Homeຂ່າວພາຍ​ໃນການຂະຫຍາຍຕົວເສດຖະກິດຂອງລາວ ແຮງຍູ້ດັນການປະຕິບັດນະໂຍບາຍ ງົບປະມານການເງິນດີຂຶ້ນ

ການຂະຫຍາຍຕົວເສດຖະກິດຂອງລາວ ແຮງຍູ້ດັນການປະຕິບັດນະໂຍບາຍ ງົບປະມານການເງິນດີຂຶ້ນ

Published on

original

ທະນາຄານພັດທະນາອາຊີ(ADB) ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ການຂະ ຫຍາຍຕົວດ້ານເສດຖະກິດຂອງ ລາວໃນ ໄລຍະຜ່ານມາໄດ້ເປັນແຮງຊຸກຍູ້ການຈັດ ຕັ້ງປະຕິບັດນະໂຍບາຍດ້ານງົບປະມານ, ການເງິນຂອງລາວ ໄດ້ ຢ່າງຕັ້ງໜ້າ ແລະ ການຂະຫຍາຍຕົວໃນອັດຕາ 9% ຂອງຂະແໜງບໍລິການແມ່ນໄດ້ຮັບແຮງ ຊຸກຍູ້ ຈາກຜູ້ບໍລິໂພກ ທີ່ເພີ່ມສູງຂຶ້ນ, ການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວໃນ ອັດຕາທີ່ສູງຂຶ້ນໄດ້ສ້າງຜົນກຳໄລໃຫ້ແກ່ພາກສ່ວນໂຮງ ແຮມ, ຮ້ານອາຫານ ແລະ ການຂົນສົ່ງ, ຜົນໄດ້ຮັບຈາກການ ຂຸດຄົນ ບໍ່ແຮ່ ແລະ ໄຟຟ້າພະລັງງານນ້ຳທີ່ສືບຕໍ່ຂະ ຫຍາຍຕົວ,ໃນນີ້ຜົນຜະລິດທອງ ແດງເພີ່ມຂຶ້ນປະມານ3,5%, ໃນ ຂະນະທີ່ຜົນ ໄດ້ຮັບຈາກໄຟຟ້າພະລັງງານນ້ຳ ເພີ່ມຂຶ້ນ 3,6%, ຂະແໜງກະສິກຳ ຂະຫຍາຍຕົວ 2,7% ແລະ ເຖິງ ວ່າຈະຖືກຜົນກະທົບ

ຈາກໄພທຳມະຊາດ ໃນໄຕມາດທີ່ສາມຂອງປີ, ແຕ່ອັດຕາເງິນເຟີ້ຢູ່ ລາວຍັງສະເລ່ຍຢູ່ໃນເກນປົກກະ ຕິທີ່ຍອມຮັບໄດ້, ເບິ່ງໄປ ແລ້ວ ເຫັນວ່າ: ການລົງທຶນເຂົ້າມາໃນຂະແໜງການຕ່າງໆ ໂດຍສະເພາະແມ່ນການລົງທຶນ ໃນຂະແໜງຂຸດຄົ້ນບໍ່ແຮ່ ແລະ ໄຟຟ້າພະລັງ ງານນ້ຳ, ບວກກັບໂຄງການ ກໍ່ສ້າງໂຮງແຮມສຳນັກງານອົງການ ແລະ ຕຶກອາຄານທີ່ຢູ່ອາໄສຍັງຈະສືບຕໍ່ຊຸກຍູ້ເຮັດ ໃຫ້ລາຍຮັບຂອງລາວເພີ່ມສູງຂຶ້ນ, ພ້ອມກັບຄວາມຕ້ອງການບໍລິໂພກ ຂອງພາກເອກະຊົນ ແລະ ການລົງທຶນໂດຍກົງ ຈາກຕ່າງປະເທດ, ຂະແໜງບໍລິການຍັງຈະສືບຕໍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ໂດຍສະເພາະແມ່ນຂະແໜງບໍລິການຕິດ ພັນກັບການທ່ອງທ່ຽວ, ໂທລະຄົມມະນາຄົມ ແລະ ຂະແໜງການຄ້າເຫຼົ່ານີ້ເປັນຕົ້ນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...