spot_img
HomePicpostປະຫວັດຂອງພະສຸກ ພະເສີມ ແລະພະໄສ ມໍລະດົກລ້ານຊ້າງທີ່ສັກສິດ

ປະຫວັດຂອງພະສຸກ ພະເສີມ ແລະພະໄສ ມໍລະດົກລ້ານຊ້າງທີ່ສັກສິດ

Published on

ນີ້ຄືບັນຍາກາດການອັງເຊີນພະໃສ ລົງຫົດສົງໃນໂອກາດປີໃໝ່ລາວ-ໄທ ທີ່ໜອງຄາຍປະເທດໄທ

ຢ້ອນໄປໃນສະໄໝຂອງ ພະ­ເຈົ້າໄຊເສດ­ຖາ­ທິຣາ­ຊ ໄລຍະ­ປີ ພ.ສ 2093 -2115 (ຄ.ສ 1553 – 1575) ແຫ່ງ­ອານາ­ຈັກລ້ານຊ້າງ ສີສັຕນາຄນະ­ຫຸຕ ຊົງ­ມີພຣະ­ຣາ­ຊທິດາ 3 ພະ­ອົງ ພະ­ຣາ­ຊທິດາ ພະ­ອົງຄ໌­ເອຶ້ອຍ­ກົກ ຊົງພະ­ນາມວ່າ “ພະທິດາສຸກ”, ພະ­ຣາ­ຊທິດາ­ພະ­ອົງກາງ ຊົງພະ­ນາມວ່າ “ພະທິດາເສີມ” ແລະ­ ພະ­ຣາ­ຊທິດາ­ຜູ້­ອົງ­ສຸດທ້າຍ ພະ­ອົງພຣະ­ນາມວ່າ “ພະທິດາໃສ”. ກ່າວຂານ­ກັນວ່າ ໃນ­ປີ ພ.ສ 2109 (ຄ.ສ1569) ພຣະ­ທິດາ­ທັງ 3 ພະ­ອົງໄດ້­ຊົງຮ່ວມ­ກັນສ້າງພະ­ພຸດທະຮູບ ປະ­ຈໍາ­ພະ­ອົງ­ຂຶ້ນ 3 ອົງ ­ເພື່ອສືບທອດ ພຣະ­ພຸດທະສາ­ສນາ ແລະ­ເພື່ອຄວາມເປັນ­ສີຣິມຸງຄຸນ ໂດຍ­ມີຂະຫ­ນາດ ຄວາມໃຫ່ຍ ນ້ອຍຫລຸດ­ລັ່ນກັນຕາມລຳດັບ
ໃນ­ພິທິການຫລໍ່ພຣະ­ພຸທຣູບ­ທັງ 3 ອົງ­ນັ້ນ ພຣະ­ພິກຂຸ ແລະ­ຄາ­ຣະ­ວາດຊ່ວຍ­ກັນ­ທໍາການ­ສູບ ເຕົ້າ­ຫລອມທອງຕະ­ຫລອດເຖິງ 7 ວັນ ແລະ­ 7ຄືນແຕ່ທອງ­ຍັງ­ບໍ່­ທັນເປຶ່ອຍ ຫລື ລະ­ລາຍ ພໍເຖິງ­ວັນ­ທີ 8 ມີພຽງພຣະ­ພິກຂຸ ສົງເຖົ້າອົງຫນຶ່ງ ກັບ­ສາມະ­ເນນ­ສູບເຕົາໄຟຢູ່ ກໍປະ­ກົດ­ມີແມ່ “ຊີ” ຕົນຫນຶ່ງ ນຸ່ງ­ຂາວອອກ­ມາອາ­ສາ­ສູບ ເຕົາໄຟແທນ ອີກ­ບໍ່­ນານພຣະ­ແລະ­ເນນໃນ­ວັນ­ນັ້ນ ຕ່າງ­ກໍປະ­ກົດເຫັນ­ມີແມ່­ຊີ ຊ່ວຍ­ກັນ­ສູບເຕົາເປັນ­ຈໍານວນຫລາຍ ທັງໆ­ແມ່­ຂາວຊີພຽງ­ຕົນ­ດຽວ. ເມື່ອເຖິງ­ຜຽນປ່ຽນ­ຂອງພຣະ­ພິກຂຸສົງ ແລະ­ເນນເຂົ້າໄປສູບເຕົາ ແທນ­ຕໍ່ປາ­ກົດເຫັນວ່າ ໄດ້­ມີຜູ້ຖອກທອງ­ລົງໄປໃນເບົ້າຫລໍ່ (ຫລອມ) ຈົນເຕັມ­ທັງ 3 ເບົ້າຫລອມ ທັງໆ­ທີ່­ບໍ່ເຫັນໃຜ ຖອກທອງ­ຄໍາ­ລົງເທຶ່ອ. ເມື່ອຫລຽວອ້ອມຂ້າງ ວ່າ­ຈະ­ຖາມແມ່­ຊີຂາວວ່າໃຜຖອກທອງ­ລົງ­ເບົ້າຫລອມ ປາ­ກົດວ່າບໍ່ເຫັນແມ່­ຂາວ­ຢູ່­ບໍຣິເວນຫລອມເລີຍ. ການຫລໍ່ພຣະ­ພຸດທະຮູບ­ທັງ 3 ອົງ­ ສໍາເລັດ­ລົງດ້ວຍ­ດີຢ່າງຫນ້າອັດສະ­ຈັນ. ພຣະ­ຣາ­ຊທິດາ­ສຸກ ພຣະ­ຣາ­ຊທິດາເສີມ ແລະ­ພຣະ­ຣາ­ຊທິດາໃສ ໄດ້ຖວາຍພຣະ­ນາມ­ຂອງພຣະ­ອົງເປັນ­ນາມ­ຂອງພຣະ­ພຸດຮູບ­ຄຶ ພຣະ­ສຸກເປັນພຣະ­ພຸດທະຮູບປະ­ຈໍາ ພຣະ­ຣາ­ຊທິດາອົງ ເອື້ອຍ, ພຣະ­ເສີມ ເປັນພຣະ­ພຸດທະຮູບປະ­ຈໍາ ພຣະ­ຣາ­ຊທິດາອົງ­ກາງແລະ­­ພຣະ­ໃສ ເປັນພຣະພຸດທະຮູບປະ­ຈໍາພຣະຣາຊທິອາອົງນ້ອງຫຼ້າ.

ຂອບໃຈ ຈາກ Page : Taro Evolutionseven

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...