spot_img
HomeຊີວິດແລະຄວາມຮັກWedding-Sex-loveຜູ້ຍິງກວ່າ4ໝື່ນຄົນທົ່ວໂລກເປັນພະຍາດແພ້ນ້ຳອະສຸຈິ

ຜູ້ຍິງກວ່າ4ໝື່ນຄົນທົ່ວໂລກເປັນພະຍາດແພ້ນ້ຳອະສຸຈິ

Published on

NjpUs24nCQKx5e1GyPJX3L7jiBptjay2mECTEy34P1n

ພະຍາດ​ແພ້​ນ້ຳ​ອະ​ສຸ​ຈິແທ້ໆ​ກໍ​ເປັນ​ພະຍາດ​ທີ່​ມີ​ມາ​ດົນແຕ່​ມັກ​ບໍ່​ຄ່ອຍ​ມີ​ໃຜ​ຮູ້​ຈັກ​ເທົ່າໃດ ເພາະ​ຄິດວ່າ​ທຳມະຊາດ​ສ້າງ​ມາຜູ້ຍິງ​ກໍ​ຕ້ອງ​ຮັບ​ໄດ້​ຢູ່​ແລ້ວແຕ່​​ຮູ້​ບໍ່​ວ່າບາງ​ຄົນ​ພັດບໍ່​ມີ​ພູ​ມ​ຄຸ້ມ​ກັນ​ນັ້ນບາງ​ຄົນ​ແພ້​ຈົນ​ເຖິງ​ຂັ້ນ​ເປັນ​ລົມ​ພິດຫາຍ​ໃຈ​ຂັດກໍ​ມີແລະ​ນັກ​ວິທະຍາ​ສາດ​ກໍ​ຢືນຢັນວ່າ​ມີ​ຜູ້ຍິງ​ກວ່າ40, 000ຄົນ​ທີ່​ເປັນ​ອາການ​ນີ້?ເຄີຍ​ເປັນ​ຫລື​ບໍ່ເຄີຍ​ບໍ່​ເຄີຍຕ້ອງ​ລອງ​ອ່ານ​ອາການ​ກັນໄດ້​ແລ້ວ

ໂດຍ​ຄູ່​ຮັກ​ຄູ່​ໜຶ່ງ ຄາ​ຣາ ເຈ​ຟ (ນາ​ມສົມ​ມຸດ)ທັງ​ສອງ​ອາ​ຍຸ35ປີໄດ້​ເລົ່າເລື່ອງ​ລາວ​ຜ່ານ ລາຍ​ການABC’s Good Morning Americaເພື່ອ​ເປັນ​ອຸ​ທາ​ຫອນ​ໃຫ້​ກັບ​ຄູ່​ຮັກ​ຫລາຍ​ຄູ່​ອາດ​ພົບ​ບັນຫາ​ເລື່ອງ​ນີ້​ໂດຍ​ບໍ່​ຮູ້​ໂຕແລະ​ປ່ອຍ​ປະ​ລະ​ເລີຍ​ມາ​ເລື່ອຍ​ໆໂດຍ​ນັກ​ວິທະຍາ​ສາດ​ກ່າວ​ວ່າ​ເປັນ​ເລື່ອງ​ປົກກະຕິ​ທຳມະດາ​ທີ່​ພົບ​ພົບ​ໄດ້ເພາະ​ມີ​ຜູ້ຍິງ​ເກືອບ20,000-  40,000ຄົນ​ທົ່ວ​ໂລກພົບ​ອາການ​ເຫລົ່າ​ນີ້

ຂ້ອຍ​ຮູ້ສຶກ​ແປກໆຮູ້ສຶກ​ຄື​ຜິວ​ນັ້ນ​ໄໝ້ແລະບວມ​ແດງມັນ​ຜິດ​ປົກກະຕິ​ແທ້ໆຕອນ​ທຳອິດ​ຂ້ອຍ​ກໍ​ຄິດວ່າ​ຕິດ​ພະຍາດ​ທາງ​ເພດ​ສຳພັນ​ທົ່ວ​ໄປແຕ່​ມັນ​​ໃຊ້​ເວລາ​ກວ່າ24 ຊົ່ວໂມງເຖິງ​ຈະ​ຫລຸດ​ອາການ​ບວມ​ລົງແຕ່​ອາການ​ແສບ​ຍັງ​ຄົງ​ຢູ່ຄື​ກັບ​ວ່າຖ້າ​ທາ​ຫຍັງ​ລົງ​ໄປມັນ​ພ້ອມ​ທີ່​ຈະ​ເຜົາ​ໄໝ້​ໄດ້​ທັນ​ທີ

ໃນ​ທີ່ສຸດທັງ​ສອງ​ກໍ​ໄດ້​ພົບ​ກັບ​ໝໍJonathan Bernsteinຜູ້​ຊ່ຽວຊານ​ດ້ານ​ອາການ​ແພ້​ແລະ​ພູ​ມ​ຄຸ້ມ​ກັນ​ຈາກUniversity of Cincinnatiທີ່​ມີ​ຊື່​ສຽງ​ໃນ​ເລື່ອງ​ນີ້

ໂດຍ​ການ​ປິ່ນປົວໝໍ​ໄດ້​ເກັບ​ຕົວ​ຢ່າງ​ນ້ຳ​ເຊື້ອ​ອະ​ສຸ​ຈິ​ຂອງ​ເຈ​ຟ​ໄວ້​ເພື່ອ​ທົດສອບພ້ອມ​ທັງ​ສີດ​ພູ​ມ​ຄຸ້ມ​ກັນ​ໃຫ້​ກັບ​ຄາ​ຣາ ຈາກ​ນັ້ນ​ຈຶ່ງ​ມີການ​ເຈືອ​ຈາງ​ແລະ​ເກັບ​ໄວ້​ໃນ​ຫລອດ​ສີດ​ຢາ​ກວ່າ 2ຊົ່ວ​ໂມງກ່ອນ​ຈະໃຫ້​ທັງ​ສອງມີ​ເພດ​ສຳພັນ​ກັນຊຶ່ງ​ຜົນ​ການ​ທົດລອງ​ນັ້ນຊ່ວຍ​ໄດ້​ຢ່າງ​ດີ ໂດຍ​ຄາ​ຣາ​ບອກວ່າມີ​ອາການ​ບວມ​ໜ້ອຍ​ລົງເມື່ອ​ທຽບ​ກັບ​ຄັ້ງທີ່​ຜ່ານໆ​ມາ”

ຈາກ​ເວບ​ໄຊseminalplasmaallergy. orgເວບ​ໄຊ​ທີ່ຮວບຮວມ​ປະສົບການ​ຂອງ​ຜູ້​ທີ່​ມີ​ອາການແພ້​ນ້ຳ​ອະ​ສຸ​ຈິນີ້ໄດ້​ເລົ່າ​ເຖິງ​ອາການ​ຕ່າງໆຫລັງ​ຈາກ​ມີ​ເພດ​ສຳພັນ​ໄດ້1ຊົ່ວ​ໂມງ​ກໍ​ມີ​ອາການ​ບວມ​ແດງ,ລົມ​ພິດ​ຂຶ້ນແໜ້ນ​ໜ້າ​ເອິກ,ຫາຍ​ໃຈ​ຂັດ,ເຈັບທ້ອງໜັກຈົນ​ລວມ​ໄປ​ເຖິງ​ໝົດ​ສະຕິກໍ​ມີແຕ່​ຍັງ​ບໍ່​ມີ​ຄົນ​ໃດ​ເຖິງ​ຂັ້ນ​ເສັຍຊີວິດໂດຍ​ເຫດຜົນ​ສ່ວນ​ໃຫຍ່​ນັ້ນ​ເກີດ​ຈາກ​ການ​ຜິດ​ປົກກະຕິ​ຂອງ​ຜິວ​ໜັງແລະອາການ​ແພ້​ລາ​ເທັກຂອງ​ຖົງ​ຢາງ​ອະນາໄມແລະເຄ​ມີ​ທີ່​ຢູ່ໃນ​ນ້ຳ​ອະ​ສຸ​ຈິ​ຂອງ​​ຜູ້​ຊາຍແລະສານ​ທີ່ເຮັດໝື່ນ​ຕ່າງໆນັ້ນ​ເອງ

ສາວໆ​ທີ່​ເກີດ​ອາການ​ແບບ ຄາ​ຣາ ຕ້ອງ​ປຶກ​ສາ​ແພດ​ໝໍແລ້ວ​ເພື່ອ​ບໍ່​ໃຫ້​ເກີດ​ບັນຫາ​ໃນ​ອະນາຄົດແກ້​ໄວ້​ກ່ອນ​ດີກວ່າ​

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...