Home​ຂ່າວບັນເທິງຈີເຊລ ບຸນເຊນ" ຊຸບເປີໂມເດວອຳລາເວທີຍ່າງແບບ

ຈີເຊລ ບຸນເຊນ” ຊຸບເປີໂມເດວອຳລາເວທີຍ່າງແບບ

Published on

975988

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ເມືອງ​ເຊົາ​ເປົາ​ລູ ປະເທດ​ບລາ​ຊິນ ເມື່ອ​ວັນທີ່16ເມສາ ວ່າ ຈີ​ເຊລ ບຸນ​ເຊນ ນາງ​ແບບ​ຊື່​ດັງ​ຊາ​ວບ​ລາ​ຊິນອາຍຸ34ປີ ຍ່າງ​ແບບ​ເປັນ​ເທື່ອ​ສຸດ​ທ້າຍ​ໃນ​ເຊົາ​ເປົາ​ລູ​ແຟ​ຊັນ​ວີກ ຫລັງ​ຈາກ​ຢູ່ໃນ​ວົງ​ການ​ນາງ​ແບບ​ມາ​ດົນ​ເຖິງ20ປີ ໂດຍ​ຄືນ​ມື້​ພຸດ​ທີ່​ຜ່ານມາ​ນາງ​ໄດ້​ຂຶ້ນ​ຍ່າງ​ເປີດ​ໂຊ​ໃຫ້​ກັບ​ແບ​ລນ​ເສື້ອ​ຜ້າ​ຄັອກ​ຊີ ທີ່​ນາງ​ເປັນ​ພີ​ເຊນ​ເຕີ​ໃຫ້​ ໃນ​ຊຸດ​ກະໂປ່ງຊົງ​ເອ​ສ​ຫລຸ​ລາຍ​ລູກ​ໄມ້​ສີ​ຂາວ ກັບ​ເກີບ​ບູດ​ສີ​ດຳ​ຍາວ​ເຖິງ​ເຂົ່າ ແລະ ​ຍ່າງ​ປິດ​ໂຊ​ດ້ວຍ​ຊຸດ​ກະ​ໂປງ​ຊັນ​ລາຍ​ທາງ​ສີ​ງາ​ຊ້າງ​ຕັດ​ກັບ​ສີ​ແຊນ​ມອນ ຊຶ່ງ​ມີ​ທອມ ເບນ​ດີ ຜົວ​ມາ​ໃຫ້​ກຳ​ລັງ​ໃຈ​ຕິດ​ຂອບ​ແຄດ​ວອກ

ຫລັງ​ຈາກ​ຍ່າງ​ປິດ​ໂຊ​ສຳເລັດ​ນາງ​ແບບ​ທຸກ​ຄົນ​ໄດ້​ຍ່າງ​ອອກ​ມາ​ພ້ອມ​ກັນ​ໃນ​ຊຸດ​ເສື້ອ​ຍືດ​ໂສ້ງ​ຢີນ​ພິມ​ຮູບ​ໜ້າ​ຂອງ​ຈີ​ເຊລ ບຸນ​ເຊນ ປິດ​ສາກ​ການ​ຍ່າງ​ແບບ​ເປັນ​ເທື່ອ​ສຸດ​ທ້າຍ​ໃນ​ປະເທດ​ບ້ານເກີດ​ຂອງ​ຕົນ​ເອງ ຂະນະ​ທີ່​ນາງ​ໃຫ້​ສຳພາດ​ວ່າ ນາງ​ຕ້ອງ​ການ​ໃຊ້​ເວລາ​ກັບ​ຄອບຄົວ​ໃຫ້​ຫລາຍ​ຂຶ້ນ ແລະ​ແມ່ນ​ຈະ​ເຊົາຍ່າງ​ແບບ​ແລ້ວ​ແຕ່​ບຸນ​ເຊນ​ຈະ​ຍັງ​ຄົງ​ຮັບ​ງານ​ໃນ​ວົງ​ການ​ນາງ​ແບບ​ຕໍ່ໄປ ໂດຍ​ນາງ​ບອກວ່າ​ຕອນ​ນີ້​ຊີວິດ​ນາງ​ຄືກັບ​ນ້ຳ​ທີ່​ເຕັມ​ຈອກ ແລະ​ບໍ່​ຮູ້​ຈະ​ເຕີມ​ນ້ຳ​ລົງ​ໄປ​ອີກ​ເປັນຫຍັງ ຊຶ່ງ​ເປັນ​ເຫດຜົນ​ທີ່​ນາງ​ປະ​ກາດ​ອຳ​ລາ​ເວ​ທີ​ຍ່າງ​ແບບ

975989

 

975987

 

975986

 

975985

 

975984

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...