Homeຂ່າວຕ່າງປະເທດໂຫດ​ບໍ່​ຢຸດ! ກຸ່ມ​ລັດ​ອິດ​ສະ​ລາມ ເຜີຍ​ຄ​ລິບ​ສັງ​ຫານ​ໂຫດ​ຊາວ​ເອ​ທິ​ໂອ​ເປຍ ກ່​ວາ 30 ຄົນ!

ໂຫດ​ບໍ່​ຢຸດ! ກຸ່ມ​ລັດ​ອິດ​ສະ​ລາມ ເຜີຍ​ຄ​ລິບ​ສັງ​ຫານ​ໂຫດ​ຊາວ​ເອ​ທິ​ໂອ​ເປຍ ກ່​ວາ 30 ຄົນ!

Published on

EyWwB5WU57MYnKOuFtH5stJAmnPt2BbS4Vs5xUzu69bstD7stzXZrY

ກຸ່ມ​ລັດ​ອິດ​ສະ​ລາມ​ເຜີຍ​ຄ​ລິບ​ໃໝ່ ປະ​ຫານ​ຊາວ​ເອ​ທິ​ໂອ​ເປຍ ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິດ ລວມ​ກ່​ວາ 30 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ເມ​ສາ​ຜ່ານ​ມາ​ນີ້​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ເຜີຍ​ແຜ່​ຄ​ລິບ​ວິ​ດີ​ໂອ​ໃໝ່ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ພາບ​ການ​ສັງ​ຫານ​ໂຫດ ຕົວ​ປະ​ກັນ​ຊາວ​ເອ​ທິ​ໂອ​ເປຍທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິດ ຈຳ​ນວນ​ກ່​ວາ 30 ຄົນ ໂດຍ​ເຊື່ອ​ວ່າ​ຜູ້​ເສຍ​ຊີ​ວິດ ອາດ​ແມ່ນ​ສະ​ມາ​ຊິກ​ຂອງ​ໂບດ​ສາ​ສະ​ໜາ​ຄ​ຣິດ​ນິ​ກາຍ​ຄັອບຕິກຂອງ​ຊາວ​ເອ​ທິ​ໂອ​ເປຍ ເຊິ່ງ​ຖືກ​ກຸ່ມ​ແນວ​ຮ່ວມ​ຂອງ​ກຸ່ມ​ລັດ​ອິ​ດ​ສະ​ລາມ ບຸກ​ຍຶດ​ໄດ້​ໃນ​ບໍ່​ດົນ​ມາ​ນີ້.

NjpUs24nCQKx5e1DISeLu9djva5wWoNxCH7kIKKgj4J

ຄ​ລິບ​ວີ​ດີ​ໂອ​ດັ່ງ​ກ່າວ ມີ​ຄວາມ​ຍາວ 29 ນາ​ທີ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ການ​ສັງ​ຫານ​ຊາວ​ເອ​ທິ​ໂອ​ເປຍ 2 ກຸ່ມ ໂດຍ​ກຸ່ມ​ທີ​ໜຶ່ງ​ຖືກ​ສັງ​ຫານ​ດ້ວຍ​ການ​ຂ້າ​ຕັດ​ຄໍ​ຢູ່​ບໍ​ລິ​ເວນ​ຊາຍ​ຫາດ ໃນ​ຂະ​ນະ​ທີ່​ອີກ​ກຸ່ມ​ໜຶ່ງ​ຖືກ​ສັງ​ຫານ​ດ້ວຍ​ການ​ຍິງ​ບໍ​ລິ​ເວນ​ຫົວ ທີ່​ບໍ​ລິ​ເວນ​ທະ​ເລ​ຊາຍ​ແຫ່ງ​ໜຶ່ງ ໂດຍ​ທີ່​ບໍ່​ຮູ້​ສະ​ຖານ​ທີ່​ອັນ​ແນ່ນອນ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...