Homeຂ່າວພາຍ​ໃນ​ຜົນ​ສຳ​ຫລວດ​ຊີ້ ນັກທຸລະກິດລາວສ່ວນໃຫຍ່ ຍັງບໍ່ເຂົ້າໃຈແຈ້ງ ນະໂຍບາຍການຄ້າ ແລະ ສັນຍາສາກົນ!

​ຜົນ​ສຳ​ຫລວດ​ຊີ້ ນັກທຸລະກິດລາວສ່ວນໃຫຍ່ ຍັງບໍ່ເຂົ້າໃຈແຈ້ງ ນະໂຍບາຍການຄ້າ ແລະ ສັນຍາສາກົນ!

Published on

trade meeting

ເມື່ອບໍ່ດົນນີ້, ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ແລະ ອົງການພັດ ທະນາສາກົນສະຫະ ລັດ ປະຈຳອາຊີ, ໄດ້ເປີດເຜີຍຜົນສຳຫລວດຄວາມຄິດເຫັນ ຂອງນັກທຸລະກິດລາວເກືອບ 300 ຫົວໜ່ວຍທີ່ມີປະສົບ ການສູງ ແລະ ມີ ຄວາມເຂັ້ມແຂງດ້ານທຶນຮອນຢູ່ເຂດເສດຖະກິດຂະຫຍາຍຕົວຄື: ນະຄອນ ຫລວງວຽງຈັນ, ຫລວງ ພະບາງ, ສະຫວັນນະເຂດ ແລະ ຈຳປາສັກ, ຕໍ່ບັນຫາການເປີດກວ້າງດ້ານການຄ້າຂອງລາວ, ໂດຍຊີ້ໃຫ້ເຫັນວ່າ: ນັກ ທຸລະກິດລາວສ່ວນໃຫຍ່ຍັງບໍ່ທັນເຂົ້າໃຈແຈ້ງກ່ຽວກັບນະໂຍບາຍການຄ້າ ແລະ ສັນຍາສາກົນ, ເນື່ອງ ຈາກວ່າບັນດານັກ ທຸລະກິດເຫລົ່ານັ້ນຍັງມີລະດັບຄວາມຮູ້ຕ່ຳກ່ຽວກັບນະໂຍບາຍແຫ່ງຊາດ ແລະ ສັນຍາການຄ້າສາກົນທີ່ສຳຄັນເຊັ່ນ: ອົງການການຄ້າໂລກ (WTO), ອາຊຽນ (ASEAN), ການຄ້າເສລີອາຊຽນ(AFTA), ແຜນງານປະຊາຄົມເສດຖະ ກິດອາຊຽນ, ແຜນງານການຄ້າຂອງສະຫະພາບເອີຣົບ, ຍຸດທະສາດການຄ້າແຫ່ງຊາດລາວ ແລະ ອື່ນໆ, ເຊິ່ງເຫັນ

ວ່າມີພຽງແຕ່ນະໂຍບາຍການຄ້າສຳຄັນຕົ້ນຕໍຢ່າງດຽວເຊັ່ນ: ການເປັນສະມາຊິກອາຊຽນມີຄົນຮູ້ຫລາຍກວ່າໝູ່ກວມປະມານ 17% ຂອງບໍລິສັດທັງໝົດ, ສ່ວນຢູ່ໃນກຸ່ມບໍລິສັດຂະໜາດໃຫຍ່ມີພຽງ 18% ທີ່ຮູ້ຂ້ອນຂ້າງເລິກເຊິ່ງກ່ຽວກັບ ການເປັນສະມາຊິກອົງການການຄ້າໂລກ ແລະ ຍົກເວັນແຕ່ອາຊຽນ, ອົງການການຄ້າໂລກ, ການຄ້າເສລີ ແລະ ກອງ ປະຊຸມທຸລະກິດລາວ, ມີທຸລະກິດຫລາຍກວ່າ 80% ບໍ່ຮູ້ເນື້ອໃນ ແລະ ບໍ່ມີຄວາມຮູ້ຫຍັງໝົດ, ເຊິ່ງການຂາດ

ຄວາມຮູ້ກ່ຽວກັບສັນຍາສາກົນ ແລະ ນະໂຍບາຍເຫລົ່ານັ້ນອາດເຮັດໃຫ້ທຸລະກິດພາດໂອກາດໃນການຄວ້າຄວາມ ໄດ້ປຽບຈາກການຄ້າ ແລະ ຄວນໄດ້ຮັບການແກ້ໄຂດ້ວຍການເຜີຍແຜ່ວຽກງານເຫລົ່ານັ້ນຢ່າງມີຈຸດສຸມຫລາຍຂຶ້ນ.

 

ແຫລ່ງ​ຂ່າວ: ລາວ​ພັ​ດ​ທະ​ນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...