spot_img
HomeຊີວິດແລະຄວາມຮັກWedding-Sex-loveມີແຟນຄົນດຽວກໍ່ຕິດພະຍາດທາງເພດສຳພັນໄດ້

ມີແຟນຄົນດຽວກໍ່ຕິດພະຍາດທາງເພດສຳພັນໄດ້

Published on

1-11

ຄິດວ່າ​ເຈົ້າ​ກັບ​ແຟນສະ​ອາດພຽງ​ໃດ?ເພາະ​ຖ້າ​ບໍ່​ກວດ​ໃຫ້​ດີນ້ອງ​ສາວມີ​ຕຸ່ມ,ບາດແຜ,ແສບ,ຄັນຂຶ້ນ​ມາ ຢ່າວ່າ​​ບໍ່​ເຕືອນ​

ຜູ້ຍິງ​ທີ່​ມີ​ແຟນ​ຄົນ​ດຽວ​ມີ​ໂອ​ກາດ​ໄດ້ຮັບພະຍາດ​ທາງ​ເພດ​ສຳພັນຫລາຍ​ພຽງ​ໃດ?

ໃນ​ການ​ຕິດ​ເຊື້ອ​ແບກ​ທີ​ເຣຍໂດຍ​ສ່ວນ​ຫລາຍ​ຈະ​ເປັນ​ກຸ່ມທີ່ມີີ​ເພດສຳພັນກັບຫລາຍຄົນແຕ່​​ຜູ້ຍິງ​ທີ່​ມີ​ຜົວ​ດຽວ​ກໍ່ມີ​ໂອ​ກາດຖ້າ​ຜູ້​ຊາຍ​ມີ​ຄູ່ນ​ອນ​ຄົນ​ອື່ນແຕ່​ຜູ້​ຊາຍ​ທີ່​ມີເພດສຳພັນກັບຫລາຍຄົນ​ກໍ​ມີ​ໂອ​ກາດ​ຮັບ​ດ້ວຍ​ຕົນ​ເອງ​ຢູ່​ແລ້ວບາດນີ້​ການ​ຕິດ​ເຊື້ອ​ແບກ​ທີ​ເຣຍ​ຖື​ເປັນ​ປະ​ເດັນ​ຫລັກ​ແລະ​ຮຸນແຮງ​ທີ່ສຸດ​ໃນ​ກຸ່ມ​ນີ້​ກໍ​ຈະ​ມີ 4 ພະຍາດ​ດ້ວຍ​ກັນ

1.ໜອງ​ໃນ​ແທ້

ໜອງ​ໃນ​ຊະນິດ​ນີ້​ມີ​ໄລຍະ​ຟັກ​ໂຕສັ້ນສຳ​ຜັດ​ເຊື້ອ2-4ມື້​ກໍ​ຈະ​ມີ​ອາການສາມາດ​ເຮັດໃຫ້​ເກີດ​ອາການ​ອັກ​ເສບ​ໜ້ອຍ​ໄປ​ເຖິງ​ຫລາຍຄື​ຜູ້​ປ່ວຍ​ຮ້ອຍ​ລະ50ບໍ່​ມີ​ອາການ​ເລີຍສ່ວນ​ອີກ​ຮ້ອຍ​ລະ50ກໍ​ຈະ​ມີ​ອາ​ການຕັ້ງ​ແຕ່​ຕ່ອມ​ບາລ​ໂທ​ລິນ​ບວມ​ເປັນ​ກ້ອນ​ໜອງມີ​ການ​ອັກ​ເສບ​ບໍລິເວນ​ປາກ​ມົດລູກອັກ​ເສບ​ບໍລິເວນ​ທໍ່​ຍ່ຽວ​ເວລາ​ຍ່ຽວ​ຈະ​ແສບ,ຕົກ​ຂາວ​ເປັນ​ໜອງ,ມີ​ກິ່ນ​ເໝັນເປັນ​ຕົ້ນແຕ່​ຈະ​ມີ​ຜູ້​ປ່ວຍ​ຮ້ອຍ​ລະ 15-20 ທີ່​ການ​ຕິດ​ເຊື້ອ​ລາມ​ຈາກ​ຊ່ອງຄອດ​ເຂົ້າໄປ​ໂພງ​ມົດລູກເຮັດໃຫ້​ໂພງ​ມົດລູກ​ອັກ​ເສບ,ຮວຍໄຂ່​ອັກ​ເສບ,ທໍ່​ຮວຍໄຂ່​ອັກ​ເສບ ອັກ​ເສບ​ຫລື​ມີ​ກ້ອນ​ໜອງ​ໃນ​ທ້ອງຊຶ່ງ​ຖ້າ​ເປັນ​ແລ້ວ​ຈະ​ມີ​ອາການ​ໄຂ້​ສູງໜາວ​ສັ່ນ​ເຈັບ​ທ້ອງ​ຮຸນແຮງຕ້ອງ​ຜ່າ​ຕັດ​ດ່ວນ

ສຸດ​ທ້າຍ​ທີ່​ຮຸນແຮງ​ທີ່ສຸດ​ຄື​ສູ່​ກະ​ແສ​ເລືອດ​ອາການ​ກໍ​ຄື​ຊັອກ​ໄຂ້​ສູງ,ໜາວ​ສັ່ນ,ອາດຈະ​ມີ​ຜື່ນ​ຂຶ້ນ​ຕາມ​ໂຕ ຫລື​ມີ​ຂໍ້​ອັກ​ເສບ​ຮ່ວມ​ນໍາແລະ​ຈະ​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ຖ້າບໍ່​ໄດ້ຮັບ​ການ​ປິ່ນປົວ​ທັນ​​ທີຊຶ່ງ​ພວກ​ນີ້​ຈະ​ໄດ້ຮັບ​ການ​ພິຈາລະນາ​ໄດ້​ດ້ວຍ​ອາການແລະ​ເອົາ​ລັກສະນະ​ຕົກ​ຂາວ​ຫລື​ເມືອກ​ໄປ​ຍ້ອມ​ເຊື້ອຫລື​ແມ່ນແຕ່​ການ​ເຈາະ​ເລືອດ​ການ​ປິ່ນປົວ​ກໍ​ຈະ​ເຮັດ​ໄດ້​ດ້ວຍ​ການ​ກິນຢາ​ປະຕິ​ຊີວ​ະນະຫລື​ກິນ​ຢາ​ຕໍ່​ເນື່ອງ​ເປັນ​ໄລ​ຍະ

2.ໜອງ​ໃນ​ທຽມ(ຄາ​ມີ​ເດຍ)

ຄື​ກັບ​ໜອງ​ໃນ​ແທ້ພຽງ​ແຕ່​ເຊື້ອ​ແບກ​ທີ​ເຣຍ​ຄົນ​ລະ​ໂຕ​ກັນໜອງ​ໃນ​ທຽມ​ຈະ​ບໍ່​ມີ​ອາການ​ຮຸນແຮງ​ຄື​ໜອງ​ໃນ​ແທ້ແຕ່​ຈະ​ເປັນ​ປະ​ເພດ​ເຊື່ອງຢູ່ຈຸດລັບເມື່ອ​ຕິດ​ເຊື້ອ​ອາດ​ມີ​ອາການ​ເລື່ອຍ​ໆຕໍ່​ເນື່ອງເຊັ່ນຕົກ​ຂາວ​ເໝັນ ເປັນ​ໜອງຫລື​ວ່າ​ມີ​ຕົກ​ຂາວ​ບໍ່​ເຊົາ​ຈັກເທື່ອຫລື​ເຄີຍ​ມີ​ປະຫວັດ​ເລືອດ​ອອກ​ຫລັງ​ມີ​ເພດ​ສຳພັນເພາະ​ປາກ​ມົດລູກ​ມີ​ແຜ​ອັກ​ເສບຕ້ອງ​ກວດ​ພາຍ​ໃນ​ຈຶ່ງຈະພົບເນື່ອງ​ຈາກ​ອາການ​ບໍ່​ຫລາຍຜູ້ຍິງ​ບາງ​ຄົນ​ຈົນ​ຄິດວ່າ​ຕົນ​ເອງ​ເປັນ​ຕົກ​ຂາວ​ທຳມະດາ​ແລ້ວ​ບໍ່ໄດ້ເຂົ້າ​ຮັບ​ການ​ຮັກ​ສາ

ກຸ່ມ​ນີ້​ຈະ​ເປັນ​ກຸ່ມ​ທີ່​ມີສະຖິ​ຕິ​ຂອງ​ການ​ມີ​ລູກ​ຍາກ​ຫລາຍ​ທີ່ສຸດເຊື້ອ​ໜອງ​ໃນ​ທຽມ​ສາມາດ​ຜ່ານ​ເຂົ້າໄປ​ໃນ​ໂພງ​ມົດລູກ​ແລ້ວເຮັດໃຫ້​ເກີດ​ການ​ອັກ​ເສບ​ຊຳເຮື້ອເວລາ​ເຈັບຈະ​ບໍ່​ເຈັບ​ໜັກແຕ່​ຈະ​ປວດ​ຕໍ່​ເນື່ອງ​ເປັນ​ໄລ​ຍະ​ເວລາ​ດົນຜ່ານ​ໄປ​ຫລາຍ​ປີບາງ​ເທື່ອ​ແຕ່ງ​ດອງ​ແລ້ວ​ກໍ​ມາ​ຫາ​ໝໍ​ປຶກ​ສາ​ເລື່ອງ​ມີ​ບຸດ​ຍາກເປັນ​ເພາະ​ທໍ່​ຮວຍໄຂ່​ຕັນ​ເປັນ​ພັງ​ຜືດ​ໄປ​ແລ້ວ​ນັ້ນ​ເອງ

ຄາ​ມີ​ເດຍ​ສາມາດ​ເຮັດໃຫ້​ເກີດ​ພາ​ວະ​ທີ່​ເອີ້ນວ່າ​ຝີ​ໝາກມ່ວງເມື່ອ​ເກີດ​ການ​ຕິດ​ເຊື້ອ​ສາມາດ​ເຮັດໃຫ້​ເກີດ​ບາດແຜ​ຕຸ່ມ​ຂຶ້ນ​ທີ່​ອະໄວຍະວະ​ເພດ​ພາຍນອກຮ່ວມ​ກັບ​ການ​ມີ​ຕ່ອມ​ນ້ຳ​ເຫລືອງ​ທີ່​ອະໄວຍະວະ​ເພດ​ໃຫຍ່​ຫລື​ອັກ​ເສບພົບ​ໄດ້​ປະ​ມານ​ຮ້ອຍ​ລະ10-15ແລະ​ອາດ​ມີ​ໜອງ​ອອກ​ມາ​ຈາກ​ທໍ່​ຍ່ຽວແຕ່​ຈະ​ຕ່າງ​ຈາກ​ພະຍາດ​ໜອງ​ໃນ​ແທ້​ບ່ອນ​ທີ່​ມັນ​ບໍ່​ເຈັບແລ້ວ​ກໍ​ອາດຈະ​ມີ​ໄຂ້,ປວດ​ເມື່ອຍ,ເຈັບ​ຫົວ,ນ້ຳ​ໜັກ​ຫລຸດ​ອາການ​ຈະ​ຄ່ອຍ​ໆແຊກ​ຊຶມ(ແຕ່​ຖ້າ​ເຖິງ​ຂະໜາດ​ມີ​ຝີ​ໝາກ​ມ່ວງ​ນີ້​ກໍ​ສະແດງ​ວ່າ​ທ່ຽວ​ພໍ​ສົມຄວນ​)

3.ຊິ​ຟິ​ລິ

ຮ້ອຍ​ລະ 95 ມາ​ຈາກ​ການ​ຕິດ​ຕໍ່​ທາງ​ເພດ​ສຳພັນ​ແນ່ນອນໃຊ້​ໄລ​ຍະ​ເວລາ​ຟັກ​ໂຕ​ດົນ3ອາທິດແຕ່​ຈະ​ແຜ່​ເຊື້ອ​ໄດ້​ຫລາຍ​ທີ່ສຸດ​ໃນ​ປີ​ທໍາອິດເຊັ່ນ:ເຮົາ​ຮັບ​ເຊື້ອ​ມາ​ໃນ​ໜຶ່ງ​ປີ​ທໍາອິດແລ້ວ​ໄປ​ມີ​ຄູ່ນ​ອນ​ຕໍ່​ຫລາຍ​ຄົນ​ກໍ​ແພ່​ເຊື້ອ​ໄດ້​ຫລາຍ​ທີ່​ສຸດ

ໄລຍະ​ທີ່​ໄດ້ຮັບ​ເຊື້ອ​ໃໝ່​ໆອາການ​ທີ່​ອາໄວຍະວະ​ເພດ​ຈະ​ຊັດເຈນ​ຫລັງ​ຈາກ​ຮັບ​ເຊື້ອ​ມາ2-4ອາທິດຈະ​ມີ​ບາດແຜ​ຂຶ້ນ​ທີ່​ອະໄວຍະວະ​ເພດແຕ່​ບາດແຜ​ຈະ​ແຕກ​ຕ່າງ​ຈາກບາດ​ແຜ​ທົ່ວ​ໄປ​ບ່ອນ​ທີ່​ເປັນ​ບາດແຜ​ຮິມ​ແຂງ​ບໍ່​ເຈັບສາມາດ​ຂຶ້ນ​ທີ່​ອະໄວຍະວະ​ເພດ​ທຸກ​ຊະນິດ​ທີ່​ມີ​ການ​ສຳ​ຜັດ​ໃນ​ຂະນະ​ຮ່ວມ​ເພດບໍ່​ວ່າ​ຈະ​ເປັນ​ອະໄວຍະວະ​ເພດ​ເຮົາ,ຮູ​ທະວານແລະ​ຖ້າ​ມີ​ອໍ​ລັນ​ເຊັກກໍ​ຈະ​ມີ​ທີ່​ຮີມສົບ,ລິ້ນ,ອາມິດານຫລື​ແມ່ນແຕ່​ນິ້ວ​ມື ພວກ​ນີ້​ຈະ​ພົບ​ຕ່ອມ​ນ້ຳ​ເຫລືອງ​ທີ່​ຂາ​ໜີບ​ໃຫຍ່​ນໍາແຕ່​ບໍ່​ເຈັບຖ້າປ່ອຍ​ໄວ້​ກໍ​ຈະ​ເຊົາ​ໄປ​ເອງໄລ​ຍະ3-8 ອາທິດ​ຫລັງ​ຕິດ​ເຊື້ອຖ້າ​ເຮົາ​ປ່ອຍ​ເອົາ​ໄວ້​ກໍ​ຈະ​ເຂົ້າ​ສູ່​ໄລ​ຍະ​ນີ້​ຊຶ່ງ​ມີ​ອາການ​ທາງ​ລະບົບ​ຮ່າງກາຍ​ທັງ​ໝົດ ເພາະ​ມັນ​ເຂົ້າ​ສູ່​ກະ​ແສ​ເລືອດ​ແລ້ວມີ​ອາການ​ຄື​ເປັນ​ຫວັດມີ​ໄຂ້,ເຈັບ​ຄໍ​ມີ​ຂີ້ມູກ,ເຈັບ​ຫົວ,ອາດ​ມີ​ຜື່ນ​ຂຶ້ນ​ຕາມ​ໂຕ​ແຕ່​ບໍ່​ຄັນ,ອາດ​ມີ​ຕຸ່ມ,ສີ​ນ້ຳ​ຕານ​ທີ່​ອະໄວຍະວະ​ເພດບາງ​ຄົນ​ມີ​ປື້ນ​ແດງ​ຢູ່ໃນ​ຊ່ອງຄອດ​ຕ່ອມ​ນ້ຳ​ເຫລືອງ​ໃຫຍ່ບາງ​ຄົນ​ຜົມ​ຫລົ່ນ​ເປັນ​ຍ່ອມໆຫລື​ໝົດ​ຫົວ,ຊີດມີ​ພາ​ວະ​ເລືອດ​ຈາງ

ໄລ​ຍະ​ທີ່​ສາມເກີດ​ກັບ​ລະບົບ​ຮ່າງກາຍ​ທົ່ວ​ໄປຈະ​ມີ Gumma ຊຶ່ງ​ເປັນ​ກ້ອນ​ຂອງ​ພະຍາດ​ເກີດ​ຕາມ​ທີ່​ຕ່າງໆຕາມ​ຜິວ​ໜັງກະດູກຈະ​ພົບ​ຫລັງ​ຕິດ​ເຊື້ອ3-10ປີຖ້າ​ພົບ​ກໍ​ໝາຍ​ຄວາມ​ວ່າ​ບໍ່ດີແລ້ວແຕ່​ໃນ​ປະຈຸບັນ​ບໍ່​ຄ່ອຍ​ມີ​ໃຜ​ມີ​ອາການ​ເຖິງ​ລະ​ດັບ​ນີ້ແຕ່​ສະໄໝ​ກ່ອນ​ພວກເຂົາ​ຈະ​ເສັຍຊີວິດເພາະ​ເຊື້ອ​ເຂົ້າໄປ​ທີ່​ເສັ້ນ​ເລືອດ​ໃຫຍ່​ຂອງ​ຮ່າງກາຍເຮັດໃຫ້​ເສັ້ນ​ເລືອດ​ໃຫຍ່​ອັກ​ເສບ​ໄລ​ຍະ​ເວລາ​ຕິດ​ເຊື້ອ​ດົນ​ເຖິງ4-10ປີເພາະ​ສະ​ນັ້ນ ຜົວ​ດຽວ​ເມຍ​ດຽວ​ອາດຈະ​ພົບບັນຫາ​ໄດ້

  1. ບາດແຜ​ຮິມອ່ອນ

ເກີດ​ຈາກ​ແບກ​ທີ​ເຣຍHaemophilus Ducreyiໃຊ້​ເວລາ​ຟັກ​ໂຕ4-7ມື້ຄົນ​ໄຂ້​ຈະ​ບໍ່​ຄ່ອຍ​ມີ​ອາການ​ທາງ​ລະບົບ​ຮ່າງກາຍແຕ່​ຈະ​ເປັນບາດ​ແຜ​ຂຶ້ນ​ບໍລິເວນ​ອະໄວຍະວະ​ເພດ​ທີ່​ເປັນ​ຈຸດ​ສຳ​ຜັດເຊັ່ນ:ປາກ​ຊ່ອງຄອດ​ທາງ​ນອກ,ຊ່ອງຄອດ,ຄິ​ຕໍ​ລິດ,ທໍ່​ຍ່ຽວແລະ​ຈະ​ເປັນ​ບາດແຜ​ຮີມ​ອ່ອນ​ໆແລະ​ເຈັບມີ​ຕ່ອມ​ນ້ຳ​ເຫລືອງ​ບ່ອນຂາ​ໜີບ​ໃຫຍ່​ຊັດເຈນຖ້າ​ເປັນ​ໃນ​ຜູ້​ຊາຍ​ກໍ​ຈະພົບບາດ​ແຜ​ຄືກັນແຕ່​​ອາດ​ມີ​ບາດແຜ​ຂຶ້ນ​ບ່ອນທ້ອງ​ນ້ອຍອະໄວຍະວະ​ເພດຕົ້ນ​ຂາແລ້ວ​ກໍ​ຈະ​ມີ​ບັນຫາ​ທໍ່​ຍ່ຽວແລະ​ຮູ​ກົ້ນ​ກໍ​ຈະ​ມີ​ບາດແຜ​ເກີດ​ຂຶ້ນການ​ປິ່ນປົວ​ຈະ​ໃຊ້​ວິທີ​ການ​ກິນ​ຢາ​ປະຕິ​ຊີວະນະ

ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ​ເຮັດໃຫ້​ເກີດ​ຫຍັງ​ໄດ້​ແນ່?

ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ​ສາມາດ​ນຳ​ມາ​ຊຶ່ງ​ພາ​ວະ​ແຊກ​ຊ້ອນ​ຕ່າງໆທີ່​ຮຸນແຮງ​ໄດ້ຫລັກໆແລ້ວ​ມີ​ດັ່ງນີ້1.ເພີ່ມ​ຄວາມ​ສ່ຽງ​ການ​ເປັນ​ມະ​ເຮັງ​ລະບົບ​ອະໄວຍະວະ​ສືບ​ພັນໂດຍ​ເກີດ​ຈາກ​ການ​ໄດ້ຮັບ​ເຊື້ອHPV ຈາກ​ການ​ມີ​ເພດ​ສຳພັນ​ຈົນ​ດຽວ​ນີ້​ຄົນ​ເລີ່ມ​ພົບ​ກັນ​ແລ້ວ​ວ່າ​ມະ​ເຮັງ​ປາກ​ມົດລູກ​ເປັນ​ໜຶ່ງ​ໃນ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນຈົນ​ດຽວ​ນີ້​ຄົນ​ເລີ່ມ​ເວົ້າ​ກັນ​ແລ້ວ​ວ່າມະ​ເຮັງ​ປາກ​ມົດລູກ​ເປັນ​ໜຶ່ງ​ໃນ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນເພາະ​ບໍ່​ໄດ້​ມາ​ຈາກ​ກຳ​ມະພັນ

2.ການ​ຕິດ​ພະຍາດ​ທາງ​ເພດ​ສຳພັນ​ເຮັດໃຫ້​ເກີດ​ພາ​ວະ​ມີ​ລູກ​ຍາກ​ໃນ​ຜູ້ຍິງ​ໄດ້ຖ້າ​ເປັນ​ໜອງ​ໃນ​ລາມ​ເຂົ້າໄປ​ຂ້າງ​ໃນ​ຈົນ​ປີກ​ມົດລູກ​ອັກ​ເສບທໍ່​ຮວຍໄຂ່​ອັກ​ເສບກໍ​ຈະ​ເຮັດໃຫ້​ເກີດ​ການ​ຕີບ​ຕັນ​ແລະ​ເປັນ​ພັງ​ຜືດກໍ​ຈະ​ມີ​ສິດ​ມີ​ລູກ​ຍາກ​ໄດ້

3.ເກີດ​ພາ​ວະ​ແຊກ​ຊ້ອນ​ຕໍ່​ການ​ຖືພາເຊັ່ນພໍ​ມີ​ທໍ່​ຮວຍໄຂ່​ຕີບ​ຕັນ​ກໍ​ຈະ​ເກີດ​ການ​ຖືພາ​ນອກ​ມົດລູກ​ໄດ້ສຸດ​ທ້າຍ​ກໍ​ຄືເກີດ​ພາ​ວະ​ເດັກນ້ອຍ​ເສັຍຊີວິດ​ໃນ​ມົດລູກ​ຫລື​ພິ​ການ​ແຕ່​ກຳ​ເນີດເຊັ່ນ:ຜູ້ຍິງ​ທີ່​ມີ​ເຊື້ອ​ຊິ​ຟິ​ລິບ​ກໍ​ຈະ​ມີ​ອັນຕະລາຍ​ຕໍ່​ເດັກ​ໃນ​ທ້ອງ​ບາງເທື່ອ​ສົມມຸດ​​ວ່າ​ເຮົາ​ພົບ​ໂຕ​ພະຍາດ​ໃນ​ຜູ້ຍິງແຕ່​ຜູ້​ຊາຍ​ບໍ່​ມີ​ອາການ​ກໍ​ມີ ເພາະ​ສະ​ນັ້ນ​ຈື່ໄວ້​ວ່າ​ພະຍາດ​ທາງ​ເພດ​ສຳພັນ​ທຸກ​ຊະນິດຕໍ່​ໃຫ້​ຝ່າຍ​ຊາຍ​ບໍ່​ມີ​ອາການ​ແລະ​ໝັ້ນໃຈ​ວ່າ​ບໍ່​ມີ​ຄູ່ນ​ອນ​ຄົນ​ອື່ນກໍ​ຕ້ອງ​ໃຫ້​ການ​ປິ່ນປົວ​ອີກ​ຄົນ​ໜຶ່ງ​ນໍາສະເໝີ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...