spot_img
Homeຂ່າວພາຍ​ໃນສ/ຍ ນວ ຈະເສັງເພງ ຕ້ານຄວາມຮຸນແຮງ ໃນແມ່ຍິງແລະເດັກ

ສ/ຍ ນວ ຈະເສັງເພງ ຕ້ານຄວາມຮຸນແຮງ ໃນແມ່ຍິງແລະເດັກ

Published on

ພິທີຖະແຫລງຂ່າວການຈັດງານ ເສັງເພງຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ແລະ ເດັກນ້ອຍ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 1 ມີນາ 2013 ທີ່ສະມາຄົມ
ນັກຂ່າວແຫ່ງ ສປປ.ລາວ ໃນນະຄອນຫລວງວຽງຈັນ ໂດຍການເປັນ
ປະທານຂອງທ່ານນາງ ລໍາພອຍ ສີອັກຄະຈັນ ປະທານສະຫະພັນແມ່ຍິງ
ນະຄອນຫລວງວຽງຈັນ ໂດຍການເຂົາຮ່ວມຂອງຜູ້ຕາງໜ້າອົງການ
ແຄຣ໌ນາໆຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານນາງ ລໍາພອຍ ສີອັກຄະຈັນ
ປະທານສະຫະພັນແມ່ຍິງນະຄອນຫລວງວຽງຈັນ

ທ່ານນາງ ລໍາພອຍ ສີອັກຄະຈັນ ກ່າວວ່າ ວັດຖຸປະສົງການຈັດງານໃນຄັ້ງນີ້
ແມ່ນເພື່ອກະຈາຍຂໍ້ມູນກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ໂດຍຜ່ານສຽງເພງ ທັງເປັນການໂຄສະນາໃຫ້ມວນຊົນຮູ້ເນື້ອໄນຂອງວຽກງານ
ຕ້ານການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ສົ່ງເສີມໃຫ້ສັງຄົມຫັນມາໃສ່ໃຈໃນ
ບັນຫາດັ່ງກ່າວ ທັງເປັນການສ້າງຈິດສໍານຶກຂອງເດັກນ້ອຍ ແລະ ໄວໜຸ່ມ
ໃຫ້ຫລຸດຜ່ອນພຶດຕິກຳໃຊ້ຄວາມຮຸນແຮງ.

ສໍາລັບກຸ່ມເປົ້າໝາຍທີ່ຈະເຂົ້າຮ່ວມເສັງເພງແມ່ນ ໄວໜຸ່ມໃນໂຮງຮຽນລະດັບ
ມ.ປາຍ ສະຖາບັນການສຶກສາ ແລະ ບຸກຄົນທົ່ວໄປ ໂດຍບໍ່ຈຳກັດເພງຮ້ອງດ່ຽວ
ຫຼື ຮວມໝູ່. ສ່ວນເພງທີ່ຈະນຳມາຮ້ອງ ຕ້ອງເປັນເພງແຕ່ງໃໝ່ ມີເນື້ອຫາຖືກຕ້ອງ
ແລະ ກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຜູ້ສົນໃຈສາມາດ
ສະໝັກໄດ້ທີ່ຫ້ອງການສະຫະພັນແມ່ຍິງນະຄອນຫລວງວຽງຈັນ ຫຼື ຂໍແບບ
ໃບສະໝັກຕາມໂຮງຮຽນແຫ່ງຕ່າງໆ.
ການເສັງເພງຈະໄດ້ຈັດຮອບຄັດເລືອກໃນວັນທີ 25-26 ມີນາ 2013 ທີ່
ອົງການແຄຣ໌ນາໆຊາດ ຮອບທີສອງຈະຈັດຂຶ້ນໃນວັນທີ 30 ມີນາ 2013
ທີ່ສູນເຝິກອົບຮົມແມ່ຍິງລາວ ທີ່ບ້ານໂພນທັນ ຊຶ່ງຈະຄັດຈາກ 30 ຄະນະ
ໃຫ້ເຫລືອພຽງ 15 ຄະນະ. ສ່ວນຮອບຊີງຊະນະເລີດ ຈະຈັດຂຶ້ນໃນວັນທີ
4 ພຶດສະພາ 2013 ທີ່ຫໍວັດທະນະທຳແຫ່ງຊາດ.
ສ່ວນລາງວັນຊະນະເລີດຈະໄດ້ຮັບເງິນສົດ 5 ລ້ານກີບພ້ອມໃບຢັ້ງຢືນ
ລາງວັນທີສອງຈະໄດ້ຮັບເງິນສົດ 3 ລ້ານກີບພ້ອມໃບຢັ້ງຢືນ ລາງວັນທີສາມ
ຈະໄດ້ຮັບເງິນສົດ 2 ລ້ານກີບພ້ອມໃບຢັ້ງຢືນ. ນອກນີ້ ຍັງມີລາງວັນຊົມເຊີຍ
ຜູ້ເຂົ້າຮອບສຸດທ້າຍຊຶ່ງມີ 12 ລາງວັນໆລະ 3 ແສນກີບ.

ຂ່າວ/ພາບ: ເທພະວົງສອນ

ທີ່ມາhttp://vtetoday.la

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...