Homeຂ່າວພາຍ​ໃນຮາຊາຊັດ 1 ລູກສົ່ງຜີລົງຂຸມ!

ຮາຊາຊັດ 1 ລູກສົ່ງຜີລົງຂຸມ!

Published on

ເອດອງ ຮາຊາ ກອງກາງເຊວຊີຫຼີ້ນສົມລາຄາຄ່າຕົວສູງ ລຸ້ນລາງວັນນັກເຕະດີເດັ່ນຂອງເອັບເອ ຫຼັງຈາກຊ່ວຍ “ສິງ” ເປີດບ້ານຊັດປະຕູໄຊເອົາຊະນະ “ຜີແດງ” ແມນຍູໄນເຕັດ 1-0 ໃນການແຂ່ງຂັນພຣີເມຍລີກອັງກິດເມື່ອຄືນວັນທີ 18 ເມສາ ທີ່ຜ່ານມາ

Chelsea v Manchester United - Barclays Premier League

ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ນັດໃຫຍ່ ເຊວຊີ ຈ່າຝູງມີ 73 ຄະແນນ ເປີດບ້ານ ສະແຕມຟອດ ບຣິດຈ໌ ດວນກັບ ແມນເຊັດເຕີ ຍູໄນເຕັດ ອັນດັບ 3 ມີ 65 ຄະແນນ ເກມນີ້ເຈົ້າບ້ານສົ່ງ ດິດິເຍ ດຣອກບາ ກອງໜ້າຕົວເກົ໋າຢືນແທນ ດິເອໂກ ກອດສະຕາ ທີ່ຍັງບໍ່ພ້ອມ ສ່ວນທີມເຢືອນ ສົ່ງ ເວນ ຣູນີ ຄຸມແດນກາງແລ້ວໃຫ້ ຣາດາ ເມວ ຟານເກົາ ຢືນໜ້າເປົ້າ
ເປີດເກມມາ 3 ນາທີແມນຍູ ເຮັດໃຫ້ແຟນເຈົ້າຖີ່ນສຽວຫວຸດຫວິດທີ່ຈະຂື້ນນຳກ່ອນ ລຸກ ຊໍວ໌ ເປີດຫັກັບມາໃຫ້ ຣູນີ ອັດເຕັມຂໍ້ແຕ່ດາດເສົາອອກໄປ ຕໍ່ມານາທີ 12 ທີມເຢືອນບຸກຕໍ່ ກວນ ມາຕາ ສົ່ງຜ່ານຕໍ່ໃຫ້ ອັນເດຣ ເອເຣຣາ ຍິງຂວາແຕ່ນອກເຂດແລ້ວອອກຫຼັງໄປ

558000004612203

ເກມເນັ້ນຢູ່ກາງສະໜາມ ແຕ່ສຸດທ້າຍນາທີ 38 ເຊວຊີ ກາຍເປັນຝ່າຍນຳກ່ອນ 1-0 ອອດສະກາ ຕອກສົ້ນໃຫ້ ເອດອງ ຮາຊາ ຄວບຫຼຸດເຂົ້າໄປຍິງ ລອດຂາ ດາວິດ ເດ ເກອາ ເຂົ້າໄປຢ່າງສວຍງາມ ສ່ວນແມນຍູຮຶດຈະຕີສະເໝີນາທີ 40 ຣາດາເມວ ຟັນເກົາ ສົ່ງໃຫ້ ອັນເດຣ ເອເຣຣາ ຍິງຕິດບ໋ອກ ຈົບເຄີ່ງເວລາທຳອິດ ເຈົ້າບ້ານນຳ 1-0
ເຄີ່ງເວລາທີ 2 ນາທີ 53 ເຊວຊີ ເກຶອບໄດ້ລູກທີ 2 ດິິດິເຍ ດຣອກບາ ລາກບານມາຊັດເຕັມໆແຕ່ສະແລ໋ບແຂ່ງທີມເຢືອນ ເອດອງ ຮາຊາ ແລ່ນມາຊ້ຳແຕ່ຕຳຄານ ຕໍ່ມານາທີ 64 ຜີແດງ ພາດຕີສະເໝີ ມາຣູຍານ ເຟໄລນີ ພັກເອິກສົ່ງໃຫ້ ຣູນີ ແຕ່ງແລ້ວຍິງທັນທີແຕ່ສະແລ໋ບຄູ່ແຂ່ງອອກຫຼັງ

558000004612202

ນາທີ 76 ແມນຍູ ຍັງຕີສະເໝີບໍ່ໄດ້ ຟັນເກົາ ຫຼຸດເຂົ້າໄປແຕ່ຍິງເຂົ້າໄປຕິດສາມຫຼ່ຽມ ຈາກນັ້ນທ້າຍເກມນາທີ 82 ເວນ ຣູນີ ເອົາຕົວໂໝ່ງກາງປະຕູແຕ່ຂ້າມຄານສຸດທ້າຍບໍ່ມີປະຕູເພີ່ມຈົບເກມ ເຊວຊີ ຊະນະແບບຫວຸດຫວິດ 1-0 ເກັບເພີ່ມເປັນ 76 ຄະແນນຢູ່ຈ່າຝູງຕໍ່ໄປ ຜີແດງ ຊະນະ 6 ນັດຕິດ ສະດຸດແພ້ມີ 65 ຄະແນນ ທີ 3 ຄືເກົ່າ

ສ່ວນຜົນການແຂ່ງຂັນພຣີເມຍລີກຄູ່ອື່ນ:

ຄຣິດສະຕັນ ພາເລດຊ໌ 0-2 ເວດສ໌ ບອມວິດຊ໌ ອັນບຽນ
( 0-1 ເຈມ ມໍລິສັນ ນາທີ ທີ 2, 0-2 ເຄຣັກ ກາດເນີ ນາທີ ທີ 53 )
ເອັບເວີຕັນ 1-0 ເບີຣ໌ນລີ
( 1-0 ເຄວິນ ມິລັນລາດສ໌ ນາທີ ທີ 29 )
ເລດສ໌ເຕີ ຊິຕີ 2-0 ສະວອນຊີ ຊິຕີ
( 1-0 ໂຊເຊ ອຸນລົວ ນາທີ ທີ 15, 2-0 ແອນດີ ຄິງ ນາທີ 89 )
ສະໂຕ໊ກ ຊິຕີ 2-1 ເຊົາແຮມຕັນ
( 0-1 ມໍແກນ ຊະໄນເດີລິນ ນາທີ ທີ 22, 1-1 ມາເມ ບິຣັມ ດິຍຸບ ນາທີ ທີ 47, 2-1 ຊາລີ ອະດັມ ນາທີ ທີ 84 )

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...