Homeຂ່າວພາຍ​ໃນລາຄາ​ສິນຄ້າ​ ກັບ​ມາ​ຢູ່​ໃນ​ເກນ​ປົກກະຕິ ພາຍຫລັງ​ປີ​ໃໝ່ລາວ

ລາຄາ​ສິນຄ້າ​ ກັບ​ມາ​ຢູ່​ໃນ​ເກນ​ປົກກະຕິ ພາຍຫລັງ​ປີ​ໃໝ່ລາວ

Published on

fresh market

​​ໃນ​ວັນ​ທີ 21 ​ເມສາ​ນີ້, ນັກ​ຂ່າວ​ຂອງ​ພວກ​ເຮົາ​ໄດ້​ລົງ​ສຳພາດ​ຊາວ​ຄ້າຂາຍ ​ແລະ ຜູ້​ບໍລິ​ໂພ​ກ, ຢູ່​ຕາມ​ທ້ອງ​ຕະຫລາດ​ບາງ​ແຫ່ງ​ໃນ​ນະຄອນຫລວງ​ວຽງ​ຈັນຄື: ທົ່ງ​ຂັນ​ຄຳ, ຂົວ​ດິນ ​ແລະ ​ໂພນ​ສະຫວ່າງ ​ຮູ້​ວ່າ: ສິນຄ້າ​ບາງ​ປະ​ເພດ​​ແມ່ນ​ໄດ້ຂຶ້ນລາຄາ​ເລັກ​ໜ້ອຍ, ​ໃນ​ໄລຍະ​ບຸນປີ​ໃໝ່​ທີ່​ຜ່ານ​ມາ, ​ແຕ່​ມາ​ຮອດ​ປັດຈຸບັນ​ແມ່ນ​ກັບ​ມາ​ຢູ່​ໃນ​ເກນ​ປົກກະຕິ​ແລ້ວ​ເຊັ່ນ: ຊີ້ນ​ງົວ, ຄວາຍ 75-80 ພັນ​ກີບ/ກິ​ໂລ, ຊີ້ນ​ໝູ 35-38 ພັນ​ກີບ/ກິ​ໂລ, ປາ​ນິນ ​ແລະ ປາດຸກ​ພັນ 16-18 ພັນ​ກີບ, ປາດຸກ​ນາ 65-70 ພັນ​ກີບ/ກິ​ໂລ, ປາ​ຄໍ່ 60 ພັນ​ກີບ/ກິ​ໂລ, ​ໄກ່​ພັນ​ປອກ 35 ພັນ​ກີບ/ກິ​ໂລ, ​ເປັດ​ປອກ 38 ພັນ​ກີບ/ກິ​ໂລ, ​ເຂົ້າສານ​ໜຽວ 10 ພັນ​ກີບ/ກິ​ໂລ, ​ເຂົ້າສານ​ຈ້າວ 11 ພັນ​ກີບ/ກິ​ໂລ. ສຳລັບ ປະ​ເພດ​ພືດ​ຜັກ​ຕ່າງໆ​ຄື: ໝາກ​ເພັດ 25-28 ພັນ​ກີບ/ກິ​ໂລ, ໝາກ​ນາວ 15-18 ພັນ​ກີບ/ກິ​ໂລ, ໝາກ​ເລັ່ນ 8-10 ພັນ​ກີບ/ກິ​ໂລ, ໝາກ​ຖົ່ວ 6-8 ພັນ​ກີບ/ກິ​ໂລ, ໝາກ​ເຂືອ, ໝາກ​ແຕງ, ຜັກ​ສະ​ລັດ, ກະ​ລ່ຳ, ຜັກ​ບົ້ງ, ​ຜັກ​ສະ​ລັດ ​ແລະ ຜັກກາດ 4-6 ພັນ​ກີບ/ກິ​ໂລ, ຫອມປ້ອມ 6-8 ພັນ​ກີບ/ກິ​ໂລ, ຫອມ​ບົ່ວ 18-20 ພັນ​ກີບ/ກິ​ໂລ, ຜັກ​ບົວລະພາ, ສະ​ນາລີ ​ແລະ ຜັກ​ອີ່​ຕູ່ 10 ພັນ​ກີບ/ກິ​ໂລ ​ແລະ ພືດ​ຜັກ​ອື່ນໆ​ກໍ​ເຊັ່ນ​ດຽວ​ກັນ.

ນາງ ນອດ ​ແມ່​ຄ້າ​ຢູ່​ຕະຫລາດ​ທົ່ງຂັນ​ຄຳ ​ໃຫ້​ຄຳ​ເຫັນ​ວ່າ: ​​ໃນ​ໄລ​ຍະ​ບຸນປີ​ໃໝ່​ປີ​ນີ້ ລາຄາ​ພືດ​ຜັກ​ຕ່າງໆທີ່​ຊາວ​ສວນ​ນຳ​ມາ​ຈຳໜ່າຍ​ນັ້ນແມ່ນ​ປົກກະຕິ ສິນຄ້າ​ບໍ່​ຂາດຕະຫລາດ ​ແລະ ເຮັດ​ໃຫ້​ລາຄາ​ຢູ່​ໃນ​ເກນ​ປົກກະຕິ ບໍ່​ຂຶ້ນສູງ​ເກີນ​ທີ່​ພາກສ່ວນ​ກ່ຽວ ຂ້ອງ​ກຳນົດ​ເອົາ​ໄວ້. ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້ການ​ຂາຍ​ສິນຄ້າ ​ແລະ ພືດ​ຜັກ​ຕ່າງໆ ດຳ​ເນີນ ​ໄປ​ຢ່າງ​ສະຫງົບ ບໍ່​ມີ​ຫາງ​ສຽງ​ຈາກ​ລູກ​ຄ້າ​ທີ່​ມາ​ໃຊ້​ບໍລິການ​ໃດໆ.

​ເຖິງ​ແນວ​ໃດ​ກໍ​ຕາມ ຖ້າ​ຫາກ​ພາກສ່ວນ​ກ່ຽວຂ້ອງ ລົງ​ຕິດຕາມ​ລາຄາ​ສິນຄ້າ ຢ່າງ​ເປັນ​ປົກກະຕິ ​ແລະ ​ແມ່ຄ້າ​ທຸກ​ຄົນປະຕິບັດ​ກົດ​ລະບຽບຢ່າງ​ເຂັ້ມ​ງວດ ບັນຫາ​ສິນຄ້າ​ຂຶ້ນ ລາຄາ​ແບບ​ລຳພັງ​ໃຈ​ກໍ​ຈະ​ບໍ່​ເກີດ​ຂຶ້ນ​ຢ່າງ​ແນ່ນອນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...