Homeຂ່າວຕ່າງປະເທດIS ໂຈມ​ຕີ​ສະ​ຖານ​ທູດ​ອີກ! ສະ​ຖານ​ທູດ​ໂມ​ຣັອກ​ໂຄ​ໃນ​ລິ​ເບຍ ຖືກວາງ​ລະ​ເບີດ ຍັງ​ບໍ່​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ!

IS ໂຈມ​ຕີ​ສະ​ຖານ​ທູດ​ອີກ! ສະ​ຖານ​ທູດ​ໂມ​ຣັອກ​ໂຄ​ໃນ​ລິ​ເບຍ ຖືກວາງ​ລະ​ເບີດ ຍັງ​ບໍ່​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ!

Published on

611774-01

ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ກໍ່​ເຫດລະ​ເບີດ​ສະ​ຖານ​ທູດ​ໂມ​ຣັອກ​ໂຄ ໃນ​ປະ​ເທດ​ລິ​ເບຍ ຍັງ​ບໍ່​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ມື້​ນີ້ (13 ເມ​ສາ) ວ່າ ຄວາມ​ຮຸນ​ແຮງ​ຢູ່​ໃນ​ປະ​ເທດ​ລິ​ເບຍ ແມ່ນ​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ ຫລັງ​ຈາກ​ໃນ​ມື້​ວານ​ນີ້ (12 ເມ​ສາ) ເກີດ​ເຫດ​ຄົນ​ຮ້າຍ​ບຸກ​ໂຈມ​ຕີກວາດ​ຍິງ​ໜ້າ​ສະ​ຖານ​ທູດ​ເກົາ​ຫລີ​ໃຕ້ ໃນ​ນະ​ຄອນ​ຫລວງ​ຕິ​ໂປ​ລີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ ແລະ ບາດ​ເຈັບ​ອີກ 1 ຄົນ, ລ່າ​ສຸດ​ໃນ​ມື້​ນີ້ ໄດ້​ເກີດ​ເຫດ​ໂຈມ​ຕີ​ສະ​ຖານ​ທູດ​ໂມ​ຣັອກ​ໂຄ ໂດຍ​ເຫດ​ການ​ດັ່ງ​ກ່າວ ທາງກອງ​ກຳ​ລັງ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ອອກ​ມາ​ສະ​ແດງ​ຕົນ​ເປັນ​ຜູ້​ກໍ່​ເຫດ​ອີກ​ຄັ້ງ ເຊິ່ງ​ຜູ້​ທີ່​ຢູ່​ໃນ​ເຫດ​ການ​ໄດ້​ໃຫ້​ຂໍ້​ມູນ​ວ່າ ເກີດ​ສຽງ​ດັງ​ພ້ອມ​ກັບ​ແຮງ​ສັ່ນ​ສະ​ເທືອນໄປ​ທົ່ວ​ທັງ​ສະ​ຖານ​ທູດ ຫລັງ​ຈາກວັດ​ຖຸ​ລະ​ເບີດ​ທີ່​ບັນ​ຈຸ​ຢູ່​ໃນ​ຖົງ​ສີ​ດຳ ແລ້ວ​ຖືກ​ນຳ​ມາ​ຖິ້ມ​ໄວ້​ໃນ​ຖັງ​ຂີ້​ເຫຍື້ອ ຢູ່​ທາງ​ດ້ານ​ຊ້າຍ​ທາງ​ເຂົ້າ​ອາ​ຄານ​ສະ​ຖານ​ທູດ ເຊິ່ງ​ລ່າ​ສຸດ​ຮອດ​ປັດ​ຈຸ​ບັນ ແມ່ນ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ເຖິງ​ຜູ້​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ​ເທື່ອ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...