Homeຂ່າວຕ່າງປະເທດບາ​ຣັກ ໂອ​ບາ​ມາ ຖະ​ແຫລງເສຍ​ໃຈ ປະ​ຕິ​ບັດ​ການ​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ ມີ​ຕົວ​ປະ​ກັນ​ຖືກ​ລູ​ກ​ຫລົງ ຕາຍ 2 ຄົນ!

ບາ​ຣັກ ໂອ​ບາ​ມາ ຖະ​ແຫລງເສຍ​ໃຈ ປະ​ຕິ​ບັດ​ການ​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ ມີ​ຕົວ​ປະ​ກັນ​ຖືກ​ລູ​ກ​ຫລົງ ຕາຍ 2 ຄົນ!

Published on

EyWwB5WU57MYnKOuFtLr1GAhIioxPwfUhuLt27TdyZCkMcXtTBMEQa

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບວ່າ ​ການ​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ​ເມື່ອ​ເດືອນ​ມັງ​ກອນ​ຜ່ານ​ມາ​ ໄດ້​ຂ້າ​ຊີ​ວິດ​ຂອງ​ຕົວ​ປະ​ກັນ 2 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 24 ເມ​ສາ​ນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ແຫ່ງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ເປີດ​ເຜີຍ​ວ່າ ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງສະ​ຫະ​ລັດ​ອາ​ເມ​ຣິ​ກາ ໃນ​ແຖວ​ຊາຍ​ແດນ​ອັບ​ກາ​ນິ​ສະ​ຖານ – ປາ​ກີ​ສະ​ຖານ ເມື່ອ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ ໄດ້​ຂ້າ​ຊີ​ວິດ​ຕົວ​ປະ​ກັນ​ຊາວ​ອາ​ເມ​ຣິ​ກັນ 1 ຄົນ ແລະ ຊາວ​ອີ​ຕາ​ລີ 1 ຄົນ ໂດຍ​ເຂົາ​ຄື​ຜູ້​ທີ່​ຕ້ອງ​ຮັບ​ຜິດ​ຊອບ​ກັບ​ການ​ສູນ​ເສຍ​ໃນ​ຄັ້ງ​ນີ້.

ທັງ​ນີ້ ທ່ານ ບາ​ຣັກ ໂອ​ບາ​ມາ ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ສຸດ​ຊຶ້ງ ຕໍ່​ກັບ​ຄອບ​ຄົວ​ຂອງ​ຕົວ​ປະ​ກັນ​ທັງ​ສອງ​ຄົນ ໄດ້​ແກ່ ທ້າວ ວໍ​ເຣນ ເວນ​ສ​ະ​ຕາຍ ແລະ ທ້າວ ຈິ​ໂອ​ວານ​ນີ່ ໂລ ປໍ​ໂຕ້ ແລະ ນອກ​ຈ​າກ​ນີ້ ຍັງ​ມີ ທ້າວ ອາ​ເໝັດ ຟາ​ຣັກ ຊາວ​ອາ​ເມ​ຣິ​ກັນ​ທີ່​ເປັນ​ສະ​ມາ​ຊິກ​ຄົນ​ສຳ​ຄັນ​ຂອງ​ກຸ່ມ​ອັນ​ກໍ​ອິ​ດະ ແລະ ທ້າວ ດຳ ກາ​ດານ ໂຄ​ສົກ​ຂອງ​ກຸ່ມ​ອັນ​ກໍ​ອິ​ດະ ກໍ​ໄດ້​ຖືກ​ສັງ​ຫານ​ພ້ອມ​ໃນ​ໃນ​ປະ​ຕິ​ບັດ​ການ​ດັ່ງ​ກ່າວ.

ທ່ານ ບາ​ຣັກ ໂອ​ບາ​ມາ ໄດ້​ກ່າວ​ວ່າ ” ໃນ​ຖາ​ນະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ຜູ້​ບັນ​ຊາ​ການ ຂ້າ​ພະ​ເຈົ້າ​ເອງ ຂໍ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ ຕໍ່​ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ທັງ​ໝົດ ລວມ​ເຖິງ​ປະ​ຕິ​ບັດ​ການ​ທີ່​ຂ້າ​ຊີ​ວິດ​ຂອງ​ຜູ້​ບໍ​ລິ​ສຸດ​ທັງ 2 ຄົນ ຂ້າ​ພະ​ເຈົ້າ​ເອງ ມີ​ຄວາມ​ເສຍ​ໃຈ​ຕໍ່​ສິ່ງ​ທີ​ເກີດ​ຂຶ້ນ ໃນ​ຖາ​ນະ​ຕົວ​ແທນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກັນ ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ສຸດ​ຊຶ້ງ ຕໍ່​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ “

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...