ກ່ອນອາຍຸ 30

Published on

images

ສັງລວມຈາກຄຳບອກເລົ່່າຂອງຍິງ-ຊາຍ ຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ຖ້າສາມາດຢ້ອນເວລາກັບມາໄດ້ຕອນ ອາຍຸ 30 ພວກເຂົາຈະແກ້ໄຂ ຫຍັງແດ່ໃນຊີວິດ ແລະນີ້ຄື 20 ຂໍ້ ທີ່ເປັນຄຳຕອບຂອງພວກເຂົາເຫຼົ່ານີ້ ລອງອ່ານເບິ່ງ ແລ້ວພິຈາລະນານຳກັນວ່າ ທ່ານຢາກຈະມີຊີວິດແບບໃດ ໃນຕອນອາຍຸ 50 ກັນແນ່:

1. ຢ່າສູບຢາ ເຊົາສາຕັ້ງແຕ່ມື້ນີ້ ເພາະ 100% ກາລັນຕີເລີຍວ່າ ຖ້າສູບຢາຕ້ອງມີບັນຫາສຸຂະພາບ

2. ເຊົາກິນອາຫານທີ່ບໍ່ມີປະໂຫຍດ ມັນຈະບັ່ນທອນສຸຂະພາບຂອງທ່ານ

3. ຮັກສາ ແລະປະສານຄວາມສຳພັນຂອງຄອບຄົວ ແລະພໍ່ແມ່ພີ່ນ້ອງ ທ່ານຕ້ອງການທີ່ເພິ່ງຍາມເຖົ້າແກ່ແນ່ນອນ

4. ເຊົາເຮັດວຽກແບບບໍ່ຫຼັບບໍ່ນອນ ເພາະສຸຂະພາບທີ່ດີ ບໍ່ສາມາດຊື້ກັບມາໄດ້ດ້ວຍເງິນ

5. ອອກກຳລັງກາຍຢ່າງສະໝ່ຳສະເໝີ ນັ້ນຈະຊ່ວຍໃຫ້ສຸຂະພາບທ່ານດີຂຶ້ນ ຈົນໜ້າເຫຼືອເຊື່ອ

6. ເລິ່ມທ້ອນເງິນ ເທື່ອລະເລັກເທື່ອລະນ້ອຍ ເພາະທ່ານບໍ່ຮູ້ວ່າ ໃນອະນາຄົດຈະຕ້ອງມີເລື່ອງຫຍັງ ສຸກເສີນທີ່ຕ້ອງໃຊ້ມັນ

7. ພໍໃຈໃນສິ່ງທີ່ຕົນເອງມີ ພູມໃຈໃນສິ່ງທີ່ຕົນເອງເປັນ

8. ຈົ່ງມີເປົ້າໝາຍຊີວິດ ແລະຢ່າຍອມແພ້

9. ພັກ່ອນແດ່ ການພັກຜ່ອນທີ່ພຽງພໍ ແລະເປັນເວລາ ຈະເຮັດໃຫ້ຮ່າງກາຍຂອງທ່ານແຂງແຮງ

10. ເບິ່ງແຍງແຂ້ວຢູ່ສະເໝີ ດູແລມັນຕັ້ງແຕ່ມື້ນີ້ ເພາະຜູ້ສູງອາຍຸມັກມີບັນຫາ ກ່ຽວກັບແຂ້ວເກືອບທຸກຄົນ

11. ສະສົມຄວາມຊົງຈຳດີໆ ໄວ້ເປັນກຳລັງໃຈໃນການດຳເນີນຊີວິດ

12. ຮູ້ຈັກແບ່ງປັນຜູ້ອື່ນແດ່ ບໍ່ແມ່ນການເຮັດບຸນ ແຕ່ມັນຄືການຮູ້ຈັກຊ່ວຍເຫຼືອ ແບ່ງປັນໃຫ້ຄົນທີ່ເດືອດຮ້ອນກວ່າເຮົາ

13. ຈົ່ງມີຄວາມກ້າ ແລະຈົ່ງປະເຊີນໜ້າກັບຄວາມຢ້ານ ໃນທຸກໆມື້ ອອກໄປເປີດຫູເປີດຕາເບິ່ງໂລກພາຍນອກ ນຳແດ່.

14. ອ່ານໜັງສືຈັກ 10 ຫົວຕໍ່ປີ ໃນຕອນອາຍຸ 50 ທ່ານຈະມີຄວາມຮູ້ຫຼວງຫຼາຍ ທີ່ສາມາດເອົາໂຕລອດໄດ້ດີກວ່າ ຄົນແກ່ອື່ນໆ

15. ທ່ອງທ່ຽວ ໄປໃສກໍໄດ້ ເມື່ອທ່ານມີເວລາ ແລ້ວທ່ານອາດຈະໄດ້ປະສົບການ ແລະມຸມມອງໃນການໃຊ້ຊີວິດທີ່ດີຂຶ້ນ

16. ຮູ້ຈັກການເຮັດສະມາທິ ເຊິ່ງເປັນສ່ວນສຳຄັນໃນການເຮັດທຸກໆ ຢ່າງໃນຊີວິດປະຈຳວັນ

17. ເຊົາປຽບທຽບໂຕເອງກັບຄົນອື່ນ ເພາະທ່ານຈະບໍ່ມີມື້ມີຄວາມສຸກແນ່ອນ

18. ປະຖິ້ມຄວາມຊົ່ວຮ້າຍໄວ້ເບື້ອງຫຼັງ ໃຊ້ມັນເປັນປະສົບການເຮັດໃຫ້ເຮົາແຂງແກ່ນ ແຕ່ບໍ່ແມ່ນໃຊ້ມັນມາບັ່ນທອນ ແລະລຳລາຍໂຕເອງ

19. ເປັນເຈົ້າຂອງເຮືອນຈັກຫຼັງໜຶ່ງ ຮູ້ຈັກເລິ່ມທ້ອນເງິນເຮັດເຮືອນ ຫຼືຜ່ອນເຮືອນ ເມື່ອອາຍຸ 50 ທ່ານອາດຈະເປັນເຈົ້າຂອງມັນເຕັມໂຕ

20. ເອົາໃຈໃສ່ໝູ່ເພື່ອນອ້ອມໂຕເຮົາ ເພາະເພື່ອນອາດຈະເປັນທີ່ເພິ່ງ ໃຫ້ເຮົາໄດ້ດີທີ່ສຸດ ໃນຍາມທີ່ເຮົາມີບັນຫາ

ທ່ານຜູ້ອ່ານມີຄຳຄິດເຫັນແນວໃດກັບ ບົດຄວາມນີ້ ຖ້າຖືກໃຈທ່ານ ຂໍໃຫ້ທ່ານປະກອບຄຳເຫັນ ແລະສົ່ງຕໍ່ໃຫ້ຄົນອື່ນໄດ້ອ່ານນຳແດ່ເດີ !

 

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...