Homeຂ່າວພາຍ​ໃນສະຖິຕິບັງເກີດ ເມດສ໌ຊີ ຊັດ 400 ລູກແລ້ວ

ສະຖິຕິບັງເກີດ ເມດສ໌ຊີ ຊັດ 400 ລູກແລ້ວ

Published on

558000004612301
ລິໂອເນວ ເມດສ໌ຊີ ດາວເຕະຊຸບເປີສະຕາຣ໌ແຫ່ງບາເຊໂລນາ ສ້າງສະຖິຕິໄໝ່ເກີດຂື້ນກັບຕົ້ນສັງກັດ ຫຼັງຈາກຍິງປະຕູທີ 400 ໃນການຫຼິ້ນອາຊີບກັບ ບາເຊໂລນາ ລວມທຸກລາຍການໄດ້ສຳເລັດ ຫຼັງຈົບເກມທີ່ເປີດບ້ານເຊືອດ ບານເລນເຊຍ 2-0 ໃນລາລີກາ ສະເປນ ເມື່ອຄືນວັນທີ 18 ທີ່ຜ່ານມາ
ເກມທີ່ ຄັມປ໌ ຫຼຸຍ ຊົວເຣດຊ໌ ຈັດການລູກທຳອິດໃນເວລາ 58 ວິນາທີ ໃຫ້ບາຊາ ອອກນຳກ່ອນຈົນຮອດທົດເວລາບາດເຈັບເຄີ່ງເວລາທີ 2 ດາວຍິງຊາວອາເຈນຕິນາກໍ່ມາເພີ່ມປະຕູໄຊຈາກການຫຼຸດດ່ຽວເຄີ່ງສະໜາມ ສົ່ງໃຫ້ທີມເກັບ 3 ຄະແນນເຂົ້າບ້ານແລະນຳເປັນຈ່າຝູງ ລາລີກາ ສະເປນ ຕໍ່ໄປ
ໄຊຊະນະທີ່ໄດ້ຈາກປະຕູຂອງ ເມດສ໌ຊີ ອາຍຸ 27 ປີ ຄົນນີ້ກາຍເປັນຜູ້ຫຼີ້ນຄົນທຳອິດທີ່ຍິງປະຕູຄົບ 400 ລູກໃຫ້ຕົ້ນສັງກັດຄົບທຸກລາຍການ ( ບໍ່ນັບເກມອຸ່ນເຄື່ອງ ) ແລະ ເປັນດາວຊັນໂວສູງສຸດຕະຫຼອດການໄປແລ້ວ ພ້ອມນີ້ຍັງເປັນປະຕູທີ 46 ຂອງເມດສ໌ຊີໃນລະດູການນີ້ນຳອີກຈາກການລົງຫຼີ້ນ 46 ນັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...