Homeຂ່າວພາຍ​ໃນຫົງນ້ຳຕາໄຫຼ! ນຳກ່ອນແຕ່ວິນລ່າລົວແຊງ 2-1 ເຂົ້າຮອບຊິງເອັບເອ ຄັບ

ຫົງນ້ຳຕາໄຫຼ! ນຳກ່ອນແຕ່ວິນລ່າລົວແຊງ 2-1 ເຂົ້າຮອບຊິງເອັບເອ ຄັບ

Published on

ແອດສ໌ຕັນ ວິນລ່າ ເຮັດໄດ້ສຳເລັດ ຫຼັງຈາກພິກເອົາຊະນະລິເວີພູ 2-1 ສົ່ງຜົນໃຫ້ທີມໄດ້ເຂົ້າຮອບຊິງຊະນະເລີດ ເອັບເອ ຄັບ ກັບ ອາເຊນອນ ທີ່ຜ່ານເຂົ້າຮອບໄປກ່ອນແລ້ວ

11524

ນາທີ 25 ເນທານ ເບເກີ ກອງຫຼັງຂອງເຈົ້າບ້ານໄດ້ຮັບບາດເຈັບຈົນຫຼີ້ນບໍ່ໄດ້ສົ່ງ ໂຢເຣດສ໌ ໂອໂຄເຣ່ ລົງແທນ

ນາທີ 30 ລິເວີພູໄດ້ປະຕູຂື້ນນຳຈາກຈັງຫວະເກມບຸກຫຼີ້ນຊີ້ງກັນຢ່າງສວຍງາມແຕ່ກໍ່ພາດແນວຮັບຂອງເຈົ້າບ້ານສະກັດບານໄດ້ ແຕ່ກໍ່ໜີບໍ່ພົ້ນເມື່ອລິເວີພູຄອງບານໄດ້ອີກຄັ້ງໜື່ງ ສະເຕີລິງ ສົ່ງບານອອກຊ້າຍໃຫ້ ຟິລິເປ້ ຄູຕິນໂຢ່ ຫຼຸດເຂົ້າໄປຍິງ ບານສະແລ໊ບເຂົ່າ ໂອໂຄເຣ່ ຜູ້ຫຼີ້ນຂອງວິນລ່າປ່ຽນທາງເຂົ້າປະຕູໄປ 0-1

ນາທີ 36 ແອດສ໌ຕັນ ວິນລ່າ ຫຼີ້ນຊີ້ງກັນຢ່າງສວຍງາມຈົນໄດ້ປະຕູຕີສະເໝີຈາກຈັງຫວະເກມໂຕ້ກັບໄວບານໄປຮອດ ຟາບຽນ ເດວ ທາງຊ້າຍຂອງເຂດໂທດ ສົ່ງເຂົ້າໄປໜ້າປະຕູ ຄຣິດສ໌ຕິຢອງ ເບນເຕເກ້ ແປເຂົ້າປະຕູໄປຢ່າງງ່າຍດາຍ 1-1 ຈົບເຄີ່ງເວລາທຳອິດ

ນາທີ 54 ວິນລ່າ ໄດ້ປະຕູພິກແຊງຈົນໄດ້ ບານຍາວບໍ່ລ້ຳໜ້າໃຫ້ ເບເຕເກ້ ຫຼຸດໄປທາງຊ້າຍ ຕອກສົ້ນກັບໃຫ້ ເກຍລິດຊຸ໌ ລາກເຂົ້າຫາປະຕູ ກ່ອນທີ່ຈະສົ່ງບານໃຫ້ ຟາບຽນ ເດວ ຍິງເນັ້ນໆໃນໄລຍະເຜົາຂົນບານເຂົ້າໄປຢ່າງສວຍງາມ 2-1
ຈົບເກມແອດສ໌ຕັນ ວິນລ່າເຮັດໄດ້ສຳເລັດໃນການເຂົ້າຮອບຊິງ ຫຼັງຈາກພິກເອົາຊະນະລິເວີພູ 2-1
ສະໜາມ: ເວມບຼີ
ຜູ້ຕັດສິນ: ໄມເຄິນ ໂອລິເວີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...