spot_img
Homeຂ່າວພາຍ​ໃນພະພຸດທະຮູບທີ່ພົບຢູ່ວັດໄຕ ເປັນພະຫຼໍ່ຂຶ້ນໃໝ່

ພະພຸດທະຮູບທີ່ພົບຢູ່ວັດໄຕ ເປັນພະຫຼໍ່ຂຶ້ນໃໝ່

Published on

ຄວາມຈິງຂອງພະພຸດທະຮູບທີ່ເຈົ້າໜ້າທີ່ ກັກໃວ້ໃນວັນທີ່ 13 ເມສາ 2015 ທີ່ສະໜາມບິນສາກົນວັດໄຕ ພາຍຫຼັງພາກສ່ວນ ກ່ຽວຂ້ອງ ໄດ້ຊ້ອງໜ້າ ເພືອເຮັດການແກະ ຫີບ ບັນຈຸ ພະອົງດັ່ງ ກ່າວ ກໍ່ສາມາດ ໃຫ້ຄວາມກະຈ່າງແຈ້ງ ແກ່ສັງຄົມ ຜູ້ຮັກ ແລະ ຫວງແຫນ ມໍລະດົກຂອງຊາດ. ຈາກການສຳຫຼວດ ອົງພະຕົວຈິງແລ້ວ ພະອົງດັ່ງກ່າວ ແມ່ນເປັນພະຫຼໍ່ຂຶ້ນໃໝ່ ແລະ ໄດ້ຮັບການຢືນຢັນຈາກທາງຮ້ານ ທີ່ຫຼໍ່ພະອົງດັ່ງກ່າວ. ເຖິງຢ່າງໃດກໍ່ດີ ການເຄືອນຍ້າຍ ພະພຸດທະຮູບ ບໍ່ວ່າຈະເປັນອົງໃໝ່ ກໍ່ຕ້ອງ ຕ້ອງມີເອກະສານຖືກຕ້ອງ ແລະ ມີການຢືນຢັນ ທີ່ໄປທີ່ມາ.ເນື່ອງຈາກ ບັນຫາ ການລັກເອົາພະພຸດທະຮູບເກົ່າ ແກ່ອອກຈາກ ສປປລາວ ແມ່ນມີຫຼາຍ ແລະ ຕ້ອງການ ໃຫ້ທຸກຄົນໄດ້ຊ່ວຍ ກັນເປັນຫູເປັນຕາ. ເພາະບາງຄັ້ງ ພວກລັກລອບ ອາດໃຊ້ອຸບາຍ ເອົາພະເກົ່າໄປຍ້ອມສີໃໝ່ເພື່ອຕົບຕາ ວ່າເປັນພະຫຼໍ່ໃໝ່ ກໍ່ອາດເປັນໄປໄດ້.

 

11150762_803691239722201_4766487732687378703_n

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...