Homeຂ່າວພາຍ​ໃນຫຼາຍຄອບຄົວມີລາຍຮັບຈາກ ການຂາຍພືດຜັກກະສິກຳອິນຊີ

ຫຼາຍຄອບຄົວມີລາຍຮັບຈາກ ການຂາຍພືດຜັກກະສິກຳອິນຊີ

Published on

20150420123507

ທ່ານ ທອງ​ຫຼໍ່ ສີ​ລະ​ມາດ ຫົວໜ້າ​ກຸ່ມ​ກະສິກຳ​ອິນ​ຊີ ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ກ່າວ​ວ່າ: ກຸ່ມ​ກະສິກຳ​ອິນ​ຊີ ນວ ແມ່ນ​ໄດ້ຮັບ​ການ​ຊີ້​ນຳ​ຈາກ​ຂະແໜງ​ປູກຝັງ ນວ ປັດຈຸບັນ​ນີ້ ໄດ້​ຂະຫຍາຍກຸ່ມ​ກະສິກຳ​ອິນ​ຊີ ​ທີ່​ເຮັດ​ການ​ຜະລິດ​ເພື່ອ​ຈຳໜ່າຍ​ທັງ​ໝົດ 10 ກຸ່ມ ໃນ 6 ຕົວ​ເມືອງ ມີ​ສະມາຊິກ 150 ຄອບຄົວ ເຫັນ​ວ່າ​ເພີ່ມ​ຂຶ້ນ ສາມາດ​ຜະລິດ​ພືດ​ຜັກ​ໄດ້​ທັງ​ໝົດ 5-6 ໂຕນ​ຕໍ່​ອາທິດ ການ​ຈຳໜ່າຍ​ແມ່ນ​ອາທິດ​ໜຶ່ງ 4 ມື້ ຄື: ວັນ​ພຸດ ແລະ ວັນ​ເສົາ ຈຳໜ່າຍ​ຢູ່ທີ່​ສວນ​ໄຊ​ເຊດ​ຖາ ວັນ​ຈັນ ແລະ ວັນ​ພະຫັດ ​ຈຳໜ່າຍ​ຢູ່​ສວນ​ເຈົ້າຟ້າ​ງຸ່ມ ເມືອງ​ສີ​ໂຄດ​ຕະບອງ ສຳລັບ​ລາຍ​ຮັບ​ຂອງ​ສະມາຊິກ​ພາຍໃນ​ກຸ່ມ​ ແມ່ນ​ສະເລ່ຍ​ຄອບຄົວ​ໜຶ່ງ 1 ລ້ານ​ກີບ​ຕໍ່​ອາທິດ ໃນ​ດ້ານການ​ກຳນົດ​ລາຄາ​ຈຳໜ່າຍ​ຜັກກະສິກຳ​ອິນ​ຊີ ​ແມ່ນ​ໄດ້​ກຳນົດ​ລາຄາ​ໃນ 2 ລະດູ ຄື: ລະດູແລ້ງ ແລະ ລະດູຝົນ ໃນ​ນັ້ນ ລະດູຝົນ ລາຄາ​ຜັກ​ຈະ​ສູງ​ຂຶ້ນປະມານ 20-30% ພ້ອມ​ນັ້ນ ກໍ່​ໄດ້​ອີງໃສ່ລາຄາ​ຕະຫຼາດ​ທົ່ວ​ໄປ ແລະ ຕົ້ນທຶນ​ການ​ຜະລິດ.

ສຳລັບ​ການ​ຜະລິດ​ໃນ​ໄລຍະລະດູແລ້ງ​ນີ້​ເຫັນ​ວ່າ ເກີດ​ມີ​ຜົນກະທົບ ເພາະ​ຂາດແຄນ​ນ້ຳ ໂດຍສະເພາະ ໃນ​ບາງ​ກຸ່ມ​ທີ່​ເຮັດ​ການຜະລິດ​ນຳ​ໃຊ້​ນ້ຳ​ບາ​ດານ ຈຶ່ງ​ເກີດຜົນ​ກະທົບ​ໃນ​ການ​ຂາດແຄນ​ນ້ຳ ຈຳເປັນ​ຕ້ອງ​ໄດ້​ຫຼຸດ​ປະລິມານການ​ປູກ​ລົງ​ປະມານ 30% ເພື່ອໃຫ້​ພຽງພໍ​ກັບ​ນ້ຳ​ທີ່​ມີ​ຢູ່ກຸ່ມ ​ທີ່​ກຳລັງ​ປະ​ເຊີນ​ກັບ​ການ​ຂາດແຄນ​ນ້ຳ ປັດຈຸບັນແມ່ນ​ກຸ່ມ​ໂນນ​ແຕ້ ເມືອງ​ໄຊ​ທານີ ດັ່ງນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ໄປ​ຊ່ວຍ​ໃນ​ການ​ເຈາະ​ບາດານ​ເພີ່ມ​ຕື່ມ ​ເພື່ອ​ໃຫ້​ນ້ຳ​ມີ​ພຽງພໍກັບ​ຄວາມ​ຕ້ອງການ.

ຕັ້ງແຕ່​ເລີ່ມ​ຕົ້ນ​ຮອດ​ປັດຈຸບັນ ເຫັນ​ວ່າ​ຕະຫຼາດ​ກະສິກຳ​ອິນ​ຊີ ແມ່ນ​ໄດ້​ມີ​ການ​ຂະຫຍາຍຕົວ​ສູງຂຶ້ນ ເພາະ​ຜູ້​ບໍລິໂພກ​ໄດ້​ຫັນ​ມາ​ບໍລິ​ໂພກ​ຜັກ​ກະສິກຳ​ອິນ​ຊີ​ຫຼາຍ​ຂຶ້ນ ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາໃຈ​ໃສ່​ໃນ​ການ​ຮັກສາ​ສຸຂະພາບ ແລະ ໃນຕໍ່ໜ້າ​ແມ່ນ​ໄດ້​ມີ​ການວາງ​ແຜນ​ຈະ​ຂະຫຍາຍ​ຕະຫຼາດກະສິກຳ​ອິນ​ຊີ ກວມ 9 ຕົວ​ເມືອງ ໃນ ນວ ພ້ອມ​ທັງ​ໄດ້​ວາງ​ແຜນເຮັດ​ການ​ຫຸ້ມ​ຫໍ່​ພືດ​ຜັກ​ສົ່ງ​ຕາມຮ້ານ​ຄ້າ​ຕ່າງໆ ເພື່ອ​ເຮັດ​ໃຫ້​ແຜນດັ່ງກ່າວ​ສຳເລັດ ຈຶ່ງ​ຕ້ອງການຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ ​ໃຫ້ການ​ຈັດ​ຫາ​ຕະຫຼາດ​ຖາວອນ​ໃນ​ການຈຳໜ່າຍ ແລະ ທັງລະດົມ​ແຫຼ່ງ​ທຶນ​ເຂົ້າ​ຊ່ວຍເຫຼືອເພີ່ມ​ຕື່ມ ​ຖ້າ​ປະຊາຊົນ ຫຼື ກຸ່ມ​ບ້ານ​ມີຄວາມ​ສົນໃຈ ຫຼື ຕ້ອງການ​ເຂົ້າກຸ່ມ​ກະສິກຳ​ອິນ​ຊີ ນວ ແມ່ນເຮັດ​ເປັນ​ກຸ່ມ​ຜະລິດ​ແລ້ວ ທາງກຸ່ມ​ກະສິກຳ​ອິນ​ຊີ ຈະ​ລົງ​ໄປ​ເຝິກອົບຮົມ​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ວິທີ ແລະ ເຕັກນິກ​ການ​ປູກ​ຜັກ​ກະສິ​ກຳ​ອິນ​ຊີ ສາມາດ​ຕິດຕໍ່​ໄດ້​ນຳຄະນະ​ກຳມະການ​ກຸ່ມ​ດັ່ງກ່າວ ທີ່​ຕະຫຼາດ​ກະສິກຳ​ອິນ​ຊີ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...