Home​ຂ່າວບັນເທິງນັກສະແດງຈາກຝຣັ່ງ ແລະ ລາວ ຮ່ວມສະແດງລະຄອນເວທີ

ນັກສະແດງຈາກຝຣັ່ງ ແລະ ລາວ ຮ່ວມສະແດງລະຄອນເວທີ

Published on

ກຸ່ມນັກສະແດງໄວໜຸ່ມ ຂອງໂຮງລະຄອນແຫ່ງຊາດ ຈາກ ປາຣີ ປະເທດຝຣັ່ງ
ແລະ ນັກສະແດງຈາກໂຮງຮຽນສິລະປະດົນຕີແຫ່ງຊາດ, ຄະນະລະຄອນ
ເຂົ້າໜຽວລາວ ໄດ້ຈັດພິທີທຳການສະແດງລະຄອນເທີງເວທີຢ່າງຄືກຄື້ນມ່ວນຊື່ນ
ແລະ ໄດ້ຮັບການຕອບຮັບຈາກຜູ້ເຂົ້າຮ່ວມຊົມຢ່າງຫລວງຫລາຍ ການສະແດງ
ລະຄອນດັ່ງກ່າວໄດ້ຈັດຂື້ນໃນຕອນຄໍ່າຄືນວັນທີ 22 ກຸມພາ 2013 ນີ້ທີ່
ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ

ທ່ານ Yves CARMONA
ເອກອັກຄະລັດຖະທູດປະເທດຝຣັ່ງປະຈຳລາວ

ທ່ານ Yves CARMONA ເອກອັກຄະລັດຖະທູດປະເທດຝຣັ່ງປະຈຳລາວ
ມີຮອງອຳນວຍການສະຖາບັນຝຣັ່ງປະຈຳລາວ ບັນດາທູຕານຸທູດ ອົງການຈັດຕັ້ງ
ສາກົນປະຈຳລາວ ຕະຫລອດມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມ.
ທ່ານ Yves CARMONA ກ່າວວ່າ: ການສະແດງລະຄອນເທິງເວທີໃນຄັ້ງນີ້
ແມ່ນຈັດຂື້ນເປັນຄັ້ງທີ 2 ທີ່ກຸ່ມນັກສະແດງໄວຫນຸ່ມໂຮງລະຄອນແຫ່ງຊາດ
ໄດ້ເດີນທາງມາສະແດງທີ່ ສປປ.ລາວ ເພື່ອເປັນການແລກປ່ຽນທາງດ້ານ
ວັດທະນາທຳ ແລະ ປະສົບການລະຄອນເທິງເວທີ ລະຫວ່າງລາວ-ຝຣັ່ງ,

ຝຣັ່ງ-ລາວ ທັງເປັນການເສີມສ້າງຄວາມສາມັກຄີ ມິດຕະພາບໃຫ້ແໜ້ນແຟ້ນ
ຍິ່ງໆຂື້ນ ການສະແດງລະຄອນຄັ້ງນີ້ປະກອບມີສາກລະຄອນທັງໝົດ 24 ຕອນ
ຊຶ່ງແຕ່ລະສາກ ແຕ່ລະຕອນໄດ້ຮັບສຽງຕົບມື ແລະ ສ້າງຄວາມປະທັບໃຈ
ເບິກບານມ່ວນຊື່ນ ໃຫ້ແກ່ຜູ້ເຂົ້າຊົມໄດ້ເປັນຢ່າງດີ.

ຂ່າວ/ພາບ: ເທພະວົງສອນ

ທີ່ມາhttp://vtetoday.la

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...