Homeຂ່າວພາຍ​ໃນໄທ​ຈະ​ເພີ່ມ​ການ​ລົງທຶນ​ໃນພື້ນຖານ​ໂຄງ​ລ່າງ

ໄທ​ຈະ​ເພີ່ມ​ການ​ລົງທຶນ​ໃນພື້ນຖານ​ໂຄງ​ລ່າງ

Published on

images (7)

ຕາມ​ຂ່າວ​ໜັງສືພິມ​ລຽນ​ເຫີ​ຈ້າວ​ປ້າວ: ຫວ່າງ​ມໍ່ໆ​ມາ​ນີ້​ລັດຖະບານ​ໄທ​ກ່າວ​ວ່າ​ຈະ​ເພີ່ມ​ການ​ລົງທຶນ​ໃນ​ພື້ນຖານ​ໂຄງ​ລ່າງ, ສ້າງ​ໂຄງການ​ທາງ​ລົດ​ໄຟ​ສາຍ​ດ່ວນ, ​ທາງຫຼວງ​ຂ້າມ​ຊາດ​ແລະ​ທ່າ​ກຳ​ປັ່ນ​ອຸດສາຫະກຳ​ເປັນ​ຕົ້ນ, ​ເພື່ອ​ສ້າງ​ປະ​ເທດ​ໄທ​ເປັນ​​ແຫຼ່ງດຶງ​ດູດ​ການ​ລົງທຶນ​ຂອງ​ອາ​ຊຽນ.

ວັນ​ທີ 23 ກຸມພາ​ນີ້​ຢູ່ສະມາຄົມ​ການ​ຄ້າ​​ໃຫຍ່​ຈີນ​ໄທ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກ ລັດຖະມົນຕີ​ໄທ​ໄດ້​ກ່າວ​ປາຖະກະຖາ​ທີ່​ຫົວ​ຂໍ້​ຊື່ວ່າ”ຍຸດ​ທະ​ສາດ​ຊຸກຍູ້​ການ​ພັດທະນາ​ຂອງ​ລັດ”. ນາງ​ກ່າວ​ວ່າ, ຂໍ້​ທຳ​ອິດ​ຂອງ​ນະ​ໂຍບາຍ​ພັດທະນາ​ແຫ່ງລັດຂອງ​ລັດຖະບານ​ກໍ​ຄື​ເພີ່ມ​ການ​ລົງທຶນ​ໃນ​ພື້ນຖານ​ໂຄງ​ລ່າງ.

ຕາມ​ຂ່າວ​ແຈ້ງວ່າ, ​ໄທ​ຈະ​ລົງທຶນ2200​ຕື້​ບາດ(ປະມານ 73 ຕື້ 600 ລ້ານ​ໂດ​ລາ)​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ລວມທັງ​ສ້າງ​ທາງ​ລົດ​ໄຟ​ສາຍ​ດ່ວນ 4 ສາຍ​, ​ທາງ​ຫຼວງ​ຂ້າມ​ຊາດ​ແລະ​ທ່າ​ກຳ​ປັ່ນ​ອຸດສາຫະກຳ​ທີ່​ຖື​ບາງກອກ​ເປັນ​ໃຈກາງ. ຄາດ​ວ່າການ​ລົງທຶນ​ດັ່ງ​ກາວ​ຈະ​ຫຼຸດ​ຕົ້ນ​ທຶນ​ການ​ຈໍລະ​ຈອນ​ສິນຄ້າ​ຢ່າງ​ຫຼວງ​ຫຼາຍ.

ທີ່ມາhttp://laos.cri.cn

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...