spot_img
Homeຂ່າວພາຍ​ໃນສັງຄົມຊ່າ ວ່າຈັບຜີກ່ອງກ່ອຍໄດ້

ສັງຄົມຊ່າ ວ່າຈັບຜີກ່ອງກ່ອຍໄດ້

Published on

NjpUs24nCQKx5e1DISo4Ki6RhQN4sgLRm4seMAMd3xB

ຜີກ່ອງກ່ອຍແມ່ນສັດຊະນິດໜຶ່ງ ທີ່ປະຊາຊົນຊົນນະບົດ ກໍຄືຜູ້ເຖົ້າຜູ້ແກ່ມັກເລົ່າວ່າ ມັນເປັນໂຕບໍ່ໃຫຍ່ປານໃດ ເທົ່າໆກັນກັບແມວໃຫຍ່ ມີພະລະກຳລັງຫຼາຍ ສາມາດໄງ້ກ້ອນຫິນໃຫຍ່ ລະດັບຮ້ອຍກິໂລໄດ້ ມັກຈັບກະປູເປັນອາຫານ ຮອຍຕີນຂອງມັນຄ້າຍຄືຮອຍຕີນເດັກນ້ອຍ ແຕ່ນິ້ວຂອງມັນປິ້ນກັບກັບຕີນຄົນ ມັນສາມາດຖອຍໄສ້ຄົນໃຫ້ອອກມານອກໄດ້ ໂດຍການດຶງດົ້ນຟືນທີ່ຄົນດັງນັ້ນອອກ (ເວລາຄົນເຮົາໄປນອນພັກຢູ່ປ່າ)

NjpUs24nCQKx5e1DISo4Ki6RhQN4sgJpPiH6bAtvQ7Z

ຈາກກະແສຂ່າວທາງອອນລາຍວ່າ ປະຊາຊົນຈັງຫວັດສີສະເກດ ປະເທດໄທຈັບສັດປະຫຼາດ ຫຼືໂຕ(ຜີ)ກ່ອງກ່ອຍໄດ້ໂຕເປັນໆ ດັ່ງນັ້ນ, ທີມຂ່າວລາວໂພສຕ໌ຈຶ່ງໄດ້ກວດສອບ ແຫຼ່ງຂ່າວດັ່ງກ່າວ ນຳໄປເຖິງທີ່ມາຂອງຮູບພາບດັ່ງກ່າວ ແລະໄດ້ຮູ້ວ່າ ສັດປະຫຼາດດັ່ງກ່າວນັ້ນ ບໍ່ແມ່ນຜີກ່ອງກ່ອຍ ແຕ່ແມ່ນໝີໝາທີ່ຂາດສານອາຫານ ໃນປະເທດມາເລເຊຍ ແລ້ວເຮັດໃຫ້ຈ່ອຍໂຊແລະບໍ່ມີຂົນ ຈຶ່ງຖືກເຈົ້າໜ້າທີ່ຈັບມາເພື່ອປິ່ນປົວ ແລະປ່ອຍເຂົ້າປ່າຄືນໄປ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...