Homeຂ່າວພາຍ​ໃນມັນໂຊ່ເຊື່ອລ໊ອດເວລຄືອານາຄົດ ຫລືສິງໂຕ

ມັນໂຊ່ເຊື່ອລ໊ອດເວລຄືອານາຄົດ ຫລືສິງໂຕ

Published on

มันโช่เชื่อร็อดเวลล์คืออนาคตเรือ,สิงโต 
ມັນໂຊ່ເຊື່ອລ໊ອດເວລຄືອານາຄົດ ຫລືສິງ

ກີລາ: “ມັນໂຊ່” ມັ່ນໃຈ ລ໊ອດເວລ ຍັງກ່າວໜ້າໃດ້ເຊື່ອມືດີພໍເປັນດາວເດັ່ນໃຫ້ທັບ “ເຮືອໃບ” ພ້ອມເປັນອານາຄົດຂອງຊາດ ຊ່ວຍ “ສິງໂຕ” ໃນພາຍໜ້າ
ໃດ້ແນ່ນອນ

ໂຣແບລໂຕ້ມັນຊິນີ່ ກຸນຊື່ໃຫຍ່ຂອງ ແມນເຊສເຕີ ຍອດທີມປະຈຳສືກ ອັງກິດ ອອກໂຮງຍົກຍ້ອງ ແຈັກລ໊ອດເວລ ກອງອາງດາວລຸ່ງຂອງທີມວ່າຈະສາມາດລົດກ່າວຂື້ນເປັນ     ດາວເດັ່ນປະຈຳທັບ “ເຮືອໃບສີຟ້າ” ແລະທີມຊາດອັງກິດ ໃດ້ຢ່າງແນ່ນອນ ຫລັງສະລັດອາການບາດເຈັບກັບມາຮ່ວມທີມໃດ້ໃນເກມລີກທີ່ຊະນະ ເຊລຊີໄປ 2-0 ເມື່ອວັນອາທິດ ທີ່24 ກຸມພາພັນທີ່ຜ່ານມາ

ຜູ້ຈັດການຊາວອິຕາລຽນໃຫ້ສຳພາດກັບຜູ້ສື່ຂ່າວເຖີງດາວເຕະໄວ 21 ປີວ່າ “ເຮົາຊື່ໂຕ ແຈັກມາເພາະວ່າລາວເປັນນັກເຕະດີ ລາວຍັງໜຸ່ມແລະເຫັນໃດ້ຊັດວ່າ

ລາວສາມາດລົດພັດທະນາໃດ້ ພຽງແຕ່ປີນີ່ລາວໂຊກບໍ່ດີດ້ວຍອາການບາດເຈັບສາມຫລືສີ່ຄັ້ງຊ້ອນໆ ເຮັດໃຫ້ລາວຍັງຊ້ອມບໍ່ເຕັມທີ່ ແຕ່ມື້ວັນອາທິດຂ້ອຍ    ຍີນດີຫລາຍເພາະລາວສົມຄວນໃດ້ໂອກາດ ແລ້ວລາວກໍເຮັດຜົນງານໃດ້ດີມັນສຳຄັນຫລາຍທີ່ລາວຫລີ້ນໃຫ້ເຮົາໃດ້ດີແລ້ວດ້ວຍອາຍຸເທົ່ານີ້ລາວຈະເປັນ       ອານາຄົດຂອງເຮົາແລະອັງກິດໃດ້ແນ່”

ສຳລັບ ລ໊ອດເວລ ຄ່ອນຄ້າງໂຊກຮ້າຍນັບແຕ່ຍ້າຍມາຈາກ ເອຟເວີຕັນ ເມື່ອຊ່ວງຕົ້ນລະດູການດ້ວຍຄ່າໂຕ 12 ລ້ານປອນ (ປະມານ 600 ລ້ານບາດໄທ) ເນື່ອງຈາກ

ຕ້ອງບາດເຈັບພັກຍາວຕັ້ງແຕ່ລົງເດີນໃນລີກໃຫ້ທີມນັດທຳອິດ ເຮັດໃຫ້ເວລານີ້ໃດ້ລົງຫລີ້ນໄປພຽງ 7 ນັດເທົ່ານັ້ນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...