Homeຂ່າວຕ່າງປະເທດລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຣັ​ດ​ເຊຍ​ລະ​ບຸ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຄື​ບິ​ດາ​ຜູ້​ໃຫ້​ກຳ​ເນີດກຸ່ມ IS!

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຣັ​ດ​ເຊຍ​ລະ​ບຸ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຄື​ບິ​ດາ​ຜູ້​ໃຫ້​ກຳ​ເນີດກຸ່ມ IS!

Published on

558000004792101

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍລະ​ບຸ​ວ່າ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຄື​ບິ​ດາ​ຜູ້​ໃຫ້​ກຳ​ເນີດ​ກຸ່ມ IS ຈາກ​ຄວາມ​ລົ້ມ​ເຫລວ​ຂອງ​ນະ​ໂຍ​ບາຍ​ຕໍ່​ຕາ​ເວັນ​ອອກ​ກາງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ເມ​ສາ​ນີ້​ວ່າ ທ່ານ ເຊີ​ເກ ລາບ​ຣອບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ໄດ້​ອອກ​ມາ​ລະ​ບຸ​ວ່າ ການ​ຖື​ກຳ​ເນີດ​ຂອງ​ກຸ່ມ​ຕິດ​ອາ​ວຸດ​ລັດ​ອິດ​ສະ​ລາມ ຫລື IS ນັ້ນ ແມ່ນ​ເປັນ​ຜົນ​ພວງ​ມາ​ຈາກ ຄວາມ​ລົ້ມ​ເຫລວ​ຊ້ຳ​ຊາກ​ຂອງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຕໍ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ກາງ.

ທ່ານ ລາບ​ຣອບ ໄດ້​ກ່າວ​ລະ​ບຸ​ໃນ​ມື້​ວັນ​ພຸດ​ທີ 22 ເມ​ສາ​ຜ່ານ​ມາ ທີ່​ນະ​ຄອນ​ຫລວງ​ມົດ​ສະ​ກູ ປະ​ເທດ​ຣັດ​ເຊຍ​ວ່າ ທີ່​ຜ່ານ​ມາ​ລັດ​ຖະ​ບານ​ວໍ​ຊິງ​ຕັນ ປະ​ຕິ​ເສດ​ທີ່​ຈະ​ຍອມ​ຮັບ​ເຖິງ​ຄວາມ​ຜິດ​ພາດ​ຂອງ​ຕົນ ໃນ​ເລື່ອງ​ດັ່ງ​ກ່າວ​ນີ້​ມາ​ໂດຍ​ຕະ​ຫລອດ ແຕ່​ເຖິງ​ແນວ​ໃດ​ກໍ​ຕາມ ບໍ່​ອາດ​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ​ໄດ້​ວ່າ ຄວາມ​ລົ້ມ​ເຫລວ​ຕໍ່​ເນື່ອງ​ຂອງ​ ຂະ​ບວນ​ການ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຕໍ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ໄດ້​ຊຸກ​ດັນ​ໃຫ້​ກຸ່ມ IS ກຳ​ເນີດ​ເກີດ​ຂຶ້ນ ແລະ ກາຍ​ມາ​ເປັນ​ໄພ​ຄຸກ​ຄາມ​ໃຫຍ່​ຫລວງ ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ທັງ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເອງ ແລະ ອີກ​ຫລາຍໆ​ປະ​ເທດ​ໃນ​ທົ່ວ​ໂລກ.

” ສະ​ຫະ​ລັດອາ​ເມ​ຣິ​ກາ ຄື​ບິ​ດາ​ຜູ້​ໃຫ້​ກຳ​ເນີດ​ກຸ່ມ IS ນີ້​ຄື​ຄວາມ​ຈິງ​ອັນ​ໜ້າ​ເຈັບ​ປວດ ທີ່​ບັນ​ດາ​ຜູ້​ມີ​ອຳ​ນາດ​ໃນ​ວໍ​ຊິງ​ຕັນ ຕ້ອງຍອມ​ຮັບ​ໃຫ້​ໄດ້ ” ທ່ານ ລາບ​ຣອບ ກ່າວ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...