Homeຂ່າວພາຍ​ໃນເປີດຕົວເຂັມຂັດແຊ້ມຂອງມວຍຄູ່ຢຸດໂລກ

ເປີດຕົວເຂັມຂັດແຊ້ມຂອງມວຍຄູ່ຢຸດໂລກ

Published on

mayweather-pacquiao1

ສະພາມວຍໂລກ ຫຼື WBC ໄດ້ຈັດງານເປີດຕົວເຂັມຂັດແຊ້ມຂອງມວຍຄູ່ຢຸດໂລກ ລະຫວ່າງ ຟຼອຍ ເມເວດເທີ ຈູເນຍ ກັບ ແມນນີ່ ປາກຽວ ທີ່ເມືອງແມັກຊີໂກ ປະເທດ ແມັກຊີໂກ

ໂດຍເຂັມຂັດແຊ້ມດັ່ງກ່າວມີມູນຄ່າສູງເຖິງ 1 ລ້ານໂດລາ ຫຼື ປະມານ 8 ຕື້ກີບ ປະດັບດ້ວຍມໍລະກົດ 3000 ເມັດ ພ້ອມທັງມີຮູບຂອງ ປາກຽວ ແລະ ຟຼອຍ ລວມໄປເຖິງ ມູຮັມໝັດ ອາລີ ນັກມວຍໃນຕຳນານ ແລະ ໂຄເຊ່ ສຸໄລມານ ອະດີດປະທານສະພາມວຍໂລກ

ເຂັມຂັດນີ້ຈະຖືກມອບໃຫ້ກັບຜູ້ຊະນະຂອງການແຂ່ງຂຂັນປະຫວັດສາດໃນວັນທີ 2 ພຶດສະພານີ້ ໃນຂະນະດຽວກັນ ບ໊ອບ ອະລຳ ໂປໂມເຕີຈັດການແຂ່ງຂັນຢືນຢັນວ່າ ບັດເຂົ້າຊົມເກມນີ້ໄດ້ໝົດແລ້ວໃນການຈຳໜ່າຍ ສ່ວນລາຄາບັດໃຕ້ດິນກໍ່ມີລາຄາສູງເຖິງ 7,500 ປອນດ໌ ຫຼື ປະມານ 90 ລ້ານກວ່າກີບ

gf

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...