spot_img
Homeຂ່າວພາຍ​ໃນລາວຕ້ອງການ ນໍາເຂົ້າ ນໍ້າມັນເຊື້ອໄຟ ຫຼາຍຂຶ້ນຢ່າງຕໍ່ເນື່ອງ

ລາວຕ້ອງການ ນໍາເຂົ້າ ນໍ້າມັນເຊື້ອໄຟ ຫຼາຍຂຶ້ນຢ່າງຕໍ່ເນື່ອງ

Published on

1-3-2556 10-43-37

ລາວນໍາເຂົ້ານໍ້າມັນຈາກຕ່າງປະເທດຫຼາຍກວ່າ 800 ລ້ານລິດ
ໂດຍຄິດເປັນມູນຄ່າ ການນໍາເຂົ້າເກີນກວ່າ 560 ລ້ານໂດລາ
ໃນປີ 2012 ທີ່ຜ່ານມາ ແລະໃນປີ 2013 ນີ້ກໍ ຍັງຈະຕ້ອງນໍາ
ເຂົ້າເພີ່ມຂຶ້ນອີກ.

ທາງການກະຊວງອຸດສາຫະກໍາ ແລະການຄ້າ ລາຍງານວ່າ
ໃນຕະຫຼອດປີ 2012 ທີ່ຜ່ານມາລາວໄດ້ນໍາເຂົ້ານໍ້າມັນເຊື້ອໄຟ ຈາກຕ່າງປະເທດຫຼາຍກວ່າ 800 ລ້ານລິດ ໂດຍຄິດເປັນມູນຄ່າ ນໍາເຂົ້າທັງໝົດເກີນກວ່າ 560 ລ້ານ ໂດລາຊຶ່ງຖ້າຫາກທຽບກັບ
ປີ 2010 ທີ່ມີການນໍາເຂົ້ານໍ້າມັນທັງໝົດ 560 ລ້ານລິດນັ້ນ ກໍ ໝາຍຄວາມວ່າການນໍາເຂົ້ານໍ້າມັນຂອງລາວໃນໄລຍະ 2 ປີ
ຜ່ານມານີ້ ໄດ້ຂະຫຍາຍຕົວເພີ່ມຂຶ້ນໃນລະດັບທີ່ເກີນກວ່າ 42%
ຈຶ່ງຖືວ່າ ເປັນການຊົມໃຊ້ນໍ້າມັນທີ່ເພີ່ມຂຶ້ນຢ່າງໄວວາທີ່ສຸດ ໃນເອເຊຍ ແລະໃນໂລກ.

ແຕ່ຢ່າງໃດກໍຕາມ ຖ້າຫາກຄິດໄລ່ນັບຕັ້ງແຕ່ປີ 2003 ເປັນຕົ້ນມາ ກໍຈະເວົ້າໄດ້ວ່າ ການ
ນໍາເຂົ້ານໍ້າມັນເຊື້ອໄຟຂອງລາວ ໄດ້ປັບຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ ລະຫວ່າງ 7-10%
ຕໍ່ປີ ໂດຍໃນປີ 2011 ທີ່ຜ່ານມານັ້ນ ລາວກໍໄດ້ນໍາເຂົ້ານໍ້າມັນຈາກຕ່າງປະເທດ ຫຼາຍ
ກວ່າ 700 ລ້ານລິດ ແລະໃນປີ 2013 ນີ້ ກໍຄາດໝາຍວ່າ ຈະຕ້ອງນໍາເຂົ້ານໍ້າມັນ ຈາກ
ຕ່າງປະເທດ ບໍ່ໜ້ອຍກວ່າ 900 ລ້ານລິດ ເພາະການຊົມໃຊ້ນໍ້າມັນໃນລາວເພີ່ມຂຶ້ນ
ທຸກປີນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນລັດວິສາຫະກິດນໍ້າມັນເຊື້ອໄຟຂອງລາວ ໄດ້ໃຫ້
ການຢືນຢັນວ່າ:

ການຊົມໃຊ້ນໍ້າມັນຂອງປະເທດເຮົານີ້ກໍເພີ່ມຂຶ້ນປະມານ 7-10% ຕໍ່ປີ
ສະນັ້ນແຫຼະຂ້າພະເຈົ້າຮຽນສະເໜີພີ່ນ້ອງປະຊາຊົນ ຫຼືສັງຄົມທົ່ວໄປຫັ້ນ
ແຫຼະເນາະ ຍ້ອນວ່ານໍ້າມັນນີ້ເປັນສິນຄ້າຍຸທະສາດ ເປັນສິນຄ້າສໍາຄັນ
ແລະນໍາເຂົ້າດ້ວຍເງິນຕາຕ່າງປະເທດນີ້ ມີແຕ່ວ່າເຮົານໍາໃຊ້ຢ່າງປະຢັດ
ໃຫ້ຄຸ້ມຄ່າຫັ້ນ ແມ່ນດີທີ່ສຸດ ເພາະວ່າຜ່ານມານີ້ ພວກເຮົາກະນໍາໃຊ້ຢ່າງ
ຫຼວງຫຼາຍ ເພາະວ່າການພັດທະນາສ້າງສາປະເທດພວກເຮົາກະເພີ່ມຂຶ້ນ
ເນາະ GDP ຂອງພວກເຮົາກະເພີ່ມຂຶ້ນ ອັນນີ້ຂ້າພະເຈົ້າຈຶ່ງວ່າການນໍາ
ໃຊ້ນໍ້າມັນໃຫ້ຄຸ້ມຄ່າຢ່າງປະຢັດນີ້ເປັນສິ່ງທີ່ຈໍາເປັນສໍາລັບປະເທດພວກເຮົາ.”

ທາງດ້ານກະຊວງແຜນການແລະການລົງທຶນ ກໍໄດ້ຄາດໝາຍວ່າ ການນໍາເຂົ້ານໍ້າມັນ ຂອງລາວຈະເພີ່ມຂຶ້ນເປັນ 1,174 ລ້ານລິດໃນປີ 2015 ຫຼືອາດຈະຫຼາຍກວ່ານັ້ນ ຖ້າ ຫາກການລົງທຶນຈາກຕ່າງປະເທດໃນລາວ ຍັງຄົງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມແຜນການແລະເປົ້າໝາຍ ທີ່ລັດຖະບານລາວໄດ້ວາງອອກນັ້ນ ກໍຄືການພັດທະນາ ທາງເສດຖະກິດແລະສັງຄົມ ເພື່ອໃຫ້ສາມາດບັນລຸເປົ້າໝາຍສະຫັດສະວັດຂອງການ ພັດທະນາໃນປີ 2015 ໃຫ້ໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງລະດົມການລົງທຶນໃຫ້ໄດ້ໃນ ມູນຄ່າລວມບໍ່ໜ້ອຍກວ່າ 4 ໝື່ນລ້ານໂດລາ.

ໂດຍເງິນທຶນໃນມູນຄ່າດັ່ງກ່າວ ຈະນໍາໃຊ້ເຂົ້າໃນໂຄງການພັດທະນາຂະໜາດໃຫຍ່. ຕົວຢ່າງກໍຄືໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນ ໂຄງການ ທາງດ່ວນເພື່ອເຊື່ອມຕໍ່ຈາກລາວໄປທະເລໃນຫວຽດນາມ ໂຄງການກໍ່ສ້າງທາງຫຼວງ ແຫ່ງຊາດເລກ 1D ທີ່ຄູ່ຂະໜານກັບທາງເລກ 13 ໂຄງການກໍ່ສ້າງສະໜາມບິນນານາ ຊາດວຽງຈັນແຫ່ງໃໝ່ ໂຄງການກໍ່ສ້າງເຂື່ອນໄຟຟ້າເພື່ອເຮັດໃຫ້ລາວເປັນໝໍ້ໄຟຂອງ
ເອເຊຍ ແລະກໍໂຄງການຂຸດຄົ້ນແຮ່ທາດອີກຫຼາຍສິບແຫ່ງເປັນຕົ້ນ ຊຶ່ງດ້ວຍແຜນການ ແລະເປົ້າໝາຍດັ່ງກ່າວ ຈຶ່ງເຮັດໃຫ້ຕ້ອງນໍາເຂົ້ານໍ້າມັນຈາກຕ່າງປະເທດເພີ່ມຂຶ້ນຢ່າງ ຫຼີກລ່ຽງບໍ່ໄດ້.

ແຕ່ຢ່າງໃດກໍຕາມ ໃນໄລຍະນັບຈາກປີ 2011 ເປັນຕົ້ນມາເຖິງປັດຈຸບັນ ລັດຖະບານ
ລາວ ກໍສາມາດດຶງດູດເອົາການລົງທຶນໄດ້ໃນມູນຄ່າລວມ 15,000 ລ້ານໂດລ່າ ຫຼືຄິດ
ເປັນ 37.5% ຂອງຄວາມຕ້ອງການທັງໝົດເທົ່ານັ້ນ ແລະທີ່ສໍາຄັນກໍຍັງເປັນການປະ
ກອບສ່ວນຈາກການລົງທຶນຂອງລັດຖະບານລາວເອງ ບໍ່ເຖິງ 10% ອີກດ້ວຍ ຊຶ່ງກໍ
ໝາຍຄວາມວ່າເງິນລົງທຶນສ່ວນໃຫຍ່ ແມ່ນມາຈາກການຊ່ວຍເຫຼືອລ້າຂອງຕ່າງປະເທດ ແລະການລົງທຶນຂອງພາກເອກກະຊົນ ທັງພາຍໃນແລະຈາກຕ່າງປະເທດ ໃນສັດສ່ວນ
26% ກັບ 65% ຕາມລໍາດັບນັ້ນເອງ.

ທີ່ມາhttp://lao.voanews.com

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...