spot_img
Homeຂ່າວພາຍ​ໃນລົດໃຫຍ່ເບກແຕກ ຢຽບຄົນເສຍຊີວິດ

ລົດໃຫຍ່ເບກແຕກ ຢຽບຄົນເສຍຊີວິດ

Published on

11110269_967359396629066_6075488221569655682_n

ໃນວັນທີ 24/4/2015 ເວລາ 08:24
ລາຍງານຈາກ ໝ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງ ຈາກເບີ 1623 ວ່າມີອຸປະຕິເຫດລົດໃຫຍ່ເບກແຕກແລ້ວເສຍຫຼັກຢຽບເອົາ ຄົນຍ່າງຢູ່ແຄມທາງ ຈຸດເກີດເຫດ ແຖວຄິວລົດສາຍໃຕ້ ພໍໄປຮອດຈຸດເກີດເຫດພົບຜູ້ບາດເຈັບ 3 ຄົນ. ເສຍຊີວິດ 1 ຄົນ.
ຜູ້ບາດເຈັບຄົນທີ 1 ເຈັບກະດູກສັນຫລັງ.
ຜູ້ບາດເຈັບຄົນທີ 2 ມີບາດແຜຕາມຕົນໂຕ ແລະມີບາດເປີດຢູ່ນີ້ວໂປ້ເບື້ອງຊ້າຍ.
ຜູ້ບາດເຈັບຄົນທີ 3 ຂາເບື້ອງຂວາຫັກ ມີບາດແຜຕາມຕົນໂຕ.
ຜູ້ທີ 4 ຜູ້ເສຍຊີວິດແມ່ນ ຖືກກະທົບຢ່າງແຮງ. ຄໍຫັກ ປາກຈີກ.

ສ່ວນຜູ້ບາດເຈັບສາມຄົນ ໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຈຶ່ງໄດ້ປະຖົມພະຍາບານແລ້ວນຳສົ່ງ ໂຮງໝໍ ມິດຕະພາບ (150ຕຽງ).

ສ່ວນຜູ້ເສຍຊີວິດໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ນຳສົ່ງ ໂຮງໝໍມະໂຫສົດ.

11175020_967359433295729_170415309159061895_n

ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ
ບາດເຈັບ ເຫດ ສຸກເສີນ ແຈ້ງ 1623 ຫຼື 56668825 ຟຣີ ຕະຫຼອດ 24 ຊົ່ວໂມງ
—————————–
ຂ່າວຈາກໂທລະໂຄ່ງ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...